ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສານ ສຫລ ຟ້ອງ ແມ່ຍິງ ຣັດເຊຍ ຖານສົມຮູ້ ຮ່ວມຄິດ ເພື່ອແຊກຊຶມ ເຂົ້າໃນ ອົງການຕ່າງໆ ຂອງ ສຫລ


ພາບຂໍ້ມູນສ່ວນຕົວ ຂອງນາງ ມາເຣຍ ບູຕີນາ, Maria Butina, ທີ່ເຫັນໄດ້ ຢູ່ໃນບັນຊີ ທວີດເຕີ.
ພາບຂໍ້ມູນສ່ວນຕົວ ຂອງນາງ ມາເຣຍ ບູຕີນາ, Maria Butina, ທີ່ເຫັນໄດ້ ຢູ່ໃນບັນຊີ ທວີດເຕີ.

ຜູ້ທີ່ປະກາດຕົນເອງ ເປັນນັກເຄື່ອນໄຫວຕໍ່ສູ້ ເພື່ອສິດທິ ໃນການຖືປືນຂອງຣັດເຊຍ ຜູ້ທີ່
ໄດ້ສ້າງສາຍສຳພັນຢ່າງໃກ້ຊິດ ກັບ ສະມາຄົມປືນຍາວແຫ່ງຊາດ ສະຫະລັດ ໃນນາມ
ຂອງ ຣັດເຊຍ ນັ້ນ ໄດ້ຖືກຟ້ອງ ໃນວັນຈັນວານນີ້ ໃນຖານສົມຮູ້ຮ່ວມຄິດ ເພື່ອແຊກຊຶມ
ເຂົ້າໃນອົງການການເມືອງຕ່າງໆຂອງ ສະຫະລັດ ອັນເປັນສ່ວນນຶ່ງຂອງ ປະຕິບັດການ
ສ້າງອິດທິພົນ ຢູ່ໃນສະຫະລັດ ຂອງມົສກູ.

ນາງ ມາເຣຍ ບູຕີນາ ອາຍຸ 29 ປີ ເຊິ່ງບັນຊີທວີດເຕີ ຂອງຜູ້ກ່ຽວ ບັນລະຍາ ວ່າ ນາງ
ເປັນຜູ້ກໍ່ຕັ້ງ ແລະ ເປັນສະມາຊິກ ຄະນະກຳມະການ ຂອງກຸ່ມ “ສິດທິ ໃນການຖືປືນ ຫຼື
Right to Bear Arms”
ແລະຜູ້ທີ່ໄດ້ເຮັດວຽກເປັນທີ່ປຶກສາພິເສດ ໃຫ້ແກ່ເຈົ້າໜ້າທີ່
ຂັ້ນສູງ ຂອງລັດຖະບານຣັດເຊຍ ນັ້ນ ໄດ້ຖືກຈັບກຸມ ໃນວັນອາທິດຜ່ານມານີ້ ໂດຍ
ອົງການສັນຕິບານກາງ ຫຼື FBI ໃນນະຄອນຫຼວງ ວໍຊິງຕັນ.

ໜ້າບັນຊີ ທວີດເຕີ ຂອງ ນາງ ມາເຣຍ ບູຕີນາ, Maria Butina, ໄດ້ຖືກຈັບກຸມ ໃນຂໍ້ຫາ ສົມຮູ້ຮ່ວມຄິດ ເພື່ອເປັນສາຍລັບ ໃຫ້ແກ່ລັດຖະບານຣັດເຊຍ ຢູ່ໃນ ສະຫະລັດ ໂດຍປາດສະຈາກ ການແຈ້ງໃຫ້ ເຈົ້າໜ້າທີ່ ກະຊວງຍຸຕິທຳ ຊາບ.
ໜ້າບັນຊີ ທວີດເຕີ ຂອງ ນາງ ມາເຣຍ ບູຕີນາ, Maria Butina, ໄດ້ຖືກຈັບກຸມ ໃນຂໍ້ຫາ ສົມຮູ້ຮ່ວມຄິດ ເພື່ອເປັນສາຍລັບ ໃຫ້ແກ່ລັດຖະບານຣັດເຊຍ ຢູ່ໃນ ສະຫະລັດ ໂດຍປາດສະຈາກ ການແຈ້ງໃຫ້ ເຈົ້າໜ້າທີ່ ກະຊວງຍຸຕິທຳ ຊາບ.

ນາງ ບູຕີນາ ໄດ້ປາກົດໂຕ ຢູ່ສານລັດຖະບານກາງ ໃນຕອນບ່າຍວັນຈັນ ເພື່ອປະເຊີນ
ກັບຂໍ້ກ່າວຫາ ການສົມຮູ້ຮ່ວມຄິດ ເພື່ອເປັນໂຕແທນ ຂອງລັດຖະບານ ຣັດເຊຍ ຢູ່ໃນ
ສະຫະລັດ ໂດຍປາດສະຈາກ ການແຈ້ງໃຫ້ ເຈົ້າໜ້າທີ່ກະຊວງຍຸຕິທຳຊາບ. ຜູ້ພິພາກ
ສາດັ່ງກ່າວ ໄດ້ອອກຄຳສັ່ງໃຫ້ຄວບຄຸມໂຕໄວ້ ເພື່ອລໍຖ້າ ການພິຈາລະນາ ການປະກັນ
ໂຕ ໃນວັນພຸດມື້ອື່ນນີ້.

ສຳນວນຂອງອົງການ FBI ບັນລະຍາຍວ່າ ນາງ ບູຕີນາ ວ່າ ເປັນ “ສາຍລັບຂອງ
ຣັດເຊຍ”
ຜູ້ທີ່ໄດ້ເຂົ້າມາຢ້ຽມຢາມ ສະຫະລັດ ຫຼາຍຄັ້ງຜ່ານມາ ກ່ອນທີ່ ຈະເຂົ້າມາອີກ
ໃນເດືອນສິງຫາ ປີ 2016 ດ້ວຍວີຊານັກສຶກສາ ແລະ ໄດ້ດຳ ລົງຊີວິດຢູ່ໃນ ນະຄອນ
ຫຼວງ ວໍຊິງຕັນ.

ພາບຖ່າຍ ຂອງສຳນວນເອກກະສານຂອງສານ ທີ່ໄດ້ຖືກເປີດເຜີຍ ໃນວັນທີ 16 ກໍລະກົດ 2018, ໃນນະຄອນຫຼວງ ວໍຊິງຕັນ, ສະແດງໃຫ້ເຫັນ ສ່ວນນຶ່ງ ຂອງການກ່າວຟ້ອງ ທາງອາຍາ ຕໍ່,Maria Butina.
ພາບຖ່າຍ ຂອງສຳນວນເອກກະສານຂອງສານ ທີ່ໄດ້ຖືກເປີດເຜີຍ ໃນວັນທີ 16 ກໍລະກົດ 2018, ໃນນະຄອນຫຼວງ ວໍຊິງຕັນ, ສະແດງໃຫ້ເຫັນ ສ່ວນນຶ່ງ ຂອງການກ່າວຟ້ອງ ທາງອາຍາ ຕໍ່,Maria Butina.

ສຳນວນດັ່ງກ່າວ ບໍ່ໄດ້ລະບຸຊື່ເຈົ້າໜ້າທີ່ຂອງຣັດເຊຍ ທີ່ນາງບູຕີນາ ເຮັດວຽກໃຫ້ ແຕ່
ລາຍ ລະອຽດຕ່າງໆ ຂອງສຳນວນນັ້ນ ແມ່ນຖືກກັບ ທ່ານ ອາແລັກແຊນເດີ ຕໍຣຊີນ
(Alexander Torshin) ຮອງຜູ້ວ່າການ ທະນາຄານກາງ ຂອງຣັດເຊຍ ແລະເປັນ
ອະດີດ ສະມາຊິກສະພາສູງ ສັງກັດພັກແນວໂຮມຣັດເຊຍ ຂອງປະທານາທິບໍດີ
ວລາດີເມຍ ປູຕິນ.

ໃນເດືອນເມສາຜ່ານມາ ກະຊວງການເງິນສະຫະລັດ ໄດ້ວາງມາດຕະການລົງໂທດ
ຕໍ່ທ່ານ ຕໍຣຊີນ ແລະ ບັນດາເຈັ້າໜ້າທີ່ອາວຸໂສ ຂອງລັດຖະບານ ຣັດເຊຍ 16 ຄົນ
ໃນການຕອບໂຕ້ຕໍ່ “ການເຄື່ອນໄຫວຕ່າງໆ ທີ່ບໍ່ຫວັງດີ ຫຼາຍຢ່າງ ໃນທົ່ວໂລກ.”

ທ່ານຕໍຣຊີນ ໄດ້ຖືກກ່າວຫາວ່າ ເປັນຜູ້ສັ່ງໃຫ້ ນາງບູຕີນາ “ເປັນໂຕແທນໃຫ້ຣັດເຊຍ ຢູ່ພາຍໃນສະຫະລັດ” ເພື່ອຈຸດປະສົງສ້າງອິດທິພົນປ່ຽນແປງທາການເມືອງ ຂອງ
ອາເມຣິກາ. ອີງຕາມສຳນວນຟ້ອງແລ້ວບຸກຄົນທັງສອງ “ໄດ້ເອົາບາດກ້າວ ເພື່ອສ້າງ
ສາຍສຳພັນ ກັບບັນດານັກການເມືອງ ຂອງອາເມຣິກາ ເພື່ອທີ່ຈະຈັດຕັ້ງ ຊ່ອງທາງ
ຕິດຕໍ່ແບບລັບໆ ດັ່ງທີ່ນາງໄດ້ເອີ້ນ ເພື່ອການຕິດຕໍ່ສື່ສານ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG