ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະ​ຫະ​ລັດ ຕັ້ງ​ຂໍ້​ຫາ​ຕໍ່​ເຈົ້າ​ໜ້າ​ທີ່ ຈີນ 2 ຄົນ​ສຳ​ລັບ​ການ​ຂັດ​ຂວາງ​ການ​ສືບ​ສວນ​ບໍ​ລິ​ສັດ ຫົວ​ເຫວີຍ


ຜູ້​ອຳ​ນວຍ​ການ​ອົງ​ການ FBI ທ່ານ ຄ​ຣິ​ສ​ໂຕ​ເຟີ ເວ​ຣ, ຊ້າຍ, ຮ່ວມ​ກັບ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ທ່ານ ເມີ​ຣິກ ກາ​ແລນ, ກ່າວ​ຄຳ​ປາ​ໄສ​ຕໍ່​ນັກ​ຂ່າວ ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ປະ​ກາດ​ຂໍ້​ກ່າວ​ຫາ​ຕໍ່​ຜູ້​ຊາຍ​ສອງ​ຄົນ​ທີ່​ຖືກ​ສົງ​ໄສວ່າ​ເປັນ​ນັກ​ສືບ​ຈີນ.
ຜູ້​ອຳ​ນວຍ​ການ​ອົງ​ການ FBI ທ່ານ ຄ​ຣິ​ສ​ໂຕ​ເຟີ ເວ​ຣ, ຊ້າຍ, ຮ່ວມ​ກັບ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ທ່ານ ເມີ​ຣິກ ກາ​ແລນ, ກ່າວ​ຄຳ​ປາ​ໄສ​ຕໍ່​ນັກ​ຂ່າວ ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ປະ​ກາດ​ຂໍ້​ກ່າວ​ຫາ​ຕໍ່​ຜູ້​ຊາຍ​ສອງ​ຄົນ​ທີ່​ຖືກ​ສົງ​ໄສວ່າ​ເປັນ​ນັກ​ສືບ​ຈີນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ ສະ​ຫະ​ລັດ ໃນ​ວັນ​ຈັນ​ວານນີ້​ໄດ້​ເປີດ​ເຜີຍ​ຂໍ້​ກ່າວ​ຫາ​ຕໍ່​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຈີນ​ສອງ​ຄົນ​ທີ່​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ພະ​ຍາ​ຍາມ​ທີ່​ຈະ​ຂັດ​ຂວາງ​ການ​ລົງ​ໂທດທາງ​ອາ​ຍາ ​ຕໍ່​ບໍ​ລິ​ສັດ​ຍັກ​ໃຫຍ່​ດ້ານ​ໂທ​ລ​ະ​ຄົມ ຫົວ​ເຫວີຍ ເທັກ​ໂນ​ໂລ​ຈີ ຂອງ​ກະ​ຊວງ​ຍຸ​ຕິ​ທຳ.

ຂໍ້​ກາວ​ຫາ​ຕ່າງໆ​ແມ່ນ​ສ່ວນ​ນຶ່ງ​ຂອງ​ສາມ​ຄະ​ດີ​ອາ​ຍາ​ແຕກ​ຕ່າງ​ກັນ​ທີ່​ຖືກ​ປະ​ກາດ​ໃນ​ວັນ​ຈັນ​ວານນີ້​ຕໍ່​ຄົນ ຈີນ 13 ຄົນ, ລວມ​ທັງ​ເຈົ້າ​ໜ້າ​ທີ່ 10 ຄົນ ແລະ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ.

ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ສະ​ຫະ​ລັດ ທ່ານ ເມີ​ຣິກ ກາ​ແລນ, ຜູ້​ອຳ​ນວຍ​ການ​ອົງ​ການ FBI ທ່ານ ຄ​ຣິ​ສ​ໂຕ​ເຟີ ເວ​ຣ ແລະ ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ​ລະ​ດັບ​ສູງ​ຄົນ​ອື່ນໆ​ໄດ້​ປະ​ກາດ​ຂໍ້​ກ່າວ​ຫາ​ຕ່າງໆ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ.

ທ່ານ ກາ​ແລນ ໄດ້​ກ່າວ​ວ່າ “ດັ່ງ​ທີ່​ຄະ​ດີນີ້​ໄດ້​ສະ​ແດງ​ໃຫ້​ເຫັນ, ລັດ​ຖະ​ບານ ຈີນ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ແຊກ​ແຊງ​ໃນສິດ​ທິ ແລະ ເສ​ລີ​ພາບ​ຂອງ​ບຸກ​ຄົນ ​ໃນສະ​ຫະ​ລັດ ແລະ ເພື່ອ​ທຳ​ລາຍ​ລະ​ບົບ​ຕຸ​ລາ​ການ​ຂອງ​ພວກ​ເຮົາ​ທີ່​ປົກ​ປ້ອງ​ສິດ​ທິ​ພວກເຂົາ​ນັ້ນ. ​ແຕ່ພວກ​ເຂົາ​ບໍ່​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ.”

ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ບໍ່​ໄດ້​ເອີ້ນ​ຊື່​ຂອງ ບໍ​ລິ​ສັດ ຫົວ​ເຫວີຍ ນັ້ນ, ການ​ຟ້ອງ​ຮ້ອງ​ທາງ​ອາ​ຍາ​ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຈີນ​ສອງ​ຄົນ​ທີ່ປະ​ກອບ​ມີ​ລາຍ​ລະ​ອຽດ​ທີ່ບໍ່​ມີ​ຄວາມ​ຜິດ​ພາດ ກ່ຽວ​ກັບ ບໍລິສັດ​ສະ​ໜອງ​ດ້ານ​ໂທ​ລະ​ຄົມຂອງ​ຈີນ, ເຊິ່ງ​ຖືກ​ຕັດ​ສິນ​ໂທດ​ເມື່ອ​ປີ 2019 ໃນ​ຂໍ້​ກ່າວ​ຫາ ກ່ຽວ​ກັບ ການ​ລະ​ເມີດ​ມາດ​ຕະ​ການ​ລົງ​ໂທດຂອງສະ​ຫະ​ລັດ ຕໍ່ ອີ​ຣ່ານ.

ເຈົ້າ​ໜ້າ​ທີ່​ສືບ​ລັບ​ຈີນ​ສອງ​ຄົນ​ດັ່ງ​ກ່າວ, ທີ່​ຖືກ​ລະ​ບຸ​ຕົວ​ໃນ​ເອ​ກະ​ສານ​ຂອງ​ສານ​ດັ່ງ​ກັບ ​ທ້າວ ດອງ ຮີ ແລະ ເຊັງ ຫວັງ ນັ້ນ, ຖືກ​ກ່າວ​ຫາ​ກ່ຽວ​ກັບ ການ​ພະ​ຍາ​ຍາມ​ທີ່​ຈະ​ລັກ​ຂໍ້​ມູນ​ລັບ ກ່ຽວ​ກັບ ການ​ສືບ​ສວນ​ສອບ​ສວນ ​ບໍ​ລິ​ສັດ ຫົວ​ເຫວີຍ ຈາກ​ພະ​ນັກ​ງານ​ລັດ​ຖະ​ບານ ສະ​ຫະ​ລັດ ທີ່​ເຂົາ​ເຈົ້າ​ເຊື່ອ​ວ່າ​ຖືກ​ເກນ​ເພື່ອ​ຜົນ​ປະ​ໂຫຍດຂອງຕົນ.

ຄົນ​ດັ່ງ​ກ່າວປາ​ກົດ​ວ່າ​ເປັນ​ເຈົ້າ​ໜ້າ​ທີ່​ທີ່​ປອມ​ເປັນ​ນັກ​ສືບ​ລັບ​ທີ່​ເຮັດ​ວຽກ​ໃຫ້​ອົງ​ການ FBI.

ໄອ​ຍະ​ການ ສະ​ຫະ​ລັດ ທ່ານ ບ​ຣີ​ອອນ ພີ​ສ (Breon Peace) ສຳ​ລັບ​ເຂດ​ຕ​າ​ເວັນ​ອອກ​ຂອງ​ລັດ​ນິວຢອກ ໄດ້​ກ່າວ​ວ່າ “ການ​ຟ້ອງ​ຮ້ອງ​ຂອງມື້ນີ້​ໄດ້​ເນັ້ນ​ໃຫ້​ເຫັນ​ຄວາມ​ພະ​ຍາ​ຍາມ​ຢ່າງບໍ່​ລົດ​ລະ​ຂອງລັດ​ຖະ​ບານສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ຫຼື PRC ເພື່ອ​ທຳ​ລາຍ​ລະ​ບຽບ​ກົດ​ໝາຍ. ພວກ​ເຮົາ​ຈະ​ດຳ​ເນີນ​ການ​ຢ່າງ​ເດັດ​ດ່ຽວ​ຕະຫຼອດ​ເວ​ລາ​ ເພື່ອ​ຕອບ​ໂຕ້​ການ​ກະ​ທຳ​ດ້ານ​ອາ​ຊະ​ຍາ​ກຳ​ທີ່​ແນ​ເປົ້າ​ໃສ່​ລະ​ບົບ​ຍຸ​ຕິ​ທຳ​ຂອງ​ພວກ​ເຮົາ.”

ທ້າວ ຮີ ແລະ ທ້າວ ຫວັງ ຖືກ​ຕັ້ງ​ຂໍ້​ຫາ​ກ່ຽວ​ກັບ ການ​ພະ​ຍາ​ຍາມ​ຂັດ​ຂວາງ​ການ​ລົງ​ໂທດ​ທາງ​ອາ​ຍາ. ນອກ​ຈາກ​ນັ້ງ, ທ້າວ ດອງ ຮີ ຈະ​ປະ​ເຊີນ​ກັບ​ນຶ່ງ​ຂໍ້​ຫາ ກ່ຽວ​ກັບ ການ​ຟອກ​ເງິນ​ສຳ​ລັບ​ການ​ສະ​ເໜີ​ຊື້​ຈ້າງ​ດ້ວຍ​ສະ​ກຸນ​ເງິນ​ດິ​ຈິ​ຕອ​ລ Bitcoin 41,000 ໂດ​ລາ​ໃຫ້​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ​ທີ່ປອມ​ເປັນ​ນັກ​ສືບ​ລັບນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG