ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ຊາວ ຣັດ​ເຊຍ, ທຳ​ລາຍ​ເຄືອ​ຂ່າຍ​ລັກ​ຂະ​ໂມຍ​ບັດ​ເຄ​ຣ​ດິດ


FILE - U.S. law enforcement officials have charged a Russian national with running Try2Check, a network of websites that verified stolen credit card numbers for cybercriminals.
FILE - U.S. law enforcement officials have charged a Russian national with running Try2Check, a network of websites that verified stolen credit card numbers for cybercriminals.

ບັນ​ດາ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ ສະ​ຫະ​ລັດ ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່ຊາວ ຣັດ​ເຊຍ ທີ່​ເປັນ​ຜູ້​ດຳ​ເນີນ​ການ​ເວັບ​ໄຊ້ Try2Check, ເຊິ່ງ​ແມ່ນ​ເຄືອ​ຂ່າຍ​ຂອງຫຼາຍ​ເວັບ​ໄຊ້ ​ທີ່​ຖືກ​ຢືນ​ຢັນ​ວ່າ​ໄດ້​ລັກ​ເລກ​ບັດ​ເຄ​ຣ​ດິດ​ສຳ​ລັບ​ພວກ​ອາ​ຊະ​ຍາ​ກອນ​ທາງ​ຄອມ​ພິວ​ເຕີ ຫຼື ໄຊ​ເບີ.

ສີ່​ເວັບ​ໄຊ້​ຂອງ​ເຄືອ​ຂ່າຍ​ດັ່ງ​ກ່າວ​ແມ່ນ​ຖືກ​ປິດ​ລົງ​ແລ້ວ, ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ປະ​ກາດ​ລາງວັນ 10 ລ້ານ​ໂດ​ລາ​ສຳ​ລັບ​ຂໍ້​ມູນ​ທີ່​ນຳ​ໄປ​ສູ່​ການ​ຈັບ​ກຸມ​ທ້າວ ເດ​ນິ​ສ ເກັນ​ນາ​ດີ​ເອ​ວິ​ດ​ຈ໌ ຄູ​ລກອ​ຟ (Denis Gennadievich Kulkov), ຜູ້​ທີ່​ຖື​ກ​ກ່າວ​ຫາ​ວ່າ​ເປັນ​ຜູ້​ລິ​ເລີ່ມ​ເວັບ​ໄຊ້ Try2Chcek ນັ້ນ.

ມີ​ຄວາມ​ເຊື່ອ​ວ່າທ້າວ ຄູ​ລກອ​ຟ ແມ່ນ​ອາ​ໄສ​ຢູ່​ໃນ​ເມືອງ ຊາ​ມາ​ຣາ, ປະ​ເທດ ຣັດ​ເຊຍ.

ການ​ຟ້ອງ​ຮ້ອງ​ຂອງ​ຄະ​ນະ​ຕຸ​ລາ​ການ​ໄດ້​ເປີດ​ເຜີຍ​ຂໍ້​ກ່າວ​ຫາ​ຕ່າງໆ​ຕໍ່​ລາວ​ໃນ​ວັນ​ພຸດ​ວານນີ້ ກ່ຽວ​ກັບ ການ​ເຂົ້າຫາ​ວັດ​ຖຸ​ການ​ສໍ້​ໂກງ, ການ​ລ່ວງ​ລ້ຳ​ເຂົ້າ​ໄປ​ໃນ​ຄອມ​ພິວ​ເຕີ ແລະ ການ​ຟອກ​ເງິນ.

ຖ້າ​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ, ລາວ​ອາດ​ປະ​ເຊີນ​ກັບ​ການ​ຂັງ​ຄຸກ 20 ປີ.

ທ່ານ ບ​ຣີ​ອອນ ພີ​ສ໌ (Breon Peace), ໄອ​ຍະ​ການ​ສະ​ຫະ​ລັດ ສຳ​ລັບ​ເຂດ​ຕາ​ເວັນ​ອອກ​ຂອງ​ລັດ​ນິວ​ຢອກ, ແລະ ທ່ານ ແພັດ​ທ​ຣິກ ຟ​ຣີ​ນີ (Patrick Freaney), ເຈົ້າ​ໜ້າ​ທີ່​ພິ​ເສດ​ທີ່​ຮັບ​ຜິດ​ຊອບຫ້ອງ​ການ​ພາກ​ສະ​ໜາມ​ລັດ​ນິວຢອກ ຂອງ​ຕຳຫຼວດ​ລັບ ສະ​ຫະ​ລັດ ໄດ້​ປະ​ກາດ​ຂໍ້​ກ່າວ​ຫາ​ຕ່າງໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG