ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກ່າວ​ຫາ ອະ​ດີດ ນັກ​ທະ​ນາ​ຄານ ​ບໍ​ລິ​ສັດ ໂກ​ລ​ແມນ ຢູ່​ມາ​ເລ​ເຊຍ ຟອກ​ເງິນ


​ພວກ​ປະ​ທ້ວງ​ພາກ​ັນ​ຖື​ຮູບ ທ່ານໂລ ເຕັກ​ສ໌ ໂຮ ເປັນ​ໂຈນ​ທະ​ເລ ປະ​ທ້ວງ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ຣ ມະ​ເລ​ເຊຍ ວັນ​ 14 ເມ​ສາ 2018.
​ພວກ​ປະ​ທ້ວງ​ພາກ​ັນ​ຖື​ຮູບ ທ່ານໂລ ເຕັກ​ສ໌ ໂຮ ເປັນ​ໂຈນ​ທະ​ເລ ປະ​ທ້ວງ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ຣ ມະ​ເລ​ເຊຍ ວັນ​ 14 ເມ​ສາ 2018.

ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ໄດ້​ປະ​ກາດ​ການກ່າວ​ຫາກ່ຽວ​ກັບ​ການ​ກະ​ທຳ​ຜິດທາງ​ອາດ
​ຍາ ໃນ​ວັນ​ພະ​ຫັດ​ວານ​ນີ້ ຕໍ່ອະ​ດີ​ດ​ນັກ​ທະ​ນາ​ຄານ​ບໍ​ລິ​ສັດ​ໂກ​ລ​ແມນ ແຊັກສ໌​ ແລະ​ຂ່າວ
ນອ​ງ​ນັນ​ທີ່​ເກີດ​ຂຶ້ນກັບ​ນັກ​ການ​ເງິນ​ມາ​ເລ​ເຊຍທີ່​ຖືກ​ກ່າວ​ຫາ​ວ່າມນ​ການພົວ​ພັນ​ກັບ​ການ
​ກິນ​ສິນ​ບົນ​ທີ່​ມີ​ຄວາມ​ສະ​ຫລັບ​ຊັບ​ຊ້ອນນັ້ນ.

ທ່ານ​ໂລ ເຕັ​ກ​ຕ໌ ໂຮ ອະ​ດີດ​ເຈົ້າ​ໜ້າ​ທີີ່​ໃນກອງ​ທຶນ​ອະ​ທິ​ປະ​ໄຕຂອງ​ຄວາມ​ຮັ່ງ​ມີ 1MDB
ແລະ​ອະ​ດີດ​ນັກ​ທະ​ນາ​ຄານເຫງີ ຈອງ ຫວາ ໄດ້​ຖືກ​ກ່າວ​ຫາ​ວ່າ​ໄດ້​ສົມ​ຮູ້​ຮ່ວມ​ຄິດ​ກັນກັບ​
ຄົນກູ້​ຢືມ​ເງິນເພື່ອ​ເອົາ​ເງິນຫຼາຍລ້ານ​ໂດ​ລາຈາກກອງ​ທຶນ. ທ່ານ​ໂລ ຜູ້​ທີ່​ມີ​ຄົນ​ພົບເຫັນ
​ເທື່ອ​ສຸດ​ທ້າຍ​ຢູ່​ໃນ​ຈີນ ຍັງຊອກ​ນຳ​ຫາ​ໂຕບໍ່​ພົບ​ເທື່ອ, ອີງ​ຕາມ​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ.

ອະ​ດີດ​ນັກ​ລົງ​ທືນທະ​ນາ​ຄານ​ໂກ​ລ​ແມນ ແຊກ​ສ໌ ທ່ານ​ທິ​ມ ແລ​ສ​ສ​ເນີ​ຣ ​ໄດ້​ຮັບ​ສາ​ລະ
​ພາບຜິດ​ໄປ​ແລ້ວ ແລະ​ເຫັນ​ພ້ອ​ມທີ່ຈະສົ່ງ​ເງິນເກືອບຮອດ 44 ລ້ານ​ໂດ​ລາຄືນ, ອີງ​ຕາມ​
ເອກ​ກະ​ສານທີ່​ໄດ້​ເປີ​ດ​ເຜີຍ ຢູ່​ສານ​ລັດ​ຖະ​ບານ​ກາງ​ນິວຢອກ.

ບັນ​ດາ​ໄອ​ຍະ​ການ​ສະ​ຫະ​ລັດ ກ່ອນ​ໜ້ານີ້ ໄດ້ຟ້ອງຮ້ອງເພື່ອ​ຍຶດ​ເອົາ​ຊັບສິນທີ່ຖືກ​ກ່າວ
​ຫາ​ວ່າ ​ຊື້​ດ້ວຍ​ທຶນ​ທີ່​ລັກ​ມາ​ຈາກກອງ​ທຶນ 1MDB, ຊຶ່ງເປັນຈຸດ​ເພັ່ງ​ເລັງຂອງ​ຂ່າວນອງ
ນັນທີ່ເຮັດ​ໃຫ້​ສະ​ພາ​ບ​ການ​ເມືອງ​ຢູ່ໃນ​ມາ​ເລ​ເຊຍ​ສັ່ນ​ສະ​ເທື່ອນ​. ອະ​ດີດ​ນາ​ຍົກ​ລັດ​ຖະ​
ມົນ​ຕີ ທ່ານ​ນາ​ຈິບ ຣາ​ຊັກ ທີ່​ໄດ້​ກໍ່​ຕັ້ງ​ກອງ​ທຶນ​ໃນ​ປີ 2009 ໄດ້​ຖືກ​ກ່າວ​ຫາ​ກະ​ທຳ​ຄວາມ
​ຜິດ​ໃນ​ອາ​ທິດ​ແລ້ວ​ນີ້ ວ່າ​ມີ​ການ​ໃຊ້​ເງິນກອງ​ທຶນ​ທີ່​ບໍ່​ຖືກ​ຕ້ອງ. ທ່ານ​ຣາ​ຊັກ ໄດ້​ປະ​ຕິ​ເສດ
​ຄວາມ​ຜິດຕໍ່​ການ​ກ່າວ​ຫາ​ທັງ​ໝົດ.

ທ່ານ​ຣາ​ຊັກ ເສຍໄຊ​ໃນການ​ເລືອກ​ຕັ້ງ ໃນ​ເດືອນ​ພຶດ​ສະ​ພາ​ທີ່​ຜ່າ​ນ​ມາ ຊຶ່ງ​ເຮັດ​ໃຫ້ການ
ການມີອຳ​ນາດຄອບ​ງຳ​ມາ​ເປັນ​ເວ​ລາຫົກ​ທົດ​ສະ​ວັດ​ຂອງພັກ​ທ່ານຢູ່ໃນ​ການ​ເມືອງມາ
​ເລ​ເຊຍນັ້ນ ສິ້ນ​ສຸດລົງ.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG