ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຟ້ອງ 8 ບໍລິສັດຂອງຈີນ ແລະຊາວຈີນ 12 ຄົນ ທີ່ກ່ຽວຂ້ອງ ກັບການຄ້າ ຢາເຟັນຕານິລ


ແຟ້ມຮູບ—ລັດຖະມົນຕີກະຊວງຍຸຕິທໍາ ທ່ານເມີຣິກ ກາແລນ (Merrick Garland) ກ່າວຖະແຫຼງການຢູ່ທີ່ກະຊວງຍຸຕິທໍາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ເມສາ 2023, ໃນຂະນະທີ່ຮອງລັດຖະມົນຕີກະຊວງຍຸຕິທໍາ ທ່ານນາງລິຊາ ໂມນາໂກ, ຊ້າຍ, ຢືນຢູ່.
ແຟ້ມຮູບ—ລັດຖະມົນຕີກະຊວງຍຸຕິທໍາ ທ່ານເມີຣິກ ກາແລນ (Merrick Garland) ກ່າວຖະແຫຼງການຢູ່ທີ່ກະຊວງຍຸຕິທໍາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ເມສາ 2023, ໃນຂະນະທີ່ຮອງລັດຖະມົນຕີກະຊວງຍຸຕິທໍາ ທ່ານນາງລິຊາ ໂມນາໂກ, ຊ້າຍ, ຢືນຢູ່.

ກະຊວງຍຸຕິທໍາຂອງສະຫະລັດ ໄດ້ປະກາດກ່ຽວ​ກັບການປາບປາມ​ຄັ້ງໃຫຍ່ ຕໍ່ເຄືອຂ່າຍເຟັນຕາ​ນິລ (Fentanyl) ໃນທົ່ວໂລກ, ໂດຍໄດ້ກ່າວຫາບໍລິສັດເຄມີຂອງຈີນ 8 ແຫ່ງ ແລະພະນັກງານຂອງພວກເຂົາອີກ 12 ຄົນ ທີ່ພົວພັນກັບວິກິດການ ຢາເສບ​ຕິດທີ່ຮ້າຍແຮງ ເຊິ່ງກໍາລັງທໍາລາຍສະຫະລັດ.

ໃນສຳ​ນວນຟ້ອງ 8 ຄະ​ດີ​ທີ່​ແຍກ​ກັນ ຢູ່ໃນລັດຟລໍຣິດາ, ໄອຍະການຂອງລັດ ຖະບານກາງໄດ້ກ່າວຫາບັນດາບໍລິສັດແລະພະນັກງານຂອງພວກເຂົາວ່າ ຜະ ລິດເຟັນຕານິລແລະຢາບ້າ, ໂດຍຈຳ​ໜ່າຍສານສັງເຄາະເສບ​ຕິດແລະສະຫນອງສານເຄມີຕັ້ງຕົ້ນ ເພື່ອຜະລິດຢາເສບຕິດທີ່ຜິດກົດຫມາຍ.

"ພວກເຮົາຮູ້ ວ່າລະບົບຕ່ອງໂສ້ອຸບ​ປະ​ທານຂອງເຟັນຕາ​ນິລໃນທົ່ວໂລກ, ​ເຊິ່ງສິ້ນສຸດລົງດ້ວຍການເສຍຊີວິດຂອງຊາວອາເມຣິກັນຈໍານວນຫຼາຍ, ໂດຍມັກຈະເລີ່ມຕົ້ນດ້ວຍບໍລິສັດເຄມີໃນຈີນ," ລັດຖະມົນຕີກະຊວງຍຸຕິທໍາ ທ່ານເມີຣິກ ກາແລນ (Merrick Garland) ກ່າວຢູ່ທີ່ການຖະແຫຼງຂ່າວ ໃນວັນອັງຄານວານນີ້ ໃນນະຄອນຫຼວງວໍຊິງຕັນ.

ທ່ານກ່າວວ່າ "ລັດຖະບານສະຫະລັດ ແມ່ນສຸມໃສ່ທໍາລາຍທຸກໆເຄືອຂ່າຍທີ່ເຊື່ອມໂຍງໃນລະບົບຕ່ອງໂສ້ນັ້ນ, ຕັດເຟັນຕານິລອອກຈາກຊຸມຊົນຂອງພວກເຮົາ, ແລະນໍາເອົາຜູ້ທີ່ຜະລິດມັນອອກມາ ໄປສູ່ຄວາມຍຸຕິທໍາ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG