ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຕັ້ງຂໍ້ຫາ ລັກເຈາະຂໍ້ມູນ ໃນທົ່ວໂລກ ຕໍ່ພວກຊາວຈີນ 5 ຄົນ ແລະ ນັກທຸລະກິດ ຊາວມາເລເຊຍ 2 ຄົນ


ຊາຍຄົນນຶ່ງກຳລັງຕີແປ້ນໂຕອັກສອນສຳລັບຄອມພິວເຕີ້ ໃນລະຫວ່າງ ງານຮ່ວມຊຸມນຸມຂອງບັນດານັກແຮັກເກີ້ ທີ່ເອີ້ນວ່າ Def Con ໃນນະຄອນ ລາສ ເວກັສ ລັດເນວາດາ, ເມື່ອວັນທີ 29 ກໍລະກົດ 2017.
ຊາຍຄົນນຶ່ງກຳລັງຕີແປ້ນໂຕອັກສອນສຳລັບຄອມພິວເຕີ້ ໃນລະຫວ່າງ ງານຮ່ວມຊຸມນຸມຂອງບັນດານັກແຮັກເກີ້ ທີ່ເອີ້ນວ່າ Def Con ໃນນະຄອນ ລາສ ເວກັສ ລັດເນວາດາ, ເມື່ອວັນທີ 29 ກໍລະກົດ 2017.

ບັນດາໄອຍະການສະຫະລັດ ໃນວັນພຸດວານນີ້ໄດ້ປະກາດຂໍ້ຫາທາງອາຍາຕໍ່ພວກຜູ້ຕ້ອງສົງໄສລັກເຈາະຂໍ້ມູນ ຫຼື ແຮັກເກີ້ ຊາວຈີນ 5 ຄົນ ແລະນັກທຸລະ ກິດຊາວມາເລເຊຍສອງຄົນ ທີ່ມີສ່ວນກ່ຽວຂ້ອງ ໃນການລ່ວງລ້ຳທາງໄຊເບີ້ ຕໍ່ຫຼາຍກວ່າ 100 ບໍລິສັດ ແລະອົງການຈັດຕັ້ງຕ່າງໆ ຢູ່ໃນສະຫະລັດ ແລະປະ ເທດອື່ນໆ ເມື່ອບໍ່ເທົ່າປີຜ່ານມານີ້.

ຂໍ້ກ່າວຫາໃນຄວາມພະຍາຍາມລັກເຈາະຂໍ້ມູນນັ້ນ ໄດ້ເກີດຂຶ້ນຈາກຕົ້ນປີ 2014 ຈົນເຖິງເດືອນສິງຫາ 2020 ທີ່ໄດ້ແນເປົ້າໝາຍໃສ່ຄອມພິວເຕີຫຼາຍພັນເຄື່ອງຢູ່ໃນທົ່ວໂລກ ລວມທັງເຄືອຂ່າຍຄອມພິມເຕີ້ຂອງພວກບໍລິສັດຜະລິດເກມວີດີໂອຫຼາຍແຫ່ງ ທີ່ສ້າງລາຍໄດ້ມູນຄ່າ 1 ພັນລ້ານໂດລາ ຊຶ່ງສົ່ງຜົນໃຫ້ສູນເສຍລາຍໄດ້ຫຼາຍລ້ານໂດລາ ອິງຕາມການກ່າວຂອງບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ.

ພວກແຮັກເກີ້ 5 ຄົນ ຖືກກ່າວຫາວ່າ ເປັນສະມາຊິກຂອງກຸ່ມລັກເຈາະຂໍ້ມູນຂອງຈີນ ທີ່ຮູ້ຈັກກັນຄື APT-41 ຍັງຫລົບໜີການຈັບກຸມຢູ່. ພວກເຂົາໄດ້ຖືກລະບຸຕົວ ຄື ທ້າວຊາງ ຮົວຣານ ອາຍຸ 35 ປີ ທ້າວຖານ ດາຍລິນ ອາຍຸ 35 ປີ ທ້າວຈຽງ ລີສີ ອາຍຸ 35 ປີ ທ້າວຈຽນ ຊວນ ອາຍຸ 39 ປີ ແລະ ທ້າວຝູ ຈຽງ ອາຍຸ 37 ປີ.

ສ່ວນນັກທຸລະກິດຊາວມາເລເຊຍ 2 ຄົນນັ້ນ ຄື ທ້າວ ວອງ ອອງ ຫົວ ອາຍຸ 46 ປີ ແລະ ທ້າວລິງ ຢາງ ຈິງ ອາຍຸ 32 ປີ ໄດ້ຖືກຈັບກຸມໃນວັນອາທິດຜ່ານມາຢູ່ມາເລເຊຍ. ສະຫະລັດກຳລັງຫາທາງທີ່ຈະນຳເອົາພວກເຂົາເຈົ້າ ມາຍັງສະ ຫະລັດຊຶ່ງເປັນຂັ້ນຕອນການສົ່ງຜູ້ຮ້າຍຂ້າມແດນທີ່ອາດຈະໃຊ້ເວລາຫຼາຍເດືອນ. ຄູ່ນັກທຸລະກິດ ດັ່ງກ່າວໄດ້ຖືກກ່າວຫາວ່າ ສົມຮູ້ຮ່ວມຄິດກັບພວກແຮັກເກີ້ຊາວຈີນ 2 ຄົນ ເພື່ອຂາຍສະກຸນເງິນຂອງວີດີໂອເກມ ແລະສິ່ງອື່ນທີ່ໄດ້ຖືກລັກມາຈາກພວກນັກຄິດຄົ້ນຜະລິດວີດີໂອເກມຢູ່ໃນສະຫະລັດ ຝຣັ່ງ ຍີ່ປຸ່ນ ສິງກະໂປ ແລະເກົາຫຼີໃຕ້.

ສ່ວນພວກຜູ້ຕ້ອງສົງໄສຊາຍສາມຄົນ ຈະປະເຊີນກັບຂໍ້ຫາລັກເຈາະເຄືອຂ່າຍຄອມພິວເຕີ້ຂອງຫຼາຍກວ່າ 100 ບໍລິສັດ ອົງການຈັດຕັ້ງຕ່າງໆ ແລະບັນດາສ່ວນບຸກຄົນ ຢູ່ໃນສະຫະລັດ ແລະຢູ່ທົ່ວໂລກ ທີ່ປະກອບດ້ວຍ ອອສເຕຣເລຍ ບຣາຊີລ ຊີເລ ຮົງກົງ ອິນເດຍ ອິນໂດເນເຊຍ ຍີ່ປຸ່ນ ມາເລເຊຍ ປາກິສຖານ ສິງກະໂປ ເກົາຫຼີໃຕ້ ໄຕ້ຫວັນ ໄທ ແລະຫວຽດນາມ.

ນອກຈາກນັ້ນແລ້ວ ຊາຍທັງສາມຄົນຍັງໄດ້ຖືກກ່າວຫາວ່າ ເຮັດໃຫ້ເຄືອຂ່າຍຄອມພິວເຕີ້ຂອງລັດຖະບານ ໃນອິນເດຍແລະຫວຽດນາມ ຕົກຢູ່ໃນຄວາມສ່ຽງ ແລະໄດ້ພະຍາຍາມເຈາະເຂົ້າເຄືອຂ່າຍຄອມພິວເຕີ້ລັດຖະບານໃນອັງກິດ ບໍ່ສຳເລັດຜົນ ອິງຕາມສຳນວນການຟ້ອງຮ້ອງນັ້ນ.

ພວກຜູ້ຊາຍທັງໝົດ 7 ຄົນໄດ້ຖືກຟ້ອງໃນ 3 ຂໍ້ຫາ ໃນເດືອນສິງຫາ 2019 ແລະ ໃນເດືອນສິງຫາ 2020 ແລະໄດ້ຖືກເປີດດຳເນີນການໃນວັນພຸດວານນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG