ສະຫະລັດໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະເຮັດໃຫ້ຈີນຮັບເອົາຄວາມຮັບຜິດຊອບ ໃນອັນທີ່
ບັນດາເຈົ້າໜ້າທີ່ ອະທິບາຍວ່າ ເປັນການນຳໃຊ້ແສງແລເຊີ ທີ່ເປັນອັນຕະລາຍ ແລະບໍ່
ມີຄວາມລະມັດລະວັງ ຢູ່ໃກ້ກັບຖານທັບສະຫະລັດໃນອາຟຣິກາ.
ໂຄສົກທຳນຽບຂາວ ທ່ານນາງຊາຣາ ແຊນເດີຣສ໌ ກ່າວຕໍ່ບັນດານັກຂ່າວ ໃນວັນພະຫັດ
ວານນີ້ ເວລາມີການຖາມ ກ່ຽວກັບການທີ່ປັກກິ່ງໃຊ້ແສງແລເຊີແຮງ ສູງທາງທະຫານ
ແນ່ໃສ່ເຮືອບິນສະຫະລັດຊໍ້າແລ້ວຊໍ້າອີກ ທີ່ບິນຜ່ານປະເທດຈີບູຕີໃນເຂດອາຟຣິກາ
ຕາເວັນອອກ ໂດຍກ່າວວ່າ “ຈະມີຜົນທີ່ຕິດຕາມມາທັງໃນໄລຍະສັ້ນ ແລະໄລຍະຍາວ.”
ຢູ່ໃນຖະແຫຼງການສັ້ນໆ ທີ່ນຳອອກເຜີຍແຜ່ໃນຕອນແລງວັນສຸກມື້ນີ້ ກະຊວງປ້ອງກັນ
ປະເທດຈີນ ກ່າວວ່າ ການກ່າວຫາວນີ້ ບໍ່ມີຄວາມຈິງ.
ຖະແຫຼງການກ່າວວ່າ “ພວກເຮົາໄດ້ປະຕິເສດໄປແລ້ວ ກ່ຽວກັບການຕ້ອງຕິທີ່ບໍ່ມີຄວາມ
ຈິງ ໂດຍຜ່ານຊອ່ງທາງການຕິດຕໍ່ທາງການ. ຝ່າຍຈີນໄດ້ປະຕິບັດຢ່າງ ສະໝໍ່າສະເໝີ
ແລະຢ່າງເຄັ່ງຄັດ ຕາມກົດໝາຍສາກົນຂອງປະເທດໃນທ້ອງຖິ່ນ ແລະມີຄວາມໝັ້ນ
ໝາຍທີ່ຈະປົກປ້ອງຄວາມປອດໄພແລະສະຖຽນລະພາບ ຢູ່ໃນ ຂົງເຂດ.”
ໂຄສົກກະຊວງຕ່າງປະເທດ ທ່ານນາງຮົວ ຈຸນຍິງກ່າວວ່າ ຝ່າຍຈີນໄດ້ທຳການ “ກວດ
ກາຢ່າງແທ້ຈິງ” ກ່ຽວກັບອັນທີ່ຮ້ອງວ່າ ການຕ້ອງຕິ ແລະໄດ້ກ່າວຕໍ່ສະ ຫະລັດວ່າການ
ກ່າວຫານີ້ ບໍ່ມີມູນຄວາມຈິງ.
ທ່ານນາງຮົວກ່າວຢູ່ໃນການຖະແຫຼງຂ່າວປະຈຳວັນວ່າ “ທ່ານສາມາດເຕືອນໃຫ້ບຸກ
ຄົນທີ່ກ່ຽວຂ້ອງຂອງສະຫະລັດ ຈົ່ງຈຳຢູ່ໃນໃຈເຖິງຄວາມຈິງຕໍ່ອັນທີ່ເຂົາເຈົ້າໄດ້ກ່າວ
ແລະຢ່າໄດ້ຄາດຄະເນ ຫຼືກ່າວຫາໃດໆ.”
ອີງຕາມບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດສະຫະລັດແລ້ວ ແສງແລເຊີໄດ້ຍິງ
ຈາກຖານທັບຈີນທີ່ຕັ້ງຢູ່ໂດຣາເລ ຢ່າງໜ້ອຍສາມເທື່ອ ຊຶ່ງເປັນເຫດໃຫ້ ຕາຂອງນັກ
ບິນອາເມຣິກັນສອງຄົນໄດ້ຮັບບາດເຈັບເລັກນ້ອຍ.
ຫົວໜ້າໂຄສົກທຳນຽບຫ້າແຈ ທ່ານນາງເດນາ ໄວຕ໌ ກ່າວຕໍ່ບັນດານັກຂ່າວໃນວັນ
ພະຫັດວານນີ້ວ່າ “ມັນເປັນອຸບັດເຫດທີ່ຮ້າຍແຮງຫຼາຍ.”
ທ່ານນາງກ່າວ ໂດຍໃຫ້ຂໍ້ສັງເກດວ່າ ສະຫະລັດ ໄດ້ສົ່ງການປະທ້ວງຢ່າງເປັນທ່າງ
ການ ໄປຍັງລັດຖະບານຈີນວ່າ “ກິດຈະການດັ່ງກ່າວ ເປັນການຂົ່ມຂູ່ທີ່ແທ້ຈິງຕໍ່ນັກ
ບິນຂອງພວກເຮົາ. ພວກເຮົາຫວັງວ່າ ຈີນຈະສືບສວນຢ່າງຖີ່ຖ້ວນ.”