ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ກະຊວງຍຸຕິທໍາ ສຫລ ໄດ້ຟ້ອງຊາວຈີນ 5 ຄົນ ໃນຂໍ້ຫາ ຮາວີລົບກວນປະຊາຊົນອາເມຣິກັນເຊື້ອສາຍຈີນ ທີ່ເຄີຍຕ້ອງຕິລັດຖະບານປັກກິ່ງ


ໄອຍະການຂອງ ສຫລ ທ່ານບຣີອອນ ພີສ ຢູ່ເບື້ອງຊ້າຍ ແລະ ທ່ານອາລານ ໂຄເລີ ຈູເນຍ (Alan Kohler Jr.), ຜູ້ຊ່ວຍຜູ້ອໍານວຍການ ໃນພະແນກຕໍ່ຕ້ານການສືບລັບຂອງ FBI, ໄປເຖິງບ່ອນຖະແຫຼງຂ່າວ ຢູ່ກະຊວງຍຸຕິທໍາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 16 ມີນາ 2022, ເພື່ອອະທິບາຍກ່ຽວກັບກົດໝາຍຕ່າງໆ ໃນການປາບປາມຂ້າມຊາດ.
ໄອຍະການຂອງ ສຫລ ທ່ານບຣີອອນ ພີສ ຢູ່ເບື້ອງຊ້າຍ ແລະ ທ່ານອາລານ ໂຄເລີ ຈູເນຍ (Alan Kohler Jr.), ຜູ້ຊ່ວຍຜູ້ອໍານວຍການ ໃນພະແນກຕໍ່ຕ້ານການສືບລັບຂອງ FBI, ໄປເຖິງບ່ອນຖະແຫຼງຂ່າວ ຢູ່ກະຊວງຍຸຕິທໍາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 16 ມີນາ 2022, ເພື່ອອະທິບາຍກ່ຽວກັບກົດໝາຍຕ່າງໆ ໃນການປາບປາມຂ້າມຊາດ.

ເຈົ້າໜ້າທີ່ຂອງສະຫະລັດ ໄດ້ປະກາດຟ້ອງ ໃນວັນພຸດມື້ວານນີ້ຕໍ່ 5 ຄົນ ທີ່ຖືກກ່າວຫາວ່າ ປະຕິບັດງານໃຫ້ກັບຕໍາຫຼວດລັບຂອງຈີນ ເພື່ອສອດແນມ ແລະລົບກວນປະຊາຊົນຊາວຈີນທີ່ອາໄສຢູ່ໃນສະຫະລັດ ເຊິ່ງເຄີຍຕ້ອງ​ຕິລັດຖະບານປັກກິ່ງ.

ຂໍ້ກ່າວຫາ​ເຫຼົ່າ​ນີ້ ໄ​ດ້​ມີການປະກາດໂດຍທ່ານບຣີອອນ ພີສ (Breon Peace), ເຊິ່ງເປັນໄອຍະການສະຫະລັດປະຈໍາເຂດ​ພ​າກຕາເວັນອອກ ຂອງລັດນິວຢອກ.

ຜູ້ຖືກ​ຂໍ້ຫາທັງ 5 ຄົນນັ້ນ ແມ່ນໄດ້ມີສ່ວນຮ່ວມໃນການຮາວີລົບກວນ, ຕິດຕາມ ແລະສອດແນມໃສ່ກຸ່ມເປົ້າໝາຍຂອງພວກເຂົາ.

ຜູ້ນຶ່ງຊື່ວ່າ ​ຈີມິງ ຫຼິນ (Qiming Lin), ມີຊື່ຢູ່ໃນ​ສຳ​ນວນ​ຟ້ອງໃນຖານະເປັນສະ ມາຊິກຂອງກະຊວງຄວາມໝັ້ນຄົງແຫ່ງຊາດຂອງ​ຈີນ ແລະປັດຈຸບັນແມ່ນປະ​ຕິ​ບັດ​ງານຢູ່ໃນ​ປະເທດຈີນ, ຖືກກ່າວຫາວ່າ ພະຍາຍາມແຊກແຊງ ຜູ້ລົງສະໝັກເລືອກຕັ້ງທີ່ເປັນເປົ້າໝາຍຄົນນຶ່ງ ເຊິ່ງເປັນນັກ​ລົບ​ເກົ່າ​ຂອງສະຫະລັດ ແລະກໍາລັງລົງສະໝັກເລືອກຕັ້ງ ໃນສະພາຕໍ່າ. ຜູ້ສະໝັກຄົນດັ່ງກ່າວ ເຄີຍມີສ່ວນຮ່ວມໃນການປະທ້ວງເພື່ອຮຽກຮ້ອງ​ເອົາປະຊາທິປະໄຕເມື່ອປີ 1989 ທີ່ຈະຕຸລັດທຽນອັນເໝິນ, ເຊິ່ງໄດ້ຖືກປາບປາມຢ່າງຮຸນແຮງ ໂດຍລັດຖະບານຈີນ.

ຜູ້ຖືກ​ກ່າວຫາອີກຄົນນຶ່ງ ແມ່ນພະຍາຍາມທີ່ຈະທໍາລາຍງານສິນລະປະຂອງເປົ້າໝາຍນຶ່ງ ໂດຍເຄີຍອາໄສຢູ່ໃນບໍລິເວນ ​ນະ​ຄອນລອສແອນເ​ຈີລິສ.

ອີກຄົນນຶ່ງ, ທີ່ກໍ່ຕັ້ງກຸ່ມສະໜັບສະໜຸນປະຊາທິປະໄຕ ຢູ່ໃນເຂດເລືອກຕັ້ງຄວີນສ (Queens) ຂອງນະ​ຄອນນິວຢອກ, ໄດ້ຖືກຕັ້ງຂໍ້ຫາ ດ້ວຍການຮວບຮວມຂໍ້ມູນກ່ຽວກັບກິດຈະກໍາຕ່າງໆທີ່ສໍາຄັນ ແລະສົ່ງຂໍ້ມູນຕ່າງໆເຫຼົ່ານັ້ນ ໄປໃຫ້ແກ່ລັດຖະ ບານຈີນ.

“ການປາບປາມຂ້າມຊາດ ແມ່ນທໍາລາຍປະຊາຊົນທີ່ອາໄສຢູ່ໃນສະຫະລັດ ແລະອາໄສຢູ່ໃນທົ່ວໂລກ ພ້ອມນັ້ນ ກໍເປັນໄພຄຸກຄາມຕໍ່ລະບຽບກົດໝາຍອີກດ້ວຍ,” ທ່ານແມັດທິວ ຈີ ໂອລສັນ (Matthew G. Olsen), ນັ້ນ​ຄື​ຄຳ​ເວົ້າ​ຂອງລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການກະ​ຊວງ​ຍຸ​ຕິ​ທຳຮັບ​ຜິດ​ຊອບດ້ານຄວາມໝັ້ນຄົງແຫ່ງຊາດ​ແລະ​ທ່ານກ່າວຕື່ມວ່າ ສະຫະລັດ “ຈະບໍ່ອະນຸຍາດໃຫ້ລັດ​ຖະບານຂອງປະເທດໃດກໍຕາມ” ເຂົ້າມາພົວພັນກັບການເຄື່ອນໄຫວຕ່າງໆ ພາຍໃນປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG