ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ຕັ້ງຂໍ້ຫາ ຕໍ່ພົນລະເມືອງຈີນ 2 ຄົນ ໃນຖານໂຈມຕີເຈາະຂໍ້ມູນ ໃນທົ່ວໂລກ


ຕຶກສຳນັກງານໃຫຍ່ ກະຊວງຍຸຕິທຳສະຫະລັດ ແມ່ນເຫັນໄດ້ ຢູ່ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກໍລະກົດ 2018.
ຕຶກສຳນັກງານໃຫຍ່ ກະຊວງຍຸຕິທຳສະຫະລັດ ແມ່ນເຫັນໄດ້ ຢູ່ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກໍລະກົດ 2018.

ຊາວຈີນສອງຄົນໄດ້ຖືກຂໍ້ຫາ ຖານລັກເຈາະຂໍ້ມູນອົງການຈັດຕັ້ງຫຼາຍຮ້ອຍແຫ່ງໃນທົ່ວໂລກ ລວມທັງບັນດາບໍລິສັດເທັກໂນໂລຈີດ້ານຊີວະພາບທີ່ກຳລັງພັດທະ ນາຢາປ້ອງກັນພະຍາດ COVID-19 ຫຼືວັກຊີນ ແລະການຮັກສາປິ່ນປົວຕ່າງໆ ໃນຂະນະທີ່ເຮັດວຽກໃຫ້ກັບກົມຮັກສາຄວາມສະຫງົບຂອງຈີນ.

ທ້າວລີ ສຽວຢູ ອາຍຸ 34 ປີ ແລະທ້າວດົງ ຈາຍຊີ ອາຍຸ 33 ປີ ໄດ້ຖືກຂໍ້ຫາ 11 ກະທົງ ແບບເປີດເຜີຍຢູ່ທີ່ສານຂັ້ນຕົ້ນທາງພາກຕາເວັນອອກຂອງລັດວໍຊິງຕັນ ໃນວັນອັງຄານວານນີ້ ຊຶ່ງເປັນຂີດໝາຍຄັ້ງທຳອິດ ທີ່ບັນດາໄອຍະການສະ ຫະລັດ ໄດ້ກ່າວຟ້ອງພວກລັກເຈາະຂໍ້ມູນຫຼືແຮັກເກີ້ຊາວຈີນ ໃນສິ່ງທີ່ພວກເພິ່ນເອີ້ນວ່າ “ໄພຂົ່ມຂູ່ດ້ານໂປແກຣມຫຼາຍຮູບແບບ ຫຼື blended threat” ຂອງການທຳງາານ ໃຫ້ແກ່ລັດຖະບານຈີນ ໃນຂະນະດຽວກັນຍັງແນເປົ້າໝາຍໃສ່ພວກຜູ້ເຄາະຮ້າຍ ເພື່ອຜົນປະໂຫຍດສ່ວນຕົວນຳດ້ວຍ.

ທ່ານຈອນ ເດມເມີສ໌ ຫົວໜ້າພະແນກຄວາມໝັ້ນຄົງແຫ່ງຊາດຂອງກະຊວງຍຸຕິທຳ ໄດ້ກ່າວຫາຈີນກ່ຽວກັບການສະໜັບສະໜຸນອາຊະຍາກຳດ້ານອິນເຕີເນັດ.

“ຈີນ ບັດນີ້ໄດ້ເຂົ້າໃນຖານະຂອງຕົນແລ້ວ ຄຽງຂ້າງກັບຣັດເຊຍ ອີຣ່ານ ແລະເກົາຫຼີເໜືອ ໃນນັ້ນເປັນສະໂມສອນບັນດາປະເທດອັບອາຍຂາຍໜ້າ ທີ່ສະໜອງບ່ອນຫລົບໄພໃຫ້ແກ່ພວກອາຊະຍາກອນທາງໄຊເບີ ໃນການແລກປ່ຽນກັບການຖືກ “ເອີ້ນມາ” ເຮັດວຽກຍາມໃດກໍໄດ້ ເພື່ອປະໂຫຍດຂອງປະເທດ ຢູ່ທີ່ນີ້ ເພື່ອປ້ອນຄວາມຫີວໂຫຍທີ່ບໍ່ມີເມືອງພໍສຳລັບຊັບສິນທາງດ້ານສະຕິປັນຍາ ທີ່ໄດ້ມາດ້ວຍຄວາມຍາກລຳບາກຂອງບໍລິສັດຈາກອາເມຣິກາ ແລະບໍລິສັດທີ່ບໍ່ແມ່ນຈີນທັງຫຼາຍ ໃຫ້ແກ່ພັກຄອມມິວນິສຂອງຈີນ ລວມທັງ ການຄົ້ນຄວ້າພະຍາດ COVID-19” ນັ້ນແມ່ນຄໍາເວົ້າຂອງທ່ານເດມເມີສ໌ ທີ່ໄດ້ກ່າວໄປຢູ່ທີ່ກອງປະຊຸມຖະແຫລງຂ່າວ.

ທ້າວລີ ແລະທ້າວດົງ ເປັນອະດີດເພື່ອນນັກສຶກສາຢູ່ທີ່ໂຮງຮຽນວິສະວະກຳໄຟ ຟ້າໃນຈີນ ໄດ້ປະຕິບັດໃນສອງບົດບາດ ຄຽງຄູ່ກັນໄປ ໃນລະຫວ່າງການໂຈມຕີລັກເຈາະຂໍ້ມູນ ອີງຕາມຄຳຟ້ອງຮ້ອງ 27 ໜ້ານັ້ນ. ໃນຂະນະດຽວກັນນັ້ນ ທ້າວດົງ ໄດ້ສຶກສາຄົ້ນຄວ້າເບິ່ງພວກຜູ້ເຄາະຮ້າຍ ແລະໄດ້ດຳເນີນການສອດແນມເກັບກຳຂໍ້ມູນ ສ່ວນທ້າວລີ ໄດ້ລັກເຈາະເຂົ້າເຄືອຂ່າຍຕ່າງໆ ແລະໄດ້ຂະໂມຍເອົາຂໍ້ມູນ ອີງຕາມຄຳຟ້ອງຮ້ອງທີ່ໄດ້ກ່າວໄປນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG