ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານກາງສະຫະລັດ ຮັກສາອັດຕາດອກເບ້ຍ ຂອງຕົນ​ ໃຫ້​ຢູ່​ໃນ​ລະດັບ​ເດີມ


US Fed Keeps Interest Rates Unchanged
please wait

No media source currently available

0:00 0:01:43 0:00

ບັນດາເຈົ້າໜ້າທີ່ຂັ້ນສູງຂອງທະນາຄານກາງສະຫະລັດ ຈະຮັກ
ສາ ອັດຕາດອກເບ້ຍ ທີ່ສຳຄັນຂອງຕົນ​ໃຫ້​ຢູ່​ໃນ​ລະດັບ​ເດີມ ​ໃນ
ເວລານີ້.

ໃນວັນພຸດວານນີ້ ທະນາຄານກາງສະຫະລັດ ຍັງໄດ້ສະ​ແດງ​ໃຫ້
​ເຫັນ​ຢ່າງຈະແຈ້ງວ່າ ມີທາງເປັນໄປໄດ້ ທີ່ບັນດາເຈົ້າໜ້າທີ່ ຈະ
ຂຶ້ນອັດຕາດອກເບ້ຍ ຕາມທີຫຼັງ ພາຍໃນປີນີ້ ບາງທີ ສອງເທື່ອ
ໃນຈຳນວນເທື່ອລະໜ້ອຍ.

ກ່ອນໜ້ານີ້ ບັນດານັກຊ່ຽວຊານ ໄດ້ຄາດໝາຍໄວ້ວ່າ ຈະມີການ
ຂຶ້ນ ອັດຕາດອກເບ້ຍ ໃນຈຳນວນທີ່ຫຼາຍກວ່ານັ້ນ.

ຢູ່ໃນກອງປະຊຸມກັບບັນດານັກຂ່າວ ປະທານທະນາຄານກາງສະຫະລັດ ທ່ານນາງ Janet
Yellen ໄດ້ກ່າວວ່າ ອັດຕາເງິນເຟີ້ “ໄດ້ເພີ້ມຂຶ້ນ” ໃນບໍ່​ເທົ່າ​ໃດເດືອນຜ່ານມານີ້ ແຕ່ “ສືບຕໍ່
ຕ່ຳ​ກວ່າ”
ລະດັບ 2 ເປີເຊັນ ຕາມເປົ້າໝາຍຂອງ ທະນາຄານກາງສະຫະລັດ ທີ່​ວາງ​ໄວ້.

ທ່ານນາງ Yellen ໄດ້ກ່າວວ່າ ການຂະຫຍາຍໂຕດ້ານເສດຖະກິດຂອງຕ່າງປະເທດ ທີ່
ຊ້າລົງ ເປັນຜົນເຮັດໃຫ້ມີຄວາມສ່ຽງບາງຢ່າງ ຕໍ່ເສດຖະກິດຂອງສະຫະລັດ ຊຶ່ງເຮັດໃຫ້ ມີ “ຄວາມຮອບຄອບ” ທີ່ຈະສືບຕໍ່ຮັກສາ​ລະດັບອັດຕາດອກເບ້ຍຕ່ຳ. ທ່ານນາງຍັງໄດ້ກ່າວ
ອີກວ່າ ການຫວ່າງງານຈະສືບຕໍ່ດີຂຶ້ນ ​ໂດຍຈະຫລຸດລົງໄປຢູ່ 4.7 ເປີເຊັນ ພາຍໃນທ້າຍປີນີ້.

ທະນາຄານກາງສະຫະລັດ ໄດ້ຂຶ້ນອັດຕາດອກເບ້ຍ​ເທື່ອຫຼ້າສຸດ ໃນເດືອນທັນວາ ຢູ່ທີ່ລະດັບ
1.5 ເປີີເຊັນ ທີ່ຖືວ່າ ຍັງຕ່ຳຢູ່.

ໜ້າທີ່ຂອງທະນາຄານກາງສະຫະລັດ ແມ່ນເພື່ອສົ່ງເສີມ ການວ່າຈ້າງວຽກ​ເຮັດງານທຳ
ເຕັມເວລາ ແລະ ເຮັດໃຫ້ລາຄາທຸ່ນທ່ຽງ. ໂດຍການຕັດອັດຕາດອກເບ້ຍລົງ ໄດ້ຊ່ອຍໃຫ້
ກະຕຸ້ນເສດຖະກິດ ແລະການວ່າຈ້າງວຽກ​ເຮັດ​ງານທຳ ໃນລະຫວ່າງພາວະເສດຖະກິດ ທີ່
ຖົດຖອຍ. ທະນາຄານກາງສະຫະລັດ ຕາມທຳມະດາ ຈະຂຶ້ນອັດຕາດອກເບ້ຍ ເພື່ອຈະຮັກ
ສາ ອັດຕາເງິນເຟີ້ ບໍ່ໃຫ້ສູງຂຶ້ນຫຼາຍເກີນໄປ ຊຶ່ງອາດເປັນໄພຕໍ່ເສດຖະກິດ.

US Economy
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG