ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຄານ​ກາງ​ ສະຫະລັດ ປັບ​​ອັດຕາ​ດອກ​ເບ້ຍ ສູງຂຶ້ນ ​ເລັກ​ນ້ອຍ ​


US Central Bank Raises Benchmark Rate as US Economy Strengthens
please wait

No media source currently available

0:00 0:01:55 0:00

ທະນາຄານ​ກາງ​ສະຫະລັດ ​ໄດ້​ຂຶ້ນ​ອັດຕາ​ດອກ​ເບ້ຍ ​ພຽງ​ເລັກ​ນ້ອຍ ​ໃນ​ວັນ​ພຸດ​ວານນີ້
ໃນ​ຂະນະ​ທີ່​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ ເສດຖະກິດ​ແມ່ນ​ກຳລັງ​ເດີນ​ກ້າວໜ້າ​ໄປສູ່ ການ​ມີ
​ວຽກ​ເຮັດ​ງານ​ທຳ​ທີ່​ເຕັມອັດຕາ ​ແລະສະພາບ​ເງິນເຟີ້​ແມ່ນ​ສູງ​ຂຶ້ນ​ໃນ​ລະດັບ​ປານ​ກາງ.

ພວກ​ຜູ້ນຳ​ຂອງ​ທະນາຄານ​ກາງ ​ໄດ້ອະພິປາຍ​ກັນ​ກ່ຽວ​ກັບ ​ນະ​ໂຍບານ​ການ​ຂຶ້ນ​ດອກ​ເບ້ຍ
ເປັນ​ເວ​ລາ​ສອງ​ມື້​ນີ້ ​ທີ່​ນະຄອນຫຼວງ​ວໍຊີງຕັນ ​ແລະ​ພວກ​ເຂົາ​ເຈົ້າ ກໍ​ໄດ້​ຕັດສິນ​ໃຈ .25 ​
ເປີ​ເຊັນ.

ທະນາຄານ​ກາງ ​ໄດ້​ຕັດ​ອັດຕາ​ດອກ​ເບັ້ຍລົງ​ເກືອບເຖິງ​ສູນ ​ໃນ​ຊ່ວງ​ທີ່​ເສດຖະກິດ​ຖົດ
ຖອຍ​ ​ເພື່ອຕໍ່ສູ້​ກັບ​ການຫ​ວ່າງງານ ​ແລະ​ກະຕຸກ​ຊຸກຍູ້ໃຫ້​ເສດຖະກິດຈະ​ເລີນ​ເຕີມ​ໂຕ​ ​
ແຕ່​ປະຈຸ​ບັນ​ນີ້ ​ເສດຖະກິດທີ່​ຟື້ນ​ໂຕ​ຄືນ​ແລ້ວ ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງການ​ຄວາມ​
ຊ່ອຍ​ເຫຼືອອີກແລ້ວ.

ນັກ​ເສດຖະສາດ​ຂອງທະນາຄານ​ PNC ທ່ານ Gus Faucher ກ່າວ​ວ່າ ພວກ​ບໍລິ​ໂພ​ກ
ທີ່​ຂັບ​ດັ​ນການໝູນວຽນ​ເສດ​ຖະກິດ​ໃນ​ສະຫະລັດ ​ແມ່ນ “ຢູ່​ໃນ​ສະຖານະ​ການ​ທີ່​ດີ​ແລ້ວ”
ດ້ວຍ “ການ​ມີໜ້າ​ວຽກ​ຫຼາຍ​ແລະ​ຄ່​າຈ້າງແຮງ​ງານ​...​ແມ່ນເພີ່ມ​ຂຶ້ນ.”
​ໃນ​ການ​ສຳ​ຫຼວດ
ໂດຍ​ພວກ​ຜູ້ນຳ​ການ​ເງິນ​ທີ່​ສຳຄັນ ​ຂອງກຸ່ມ​ສະມາຄົມ​ນັກບັນຊີ​ຕ່າງປະ​ເທດ ສະ​ແດງ​ໃຫ້
​ເຫັນ​ເຖິງ ການ​ມີ​ຄວາມ​ໝັ້ນ​ໃຈ ​ໃນລະດັບ​ສູງ ກ່ຽວ​ກັບເສດຖະກິດ​ໃນຮອບ​ຫຼາຍໆ​ປີ.

ນີ້​ແມ່ນ​ເປັນ​ການ​ຂຶ້ນອັດຕາ​ດອກ​ເບັ້ຍ ຄັ້ງ​ທີ 2 ​ໃນ​ຮອບ​ສອງ​ເດືອນ ​ແລະ​ພວກ​ນັກວິ​ໄຈ
​ພາກັນເບິງ​ລາຍ​ງານ​ຂອງ​ລັດຖະບານ​ກາງຢ່າງ​ໃກ້ຊິດ​ເພື່ອ​ຊອກ​ຫາ​ຮ່ອງຮອຍ ວ່າຍັງ​ອີກ
​ໄວ​ປານ​ໃດ ​ແລະ​ຍັງ​ອີກ​ດົນ​ປານ​ໃດ ອັດຕາ​ດອກ​ເບັ້ຍນີ້ ຈຶ່ງ​ຈະ​ຂຶ້ນອີກ ພາຍ​ໃນ​ປີ​ນີ້.
ພວກ​ເຈົ້າ​ໜ້າ​ທີ່​ ​ໃຊ້ການ​ຂຶ້ນອັດຕາ​ດອກ​ເບັ້ຍ​ນີ້ ​ເພື່ອ​ລະ​ງັບເຮັດ​ໃຫ້ເສດຖະກິດ​ເຢັນ​
ຕົວ​ລົງແລະ​ປ້ອງກັນ​ບໍ່​ໃຫ້​ເກີດເງິນ​ເຟີ້ສູງທີ່​ສາມາດ​ທຳລາຍ​ການ​ເຕີບ​ໂຕຂອງ​ເສດຖະກິດ.

ການ​ຂຶ້ນ​ອັດຕາດອກ​ເບ້ຍ .25 ​ເປີ​ເຊັນຈີ ຈະ​ເຮັດ​ໃຫ້ພວກ​ຜູ້​ຄົນ​ທີ່​ໃຊ້​ບັດສິນ​ເຊື່ອ
ໃນ​ສະຫະລັດ ຕ້ອງ​ໄດ້​ຈ່າຍດອກ​ເບ້ຍ​ ຫຼາຍ​ກວ່າ 1 ພັນ 600 ລ້ານ​ໂດລ່າ ​ໃນ​ປີ​ນີ້
ອິງ​ຕາມ ນັກ​ຊ່ຽວຊານ ຈາກ Wallethub.com. ພວກ​ນັກ​ຊ່ຽວຊານຈາກ​ເວັບ​ໄຊ​ດັ່ງກ່າວ
​ແມ່ນ​ເກັບ​ກຳ ​ແລະຕິດຕາມ​ເບິ່ງ​ພວກ​ຜູ້​ຄົນ​ທີ່ໃຊ້​ບັດສິນ​ເຊື່ອ ແລະກ່າວ​ວ່າ ການ​ຈ່າຍ​ເງິນ​ໃນອັດຕາດອກ​ເບ້ຍທີ່​ສູງ​ນັ້ນ ຈະ​ເຮັດ​ໃຫ້​ຈ່າຍ​ໜີ້​ສິນ​ທີ່​ວ່າ​ນີ້ ຍາກ​ຂຶ້ນ ຊຶ່ງ​ຈະ​ຖີບ​ຕົວ
​ສູງ​ຂຶ້ນ​ເປັນ​ປະຫວັດ​ການ​ໃນ​ທ້າຍ​ປີ​ນີ້.

​ເວັບ​ໄຊ Wallethub ກ່າ​ວວ່າ ມັນ​ເປັນ​ການ​ຍາກ​ທີ່​ຈະ​ຕິດ​ຕາມ​ເບິ່ງ​ຕົວ​ເລກ​ທີ່​ແນ່ຊັດ
​ກ່ຽວ​ກັບ​ການ​ຂຶ້ນອັດຕາດອກ​ເບ້ຍຂອງ​ລັດຖະບານ​ກາງຈະ​ມີ​ຜົນກະທົບຫລາຍ​ປານ ​
ໃດ​ຕໍ່​ການກູ້​ຢືມ​ເງິນມາ​ຊື້ບ້ານ​ເຮືອນ​ແລະລົດ, ​ແຕ່​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ປະສົບ​ພະການ​
ຫວ່າງ​ມໍ່ໆ​ມາ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຂົາ​ເຈົ້າ​ເບິ່ງ​ຄື​ວ່າ ມັນ​ຈະ​ແພງ​ຂຶ້ນ​ເຊັ່ນ​ກັນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG