ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ສະຫະລັດ ຟ້ອງຮ້ອງ ເຈົ້າໜ້າທີ່ສືບລັບ ຂອງຣັດເຊຍ 6 ຄົນ ໃນການໂຈມຕີທາງໄຊເບີ ຢູ່ໃນທົ່ວໂລກ


ສາຍເຄື່ອງຄອມພິວເຕີແມ່ນເຫັນໄດ້ໃນຂະນະທີ່ຄົນກຳລັງທຳການກວດເບິ່ງ ໃນລະຫວ່າງ ກອງປະຊຸມສົນທະນາໃນດ້ານການຮັກສາຄວາມປອດໄພທາງໄຊເບີ ສາກົນ ຄັ້ງທີ 11, ວັນທີ 22 ມັງກອນ 2019.
ສາຍເຄື່ອງຄອມພິວເຕີແມ່ນເຫັນໄດ້ໃນຂະນະທີ່ຄົນກຳລັງທຳການກວດເບິ່ງ ໃນລະຫວ່າງ ກອງປະຊຸມສົນທະນາໃນດ້ານການຮັກສາຄວາມປອດໄພທາງໄຊເບີ ສາກົນ ຄັ້ງທີ 11, ວັນທີ 22 ມັງກອນ 2019.

ບັນດາໄອຍະການສະຫະລັດ ໃນວັນຈັນວານນີ້ ໄດ້ປະກາດການຟ້ອງຮ້ອງຕໍ່ເຈົ້າໜ້າທີ່ສືບລັບຂອງກອງທັບຣັດເຊຍ 6 ຄົນ ທີ່ມີສ່ວນກ່ຽວຂ້ອງໃນແຜນການລັກເຈາະຂໍ້ມູນຄອມພິວເຕີໃນທົ່ວໂລກ ທີ່ແນໃສ່ການເລືອກຕັ້ງປະທານາທິບໍດີ ປີ 2017 ຂອງຝຣັ່ງ ແລະ ການແຂ່ງຂັນກິລາໂອລິມປິກລະດູໜາວ ປີ 2018 ໃນເກົາຫຼີໃຕ້ ແລະໄດ້ດຳເນີນການໂຈມຕີທາງໄຊເບີ້ຕໍ່ເປົ້າໝາຍອື່ນໆທີ່ສຳຄັນໆນຳດ້ວຍ.

ແຜນການດັ່ງກ່າວ ເກີດຂຶ້ນໃນຊ່ວງໄລຍະເວລາຈາກປີ 2015 ຫາ 2020 ເປັນ “ການລົບກວນ ແລະເພື່ອກໍ່ຄວາມເສຍຫາຍ” ທີ່ໄດ້ດໍາເນີນການໂດຍກຸ່ມພວກເຈາະຂໍ້ມູນທາງໄຊເບີກຸ່ມນຶ່ງ ອິງຕາມການກ່າວ ຂອງບັນດາເຈົ້າໜ້າທີ່ປະຕິບັດກົດໝາຍຂອງສະຫະລັດ.

ພວກລັກເຈາະຂໍ້ມູນ ຫຼືແຮັກເກີ 6 ຄົນ ທັງໝົດເປັນເຈົ້າໜ້າທີ່ໜ່ວຍສືບລັບຂອງກອງທັບຣັດເຊຍ ທີ່ຮູ້ຈັກກັນຄື GRU “ໄດ້ທໍາການລ່ວງລໍ້າເຂົ້າໄປໃນຄອມພິວເຕີ ແລະທຳການໂຈມຕີໂດຍມີເຈດຕະນາສະໜັບສະໜຸນຄວາມພະຍາຍາມຂອງລັດຖະບານຣັດເຊຍ ທີ່ເປັນບ່ອນທຳລາຍ, ຕອບໂຕ້ຄືນ ຫຼື ສ້າງຄວາມວຸ້ນວາຍ” ຕໍ່ອົງການຈັດຕັ້ງ ແລະສະຖາບັນຕ່າງໆ ທີ່ເຫັນວ່າ ຕໍ່ຕ້ານຣັດເຊຍ ອິງຕາມການກ່າວຂອງກະຊວງຍຸຕິທຳສະຫະລັດ.

ໜ່ວຍງານດຽວກັນນີ້ ຊຶ່ງເປັນທີ່ຮູ້ຈັກກັນ ໃນບັນດານັກຄົ້ນຄວ້າດ້ານການຮັກສາຄວາມປອດໄພທາງໄຊເບີ ຄື ທີມ “Sandworm” ນັ້ນ ແມ່ນໄດ້ຖືກກ່າວຫາວ່າ ຢູ່ເບື້ອງຫລັງການລັກເຈາະຂໍ້ມູນເຄືອຂ່າຍຄອມພິວເຕີຂອງພັກເດໂມແຄຣັດ ອັນເປັນພາກສ່ວນນຶ່ງໃນການແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ສະຫະ ລັດ ໃນປີ 2016 ຂອງຣັດເຊຍ.

ນຶ່ງໃນຫົກນັກແຮັກເກີດັ່ງກ່າວ ໄດ້ຖືກຟ້ອງໃນຂໍ້ກ່າວຫາໃໝ່ 50 ໜ້າ ຊຶ່ງທ້າວ ອານາໂທລີ ເຊີເກເຢວິຈ ໂຄວາເລ ໄດ້ຖືກແຈ້ງຂໍ້ຫາພ້ອມກັບພວກເຈົ້າໜ້າທີ່ ໜ່ວຍ GRU ຄົນອື່ນໆ ເມື່ອປີ 2018 ໃນການມີສ່ວນກ່ຽວຂ້ອງກັບການແຊກແຊງເຂົ້າໃນການເລືອກຕັ້ງ ປີ 2016 ນັ້ນ.

ເມື່ອບໍ່ດົນມານີ້ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ຮຽກຮ້ອງໃຫ້ຈັດຕັ້ງຂໍ້ກຳນົດທາງໄຊເບີຄືນໃໝ່ ລະຫວ່າງ ຣັດເຊຍ ແລະສະຫະລັດ.

ທ່ານຈອນ ເດມເມີສ໌ ຫົວໜ້າພະແນກຄວາມໝັ້ນຄົງແຫ່ງຊາດຂອງກະຊວງຍຸຕິທຳ ໄດ້ກ່າວວ່າ ການແຈ້ງຂໍ້ຫາດັ່ງກ່າວ ຍົກໃຫ້ເຫັນຄວາມແທ້ຈິງທີ່ວ່າ ເປັນຫຍັງຣັດເຊຍຈຶ່ງໄດ້ສະເໜີໃຫ້ຈັດຕັ້ງຂໍ້ກຳນົດຄືນໃໝ່ນັ້ນ “ແມ່ນບໍ່ມີຫຍັງເລີຍ ນອກເໜືອຈາກຄວາມເວົ້າທີ່ບໍ່ສັດຊື່ ແລະການເຫັນແກ່ໂຕ ແລະການໂຄສະນາຊວນເຊື່ອທີ່ບໍ່ມີລາຄາ ຫຼາຍກວ່າ.”

ການກ່າວຟ້ອງດັ່ງກ່າວ “ເປີດເຜີຍການນຳໃຊ້ທັດສະຍາພາບດ້ານໄຊເບີທັງຫຼາຍຂອງຣັດເຊຍ ເພື່ອສ້າງຄວາມປັ່ນປ່ວນ ແລະແຊກແຊງເຂົ້າພາຍໃນການເມືອງ ແລະລະບົບເສດຖະກິດຂອງປະເທດຕ່າງໆ” ນັ້ນແມ່ນຄຳເວົ້າຂອງທ່ານເດມເມີສ໌ ທີ່ໄດ້ກ່າວໄປ ໃນກອງປະຊຸມຖະແຫລງຂ່າວຜ່ານທາງອິນເຕີເນັດ ຢູ່ກະຊວງຍຸຕິທຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG