ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ກ່າວ​ຫາ ​ນັກ​ສືບ​ຈີນ ວ່າ ​​ລັກ​ເອົາ​ ຄວາມ​ລັບ​ ທາງການ​ຄ້າ ໃນ​ຂະ​ແໜງ ​ການ​ບິນ ຂອງ​ຕົນ


ທ່ານ ເອີບ ສະ​ແທັບ​ແພ​ຕັນ (Herb Stapleton), ຜູ້​ຊ່ວຍ​ຫ້ອງ​ການ​ວ່າ​ດ້ວຍ​ການ​ສືບ​ລັບຂອງ​ອົງ​ການ FBI (ຂວາ) ຢືນ​ກ່າວ​ຄຳ​ປາ​ໄສ ຢູ່​ຂ້າງໆ ຂອງ ທະ​ນາຍ​ຄວມ ເບນ​ຈາ​ມິນ ຊີ ແກ​ລັ​ສ​ແມນ (Benjamin C. Glassman) ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ວັນ​ທີ 10 ຕຸ​ລາ, 2018 ທີ່​ເມືອງ​ຊິນ​ຊິນ​ເນ​ຕີ (Cincinnati) ລັດ​ໂອ​ຮາຍ​ໂອ
ທ່ານ ເອີບ ສະ​ແທັບ​ແພ​ຕັນ (Herb Stapleton), ຜູ້​ຊ່ວຍ​ຫ້ອງ​ການ​ວ່າ​ດ້ວຍ​ການ​ສືບ​ລັບຂອງ​ອົງ​ການ FBI (ຂວາ) ຢືນ​ກ່າວ​ຄຳ​ປາ​ໄສ ຢູ່​ຂ້າງໆ ຂອງ ທະ​ນາຍ​ຄວມ ເບນ​ຈາ​ມິນ ຊີ ແກ​ລັ​ສ​ແມນ (Benjamin C. Glassman) ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ວັນ​ທີ 10 ຕຸ​ລາ, 2018 ທີ່​ເມືອງ​ຊິນ​ຊິນ​ເນ​ຕີ (Cincinnati) ລັດ​ໂອ​ຮາຍ​ໂອ

ສະ​ຫະລັ​ດຕັ້ງ​ຂໍ້ກ່າວ​ຫາຕໍ່​ນັກ​ສືບ​ຈີນວ່າ ​ພະ​ຍາ​ຍາມ​ລັກ​ເອົາ​ຄວາມ​ລັບ​ທາງ​ການ​ຄ້າຂອງ
​ບໍ​ລິ​ສັດ​ການ​ບິນ ແລະ​ອະ​ວະ​ກາດທີ່​ນຳ​ໜ້າຈຳ​ນວນ​ນຶ່ງຂອງ​ຕົນ.

ກະ​ຊວງ​ຍຸ​ຕິ​ທຳຂອງ​ສະ​ຫະ​ລັດ​ປະ​ກາດ​ໃນວັນ​ພຸດວານ​ນີ້​ວ່າ ທ້າວ ຢັນ​ຈຸນ ຊູ ໄດ້​ຖືກ​ຈັບ
​ໃນວັນ​ທີ 1 ເມ​ສາທີ່​ຜ່ານ​ມາໃນປະ​ເທດ​ແບ​ລ​ຢ້ຽມ ຊຶ່ງ​ຫລັງ​ຈາກນັ້ນ ໄດ້​ສົ່ງ​ຜູ້​ກ່ຽວ​ມາ​ຍັງ​
ສະ​ຫະ​ລັດ​ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້. ທ້າວ​ຊູທີ່​ໄປ​ປາ​ກົດ​ຕົວ ​ຢູ່​ໃນ​ສານ​ລັດ​ຖະ​ບານ​ກາງ​
ໃນ​ເມືອງຊິນ​ຊິນ​ເນຕີ ​ໃນ​ວັນພຸດວານ​ນີ້ ຖືກ​ຄະ​ນະ​ຕຸ​ລາ​ການຂອງ​ລັດ​ຖະ​ບານ​ກາງຟ້ອງ
ຮ້ອງຢູ່​ໃນ​ເມືອງ​ທີ່​ຢູ່​ທາງ​ໃຕ້​ແຫ່ງ​ດັ່ງ​ກ່າວຂອງ​ ລັດ​ໂອ​ຮາຍ​ໂອ​.

ພວກ​ນັກ​ຊ່ຽວ​ຊານ​ເຊື່ອ​ວ່າ ນີ້​ເປັນ​ເທື່ອ​ທຳ​ອິດ​ ທີ່ນັກ​ສອດ​ແນມ​ຂອງ​ລັດ​ຖະ​ບານ​ຈີນໄດ້
​ຖືກ​ນຳ​ມາ​ດຳ​ເນີນ​ຄະ​ດີ​ໃນ​ສະ​ຫະ​ລັດ.

“ການ​ສົ່ງ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ຈີນຂ້າມ​ແດນ ທີ່ບໍ່​ເຄີຍ​ມີ​ມາ​ກ່ອນນີ້ ໄດ້​ເຜີຍໂສມ​ໜ້າ​
ການ​ສືບ​ລັບ​ທາງ​ເສດ​ຖະ​ກິດ​ທີ່​ມີ​ການຄຸ້ມຄອງ​ໂດຍ​ກົງ​ຂອງລັດ​ຖະ​ບານຈີນ,” ນັ້ນຄື
​ຄຳ​ເວົ້າ​ຂອງ​ທ່ານ ບີ​ລ ປ​ຣີ​ແອ​ສ​ແທັບ ຜູ້​ຊ່ວຍຫົວ​ໜ້າ​ ພະ​ແນກຕ້ານ​ການ​ສືບ​ລັບຂອງ​
ອົງ​ການ​ສັນ​ຕິ​ບານ​ກາງ ຫລື FBI ສະ​ຫະ​ລັດ.

ກະ​ຊວງ​ຍຸ​ຕິ​ທຳເວົ້າ​ວ່າ ທ້າວ ຊູ ແມ່ນ​ເປັນ​ສະ​ມາ​ຊິກ​ລະ​ດັບ​ສູງຄົນ​ນຶ່ງຂອງ​ກະ​ຊວງປ້ອງ
​ກັນ​ຄວາມ​ໝັ້ນ​ຄົງ​ຂອ​ງ​ລັດ​ຖະ​ບານ ຊຶ່ງ​ເປັນອົງ​ການ​ສືບ​ລັບ​ຂອງ​ຈີນ ທີ່​ມີ​ສະ​ມາ​ຊິກທີ່
​ໄດ້​ຮັບ​ອະນຸ​ຍາດ​ໃຫ້​ທຳ​ການ​ສືບ​ລັ​ບຢູ່​ໃນ​ຈີນ ແລະ​ໃນ​ທົ່ວ​ໂລກ.

ທ່ານ ຈອນ ເດ​ເມີ​ສ໌ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ​ເວົ້າ​ວ່າ ກໍ​ລະ​ນີນີ້ ບໍ່
​ໄດ້​ແມ່ນ​ເຫດ​ການທີ່ເກີດ​ຂຶ້ນ​ແບບໂດດດ່ຽວ​ເລີຍ.

ທ່ານກ່າວ​ວ່າ “ມັນ​ເປັນ​ສ່ວນ​ນຶ່ງ​ຂອງ​ນະ​ໂຍ​ບາຍ​ເສດ​ຖະ​ກິດໂດຍ​ລວມເພື່ອ​ພັດ​ທະ​ນາ
ຈີນ​ໂດຍ​ສວຍ​ໃຊ້ຜົນ​ປະ​ໂຫຍດ​ຈາກ​ສະ​ຫະ​ລັດ. ພວກ​ເຮົາ​ບໍ່​ປ່ອຍ​ໃຫ້​ປະເທດໃດ ລັກ
ເອົາ​ຄວາມ​ຮູ້​ຄວາມ​ສາ​ມາດ ແລະ ​ໝາກຜົນ​ຂອງ​ສະ​ໝອງ ຂອງ​ພວກ​ເຮົາ. ພວກ​ເຮົາ​ຈະ
​ບໍ່​ຍອມປ່ອຍ​ໃຫ້​ຊາດ​ອື່ນ ມາ​ສວຍ​ເອົາ​ໝາກ​ຜົນທີ່​ພວກ​ເຂົາ​ບໍ່​ໄດ້ຫວ່ານ​ແກ່ນມັນເລີຍ.”

ອີງ​ຕາມ​ຂໍ້​ກ່າວ​ຫາ​ດັ່ງ​ກ່າວ, ໃນ​ປີ 2017 ທ້າວ ຊູ ໄດ້​ເກນ​ເອົາ​ພ​ວກ​ນັກ​ຊ່ຽວ​ຊານທີ່​ເຮັດ
​ວຽກ​ໃຫ້​ບໍ​ລິ​ສັດອະ​ວະ​ກາດ ທີ່​ຢູ່​ໃນ ແລະ​ຢູ່ນອກ​ສະ​ຫະ​ລັດ ໃຫ້​ເດີນ​ທາງ​ໄປຍັງ​ຈີນ ໃນ​
ລັກ​ສະ​ນະ​ທີ່ເປັນ​ຄື​ວ່າ​ໄປ​ທຳ​ການ​ປະ​ຖະ​ກະ​ຖາຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆ. ຈີນ​ຈ່າຍ
ຄ່າ​ເດີນ​ທາງ ແລະ​ຈ່າຍ​ຄ່າທຳ​ນຽມ​ໃຫ້​ພວກ​ນັກ ຊ່ຽວ​ຊານ​ເຫຼົ່າ​ນີ້.

ອີງ​ຕາມ​ໜັງ​ສື​ພິມວໍ​ຊິ​ງ​ຕັນ​ພໂພ​ສ​ທ໌, ນັກ​ສືບ​ຂອງ​ສະ​ຫະ​ລັດ ໄດ້​ຫລອກ​ໃຫ້​ທ້າວ ຊູ ເດີນ​
ທາງ​ໄປ​ແບ​ລ​ຢ້ຽມ ບ່ອນ​ທີ່​ລາວ​ຖືກ​ຈັບ. ໂດຍ​ອ້າງ​ອີງ​ໃສ່​ຄຳ​ຟ້ອງ​ຮ້ອງ​ຂອງ​ອົງ​ການ FBI
ໜັງ​ສື​ພິມ​ດັ່ງ​ກ່າວ​ເວົ້າ​ວ່າ ທ້າວ​ຊູພະ​ຍາ​ຍາມ​ທີ່​ຈະ​ເກ້ຍ​ກ່ອມ ໃຫ້​ນັກ​ຊ່ຽວ​ຊານ​ຄົນ​ນຶ່ງເອົາ​
ເອ​ກະ​ສານ​ຂອງ​ບໍ​ລິ​ສັດ​ທີ່​ຊ່ຽວ​ຊານ​ຄົນ​ນັ້ນຖື​ໄປ​ນຳໃຫ້​ລາວ ໂດຍ​ເປັນ​ສ່ວນ​ນຶ່ງ​ຂອງ​ການ
​ໄປ​ປະ​ຖະ​ກະ​ຖາ​ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຕາມ​ແຜນທີ່​ວາງ​ໄວ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG