ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທ​ຣຳ ໃຫ້ສັນ​ຍານ​ວ່າ ຂໍ້​ຕົກ​ລົງ ກົວ​​ເຕ​ມາ​ລາ ແລະ​ຕັດ​ການ​ຊ່ອຍ​ເຫຼືອ ໄປ​ຍັງ​​ອາ​ເມຣິ​ກາກາງ ກ່ຽວ​ກັບ​ພວກ​ໜີ​ເຂົ້າ​ເມືອງ


ພວກ​ໜີ​ເຂົ້າ​ເມືອງອາເມຣິກາກາງ ຍືນຢູ່​ໃນແພຂ້າມແມ່ນ້ຳ Suchiate ຈາກກົວເຕມາລາໄປຍັງເມັກຊິໂກ ໃນຂະນະທີ່ ພູເຂົາໄຟ ຕັ້ງຢູ່ຕະງ້ານໃກ້ໆກັບ Ciudad Hidalgo, ເມັກຊິໂກ, 10 ມິຖຸນາ 2019.
ພວກ​ໜີ​ເຂົ້າ​ເມືອງອາເມຣິກາກາງ ຍືນຢູ່​ໃນແພຂ້າມແມ່ນ້ຳ Suchiate ຈາກກົວເຕມາລາໄປຍັງເມັກຊິໂກ ໃນຂະນະທີ່ ພູເຂົາໄຟ ຕັ້ງຢູ່ຕະງ້ານໃກ້ໆກັບ Ciudad Hidalgo, ເມັກຊິໂກ, 10 ມິຖຸນາ 2019.

ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍໂນລ ທ​ຣຳ ໄດ້ກ່າວ​ອ້າງ​ໃນ​ວັນ​ຈັນ​ວານ​ນີ້​ວ່າ
ກົວເຕ​ມາ​ລາ ແມ່ນ “ພ້ອມ​ແລ້ວ​ທີ່​ຈະ​ລົງ​ນາມ” ໃນ​ຂໍ້​ຕົກ​ລົງ​ທີ່ຈະ​ບັງ​ຄັບ​ໃຫ້​ພວກຄົນ
ເຂົ້າ​ເມືອງ ທີ່ຫລົບ​ໜີ​ຈາກ​ການ​ຖືກ​ປະ​ຫັດ​ປະ​ຫານ ໃນ​ແອ​ລຊາ​ລ​ວາ​ດໍ​ ແລະຮອນ​ດູຣາ​ສ
​ຕ້ອງ​ຂໍ​ລີ້ໄພ​ໃນກົວເຕ​ມາ​ລາ ແທນ​ທີ່​ຈະ​ເປັນ ​ປະ​ເທດ​ເມັກ​ຊິ​ໂກ ຫຼື ສະ​ຫະ​ລັດ ນັ້ນ.

ຄະ​ນະ​ຜູ້​ແທນ​ຂອງ​ສະ​ຫະ​ລັດ ​ທີ່ໄດ້​ເດີນ​ທາງ​ໄປ​ຍັງ ກົວເຕ​ມາ​ລາ ໃນ​ສັບ​ປະ​ດາ​ແລ້ວ​ນີ້
ເພື່ອ​ຊອກ​ຫາຊ່ອງ​ທາງ ​ໃຫ້​ມີ​ການ​ອະ​ນຸ​ມັດ ກ່ຽວ​ກັບ​ອະ​ນຸ​ສັນ​ຍາ “ປະ​ເທດ​ທີ​ສາມ​ທີ່​
ປອດ​ໄພ”
​ຊຶ່ງຖ້າ​ຫາກວ່າ​ ​ມີ​ການ​ລົງ​ນາມ​ກັນແລ້ວ ກໍ​ຈະ​ແມ່ນ​ຂໍ້​ຕົກ​ລົງ​ອັນ​ທຳ​ອິດ​
ໃນ​ປະ​ເພດນີ້ ​ທີ່​ສະ​ຫະ​ລັດ ໄດ້​ບັນ​ລຸກັບ​ປະ​ເທດ​ໃນ​ລາ​ຕິນ​ອາ​ເມ​ຣິ​ກາ​.

ພວກໜີເຂົ້າເມືອງຮອນດູຣາສ ໄດ້ຮັບການຂຶ້ນລົດຟຣີ ຈາກຄົນຂັບລົດ ໃນຂະນະທີ່ພາກັນເດີນທາງເປັນຂະບວນ ໄປຍັງສະຫະລັດ ໃນ Chiquimula ໃນກົວເຕມາລາ, 16 ຕຸລາ 2018.
ພວກໜີເຂົ້າເມືອງຮອນດູຣາສ ໄດ້ຮັບການຂຶ້ນລົດຟຣີ ຈາກຄົນຂັບລົດ ໃນຂະນະທີ່ພາກັນເດີນທາງເປັນຂະບວນ ໄປຍັງສະຫະລັດ ໃນ Chiquimula ໃນກົວເຕມາລາ, 16 ຕຸລາ 2018.

​ຍັງ​ບໍ່​ທັນ​ມີ​ຮ່ອງ​ຮອຍ​ໃດໆ​ສະ​ແດງ​ໃຫ້​ເຫັນ​ວ່າ ກົວເຕ​ມາ​ລາໃກ້​ຈະ​ບັນ​ລຸ​ຂໍ້ຕົກ​ລົງ
​ດັ່ງ​ກ່າວນີ້​ເທື່ອ.

ການ​ໃຫ້ຄວາມ​ເຫັນ​ຂອງ​ທ່ານ​ທ​ຣຳ ໄດ້​ມີ​ຂຶ້ນ ໂດຍ​ການ​ຂຽນ​ລົງ​ໃນ​ທ​ລິດ​ເຕີ​ຢ່າງ ​ຕໍ່​ເນື່ອງ​
ໃນຕອນ​ແລງວານນີ້ ທີ່​ທ່ານ​ໄດ້​ຍົກຍ້ອງ​ເມັກ​ຊິ​ໂກ ​ຕໍ່​ການ “​ນຳ​ໃຊ້​ກົດ​ໝາຍ​ຄົນ​ເຂົ້າ​ເມືອງ​
ຢ່າງ​ເຄັ່ງ​ຄັດ”
ແລະ​ຊ່ອຍ​ຍຸ​ຕິ​ພວກ​ຜູ້​ຄົນກ່ອນ​ທີ່​ພວກ​ເຂົາ​ເຈົ້າ​ຈະ​ອອກ​ເດີນ​ທາງ ມາ​ເຖິງ​
ຊາຍ​ແດນ​ພາກ​ໃຕ້​ຂອງສະ​ຫະ​ລັດ ຊຶ່ງ​ແມ່ນ​ເລື່ອງ​ທີ່​ທ່ານ​ທ​ຣຳໄດ້​ຮຽກ​ຮ້ອງຕ້ອງ​ການ​ມາ​
ເປັນ​ເວ​ລາ​ດົນ​ນານ​ແລ້ວ ເພື່ອຈະ​ຫາ​ທາງ​ຕັດ​ຮອນ​ ຈຳ​ນວນຂອງ​ພວກ​ຄົນ​ເຂົ້າ​ເມືອງ
​ມາ​ຍັງ​ສະ​ຫະ​ລັດ.

ທ່ານ​ຍັງ​ໄດ້​ກ່​າວ​ວ່າ ພາຍ​ໃນ​ສະ​ຫະ​ລັດ ບັນ​ດາ​ເຈົ້າ​ໜ້າ​ທີ່​ ກວດ​ຄົນ​ເຂົ້າ​ເມືອງ ແລະ​ພາ​ສີ​ ​
ຈະເລີ້ມ​ໃນ​ສັບ​ປະ​ດາ​ໜ້ານີ້ ເພື່ອ​ສົ່ງ​ຄືນ​ພວກ​ທີ່​ລັກ​ເຂົ້າ​ມາ​ຍັງ​ສະ​ຫະ​ລັດ ແບບ​ຜິດ​ກົດ​ໝາຍ​ນັ້ນ.

​ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້, ລັດ​ຖະ​ບານ​ຂອງທ່ານ​ທ​ຣຳໄດ້​ປະ​ກາດກ່ຽວ​ກັບແຜນ​ການທີ່​
ຈະ​ຕັດງົບ​ປະ​ມານ​ຈຳ​ນວນ​ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ ຈາກ​ການ​ຊ່ອຍ​ເຫຼືອກົວເຕ ​ມາ​ລາ ​
ແອ​ລຊາ​ລ​ວາ​ດໍ​ ແລະຮອນ​ດູຣາ​ສ ລົງ.

ໂຄ​ສົກກ​ະຊວງ​ການຕ່າ​ງ​ປະ​ເທດ ທ່ານ Morgan Ortagus ໄດ້​ກ່າວ​ວ່າ ກອງ​ທຶນ
​ສຳ​ລັບໂຄງ​ການ​ການ​ຊ່ອຍ​ເຫຼືອ​ ໃນ​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ ຈະ​ຖືກ​ໂຈະ​ໄວ້ຈົນ​ກວ່າ​
ລັດ​ຖະ​ບານ​ຂອງ​ສະ​ຫະ​ລັດຈະ​ພໍ​ໃຈວ່າ​ບັນ​ດາ​ລັດ​ຖະ​ບານ​ຂອງ​ປະ​ເທດ​ທັງ​ຫຼາຍ
ໄດ້ເອົາ​ບາດ​ກ້າວ​ທີ່ໜັກ​ແໜ້ນ ເພື່ອ​ຈະ​ຫຼຸດ​ຈຳ​ນວນ​ພວກລັກ​ລອບ​ເຂົ້າ​ເມືອງ ​ມາ​ຍັງ
​ສະ​ຫະ​ລັດ​ນັ້ນ ​ລົງ.

ທ່ານ Ortagus ໄດ້​ກ່າວວ່າ “​ໂດຍເຮັດ​ວຽກ​ຮ່ວມ​ກັ​ບ​ລັດ​ຖະ​ສະ​ພາ, ພວກ​ເຮົາ​ຈະ​ຈັດ​
ສັນ​ເງິນ​ທຶນ​ດັ່ງ​ກ່າວ ​ໃຫ້​ແກ່​ໂຄງ​ການຕ່າງໆ​ທີ່​ເປັນ​ບູ​ລິ​ມະ​ສິດ ​ແລະເ​ຫັນ​ວ່າເໝາະ​ສົ​ມ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG