ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະນາຄານກາງ ສຫລ ຈະຕັດ ການຊື້ພັນທະບັດລົງ 10 ຕື້ ໂດລາ ຕໍ່ເດືອນ (ວີດີໂອ)


US Central Bank Reduces Monthly Bond Purchases to $65 Billion
please wait

No media source currently available

0:00 0:01:52 0:00
ລິງໂດຍກົງ
ພວກວາງນະໂຍບາຍ ທີ່ທະນາຄານກາງສະຫະລັດ ກຳລັງຕັດ
ການໃຫ້ການສະໜັບສະໜຸນໂດຍກົງຂອງຕົນລົງອີກ ແກ່ເສດ ຖະກິດໃຫຍ່ທີ່ສຸດຂອງໂລກ.

ທະນາຄານກາງສະຫະລັດກ່າວໃຫ້ຮູ້ໃນວັນພຸດວານນີ້ວ່າ ຕົນ
ຈະຊື້ພັນທະບັດເປັນມູນຄ່າ 65 ຕື້ໂດລາ ໃນເດືອນກຸມພາຈະ
ມາເຖິງນີ້ ເພື່ອເພີ່ມເງິນຂຶ້ນອີກ ເຂົ້າໃນເສດຖະກິດ ເພື່ອຊຸກຍູ້
ການສ້າງໜ້າວຽກຂຶ້ນແລະຮັກສາອັດຕາດອກເບ້ຍເງິນກູ້ໃຫ້ຢູ່
ໃນລະດັບຕໍ່າ.

ແຕ່ມູນຄ່າຂອງການຊື້ຊັບສິນດັ່ງກ່າວຈະເປັນມູນຄ່າ 10 ຕື້ໂດ
ລາໜ້ອຍກວ່າເດືອນນີ້ ແລະຈະເຮັດໃຫ້ທະນາຄານກາງ ຢູ່ໃນທິດທາງ ທີ່ຈະຜ່ອນຄາຍຈຳ
ນວນເງິນລົງທີ່ຈະເຮັດໃຫ້ໂຄງການດັ່ງກ່າວໝົດໄປພາຍໃນທ້າຍປີນີ້ ຖ້າຫາກການເສດຖະ ກິດຂອງສະຫະ ລັດຈະສືບຕໍ່ກ້າວໜ້າຕໍ່ໄປ.

ຖະແຫຼງການທີ່ມີຂຶ້ນຫຼັງຈາກການພົບປະກັນເປັນເວລາ 2 ມື້ ທີ່ກຸງວໍຊິງຕັນທະນາຄານກາງ ກ່າວວ່າ ຕົນເຫັນການເຄື່ອນໄຫວທາງດ້ານເສດຖະກິດທີ່ດີຂຶ້ນ ທີ່ມີການເຕີບໂຕທີ່ແຂງແຮງ ຂຶ້ນໃນການເສດຖະກິດທີ່ຂະຫຍາຍໂຕອອກ.

ທະນາຄານກາງກ່າວວ່າ ຕົນຈະຮັກສາອັດຕາດອກເບ້ຍເງິນກູ້ຕໍ່າ ເກືອບສູນເປີເຊັນ ແລະ ເບິ່ງຄືວ່າ ຈະດຳເນີນໃຫ້ອັດຕາດັ່ງກ່າວນີ້ສືບຕໍ່ໄປຈົນກວ່າວ່າ ເວລາໃດອັດຕາຫວ່າງງານ ຂອງສະຫະລັດຈະລົດລົງເຖິງ 6.5 ນັ້ນ. ເວລານີ້ອັດຕາຫວ່າງງານຢູ່ໃນສະຫະລັດແມ່ນ 6.7 ເປີເຊັນ ຊຶ່ງເປັນອັດຕາຕໍ່າສຸດ ໃນຮອບ 5 ປີຜ່ານມາ.
XS
SM
MD
LG