ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ກ່າວຫາ ຊາວເກົາຫລີເໜືອ ຄົນນຶ່ງວ່າ ລັກເຈາະຂໍ້ມູນ ແລະໂຈມຕີ ທາງອິນເຕີແນັດ


ຄົນຢືນຢູ່ໃກ້ຕຶກ ຂອງບໍລິສັດໂຊນີພິກເຈີສ໌ (Sony Pictures) ຊຶ່ງເປັນບໍລິສັດຜະລິດ ແລະຈໍາໜ່າຍຜະລິດຕະພັນບັນເທິງ
ຂອງສະຫະລັດ ຢູ່ເມືອງ ກິນຊາ ຊຶ່ງເປັນເມືອງທີ່ຄົນມັກໄປເລາະຊື້ເຄື່ອງຂອງ ໃນນະຄອນຫລວງໂຕກຽວຂອງຍີ່ປຸ່ນ ໃນວັນທີ 4 ພຶດສະພາ, 2015.
ຄົນຢືນຢູ່ໃກ້ຕຶກ ຂອງບໍລິສັດໂຊນີພິກເຈີສ໌ (Sony Pictures) ຊຶ່ງເປັນບໍລິສັດຜະລິດ ແລະຈໍາໜ່າຍຜະລິດຕະພັນບັນເທິງ ຂອງສະຫະລັດ ຢູ່ເມືອງ ກິນຊາ ຊຶ່ງເປັນເມືອງທີ່ຄົນມັກໄປເລາະຊື້ເຄື່ອງຂອງ ໃນນະຄອນຫລວງໂຕກຽວຂອງຍີ່ປຸ່ນ ໃນວັນທີ 4 ພຶດສະພາ, 2015.

ໃນວັນພະຫັດວານນີ້ ພວກໄອຍະການສະຫະລັດ ປະກາດຂໍ້ກ່າວຫາຕໍ່ຄົນລັກເຈາະຂໍ້
ມູນຊາວເກົາຫລີເໜືອ ທີ່ພວກເພິ່ນເວົ້າວ່າມີສ່ວນກ່ຽວຂ້ອງກັບການລັກເຈາະຂໍ້ມູນໃນ
ຄອມພີວເຕີແບບກ້າກັ່ນ ໃນຊຸມປີມໍ່ໆມານີ້ ຊຶ່ງລວມທັງການລັກເຈາະຂໍ້ມູນບໍລິສັດໂຊນີ
ພິກເຈີສ໌ (Sony Pictures) ຊຶ່ງເປັນບໍລິສັດຜະລິດ ແລະຈໍາໜ່າຍຜະລິດຕະພັນບັນເທິງ
ຂອງສະຫະລັດ ແລະການລັກປຸ້ນເອົາເງິນຈາກທະນາຄານກາງຂອງບັງກລາແດັສໃນປີ
2016.

ພວກໄອຍະການດັ່ງກ່າວໄດ້ລະບຸໂຕຄົນລັກເຈາະຂໍ້ມູນນັ້ນວ່າແມ່ນທ້າວ ພາກຈິນ ຮິອອກ
(Park Jin Hyok) ຊຶ່ງເປັນຜູ້ຂຽນໂປຣແກຣມຄອມພີວເຕີ ແລະສະມາຊິກຂອງທີມງານ
ເຈາະຂໍ້ມູນຄອມພີວເຕີທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານເກົາຫລີເໜືອ ຊື່ວ່າ
“ກຸ່ມລາຊາຣັສ” ຫລື "Lazarus Group." ກຸ່ມດັ່ງ ກ່າວຖືກກ່າວຫາວ່າ ໄດ້ວາງແຜນແບບ
ລັບໆເປັນເວລາຫຼາຍປີເພື່ອ“ທຳການໂຈມຕີທາງອິນເຕີແນັດທີ່ສ້າງຄວາມເສຍຫາຍຫຼາຍ
ຄັ້ງ" ຕໍ່ທະນາຄານຕ່າງໆ ແລະສະຖາບັນອື່ນໆຢູ່ທົ່ວໂລກ.

ຂໍ້ກ່າວຫາຕໍ່ທ້າວພາກໄດ້ຍື່ນຟ້ອງຕໍ່ສານລັດຖະບານກາງ ໃນນະຄອນລັອສແອນເຈີລິສ,
ລັດຄາລິຟໍເນຍ ບ່ອນທີ່ສໍານັກງານໃຫຍ່ຂອງບໍລິສັດໂຊນີພິກເຈີສ໌ (Sony Pictures)
ຕັ້ງຢູ່ ໃນວັນທີ 8 ມິຖຸນາ, 4 ມື້ ກ່ອນປະທານາທິບໍດີ ດໍໂນລ ທຣໍາໄດ້ພົບປະສຸດຍອດ ຄັ້ງປະຫວັດສາດ ກັບທ່ານ ກິມ ຈົງ ອຶນ, ຜູ້ນໍາຂອງເກົາຫລີເໜືອຢູ່ສິງກະໂປ. ການກ່າວຫາດັ່ງ
ກ່າວ ມີຂຶ້ນໃນຂະນະທີ່ລັດຖະ ບານຂອງທ່ານທຣໍາ ກໍາລັງຫາທາງທັບມ້າງສະພາບບໍ່ໄປ
ບໍ່ມາໃນການເຈລະຈາ ເພື່ອລົບລ້າງອາວຸດນີວເຄລຍກັບລັດຖະບານເກົາຫລີເໜືອ. ທ້າວ
ພາກ ທີ່ປະເຊີນກັບຂໍ້ກ່າວຫາ ສົມຮູ້ຮ່ວມຄິດ ໃນການວາງແຜນ ໂອນເງິນແບບຫຼອກລວງ
ແລະວາງແຜນສໍ້ໂກງທາງຄອມພີວເຕີນັ້ນ ຍັງບໍ່ທັນຖືກຈັບໄດ້ເທື່ອ. ອົງການສັນຕິບານກາງ
ຫລື FBI ຂອງສະຫະລັດ ໄດ້ເຜີຍແຜ່ໃບໂຄສະນາຕ້ອງການຕົວ ທີ່ຊອກຫາຂໍ້ມູນກ່ຽວກັບ
ຜູ້ກ່ຽວ.​

ກະຊວງການເງິນສະຫະລັດໄດ້ປະກາດການລົງໂທດຕໍ່ທ້າວພາກ ແລະບໍລິສັດຮ່ວມທຶນໂຈ
ຊຸນເອັກໂປ ຫລື Chosun Expo Joint Venture, ຊຶ່ງເປັນບໍ ລິສັດເກົາຫລີເໜືອ ທີ່ຈ້າງຜູ້
ກ່ຽວເຮັດວຽກໃຫ້.

ທ່ານຄຣິສຕົບເຟີ ເວຣ, ອໍານວຍການຂອງອົງການເອັຟບີໄອ (FBI) ເວົ້າວ່າ “ການປະກາດ
ໃນມື້ນີ້ ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນ ຢ່າງບໍ່ລົດລະ ຂອງອົງການເອັຟບີໄອ (FBI) ໃນ
ການເຜີຍໂສມໜ້າ ແລະຍຸຕິພວກນັກເຄື່ອນໄຫວ ແລະບັນດາປະເທດທີ່ມຸ້ງສ້າງຄວາມເສຍ
ຫາຍ ທີ່ຢູ່ເບື້ອງຫລັງຂອງການໂຈມຕີ ທາງອິນເຕີແນັດຂອງໂລກນັ້ນ.” ທ່ານກ່າວເພີ້ມອີກວ່າ
“ພວກເຮົາຢືນຢູ່ຄຽງຂ້າງກັບຜູ້ທີ່ເປັນພາຄີຂອງພວກເຮົາ ເພື່ອຈະເອີ້ນລັດຖະບານເກົາຫລີ
ເໜືອວ່າ ເປັນຜູ້ຢູ່ເບື້ອງຫລັງຂອງການປຸກລະດົມໃນການໂຈມຕີທາງອິນເຕີແນັດຢູ່ໃນທົ່ວ
ໂລກດັ່ງກ່າວນີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG