ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ມີແຜນ ທີ່ຈະແຍກ ຄອບຄົວ ທີ່ເຂົ້າປະເທດ ຜິດກົດໝາຍ ອອກຈາກກັນ


ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ສະຫະລັດ (General Jeff Sessions) ກ່າວຢູ່ໃນກອງປະຊຸມຖະແຫຼງຂ່າວ ເລື່ອງ
ເອົາມາດຕະການຂອງລັດຖະບານຂອງທ່ານທຣຳ ທີ່ເມືອງ
ແຊນ ດີເອໂກ, ຄາລີຟໍເນຍ, 7 ພຶດສະພາ 2018.
ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ສະຫະລັດ (General Jeff Sessions) ກ່າວຢູ່ໃນກອງປະຊຸມຖະແຫຼງຂ່າວ ເລື່ອງ ເອົາມາດຕະການຂອງລັດຖະບານຂອງທ່ານທຣຳ ທີ່ເມືອງ ແຊນ ດີເອໂກ, ຄາລີຟໍເນຍ, 7 ພຶດສະພາ 2018.

ລັດຖະບານ​ຂອງ​ທ່ານ​ທຣຳ ຈະ​ເພີ່ມ​ການ​ດຳເນີນຄະດີທາງອາຍາ​ຕໍ່​ພວກ​ພໍ່​ແມ່ ທີ່​ເຂົ້າ​ມາ​ໃນສະຫະລັດ​ແບບ​ຜິດ​ກົດໝາຍ ​ແລະ​ຈະ​ແຍກ​ເຂົາເຈົ້າອອກ​ຈາກ​ພວກ​ລູກໆເຂົາເຈົ້າ
ໃນ​ຄວາມ​ພະຍາຍາເພື່ອ​ບໍ່​ສົ່ງ​ເສີມ​ໃຫ້ມີການລັກລອບ​ຂ້າມ​ຊາຍ​ແດນ​ຕື່ມອີກ.

ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ສະຫະລັດ ທ່ານແຈັຟ ແຊັສສັນ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້
ຕໍ່ກອງ​ປະຊຸມ​ດ້ານ​ກົດໝາຍ ​ທີ່​ເມືອງ​ສກັອສ​ເດ​ລ ລັດ​ອາຣີ​ໂຊ​ນາ ວ່າ “ຖ້າ​ຫາກ​ວ່າ
ພວກ​ເຈົ້າ​ລັກ​ລອບພວກ​ເດັກນ້ອຍ​ເຂົ້າ​ມາ ພວກ​ເຮົາ​ຈະ​ດຳເນີນຄະດີ​ພວກເຈົ້າ! ​ແລະ​ພວກເດັກນ້ອຍ​ຈະ​ຖືກແຍກ​ອອກ​ຈາກ​ພວກ​ເຈົ້າ ຕາມທີ່​ກົດໝາຍ​ບັງຄັບໄວ້ ຖ້າ​ຫາກ​
ພວກເຈົ້າ ບໍ່​ມັກ​ແລ້ວ​ນັ້ນ ກໍ​ບໍ່​ຕ້ອງ​ລັກ​ລອບເອົາ​ພວກ​ເດັກ​ນ້ອງ​ຂ້າມ​ຊາຍ​ແດນ​ເຂົ້າ​ມາ.”

ທ່ານ ​ແຊັສສັນ ​ໄດ້​ກ່າວ​ວ່າ ກະຊວງ​ຮັກສາ​ຄວາມ​ປອດ​ໄພພາຍໃນສະຫະລັດ ​ແມ່ນ​ຈະ
​ເລີ່ມສົ່​ງມອບ​ກໍລະນີ​ພວກ​ນີ້ ​ໃຫ້​ທາງ​ກະຊວງ​ຍຸຕິ​ທຳ ​ເພື່ອດຳ​ເນີນ​ຄະດີ ​ແລະ​ບັນດາ
ໄອ​ຍະ​ການ​ລັດຖະບານ​ກາງ ຈະ​ເປັນ​ຜູ້ “ກຳກັບນຳ​ເລື່ອງ​ນີ້ ຢ່າງ​ມີ​ມະນຸດສະທຳ
ຈົນ​ກວ່າ​ວ່າ ຈະ​ໄດ້ ເຕັມ 100 ​ເປີ​ເຊັນ.”

ພວກ​ຜູ້​ໃຫຍ່ ທີ່ຖືກຂໍ້ຫາ ເຂົ້າເມືອງ​ຜິດ​ກົດໝາຍ​ນັ້ນ ​ແມ່ນ​ຈະ​ມອບ​ໃຫ້​ເຈົ້າໜ້າທີ່
ແລະຈັດສົ່ງ​ໂດຍ​ກົງໄປໃຫ້ສານ. ສ່ວນພວກ​ລູກ​ຂອງ​ພວກ​ເຂົາ​ເຈົ້າ ​ຈະ​ຖືກ​ສົ່ງ​ໃຫ້​ທາງ​ຫ້ອງການຕັ້ງ​ຖິ່ນ​ຖານ​ຂອງ​ພວກ​ອົບ​ພະຍົບ, ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ກະຊວງ​ສາທາ
ລະນະ​ສຸກ​ແລະ​ສັງຄົມ​ສົງ​ເຄາະ ທີ່​ຈະ​ສະ​ເໜີ​ໃຫ້​ພວກ​ຍາດ​ພີ່ນ້ອງ ທີ່​ອາ​ໄສ​ຢູ່​ສະຫະ
ລັດ ຫຼື​ບໍ່ ກໍ​ເປັນ​ສະຖານ​ທີ່​ສົງ​ເຄາະຕ່າງໆ ທີ່​ດຳ​ເນີນ​ການ​ໂດຍ​ອົງການ​ເອກ​ກະ​ຊົນ​
ອື່ນໆນັ້ນ.

ເຊີນຊົມ: ການກວດກາຕາມຊາຍແດນ

US, Mexico to Cooperate in Fighting Cross-border Crime
please wait

No media source currently available

0:00 0:02:14 0:00

ທ່ານແຊັສສັນ​ ຍັງ​ໄດ້​ປະກາດ​ເຖິງຕັ້ງ​ໃຈ​ຂອງ​ກະຊວງ​ຍຸຕິ​ທຳ ທີ່ຈະ​ດຳ​ເນີນຄະດີ
ທາງອາຍາ​ຕໍ່​ພວກຄົນເຂົ້າເມືອງທຸກໆຄົນ ​ທີ່ຫລົບ​ໜີ​ຂ້າມ​ຊາຍ​ແດນ​ເຂົ້າ​ມາໃນ
ສະຫະລັດແບບຜິດກົດໝາຍ ​ແທນ​ທີ່​ຈະ​ຈັບ​ສົ່ງ​ກັບ​ຄືນ​ຂ້າມ​ຊາຍ​ແດນ​ໄປນັ້ນ.

​ເຈົ້າ​ໜ້າ​ທີ່​ຂອງກະຊວງ​ຮັກສາ​ຄວາມ​ປອດ​ໄພພາຍໃນສະຫະລັດ ຍັງ​ໄດ້​ກ່າວ​ວ່າ
ພວກ​ທ່ານ​ໄດ້​ເຫັນ​ຈຳນວນ​ຂອງ​ພວກ​ຄົນ​ເຂົ້າ​ເມືອງ ທີ່ລັກລອບ​ຂ້າມ​ຊາຍ​ແດນ​ແບບ
ຜິດ​ກົດໝາຍ​ເຂົ້າ​ມາ ​ເພີ່ມ​ຂຶ້ນ ​ໃນ​ປີຜ່ານມາ ຊຶ່ງ​ຮວມທັງການ​ເພີ່ມຂຶ້ນ​ຂອງ​ພວກ​
ຄອບ​ຄົວ ​ແລະ​ພວກ​ເດັກ ນ້ອຍ​ທີ່​ບໍ່​ມີ​ຜູ້​ປົກຄອງ​ກຳກັບດູ​ແລ​ນັ້ນ.

ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ທີ່ກຳກັບນຳຄົນເຂົ້າ​ເມືອງ​ແລະ​ຊາຍ​ແດນ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການດຳ
ເນີນຄະດີເພີ່ມ​ຂຶ້ນ​ໃນ​ເດືອນ​ແລ້ວ​ນີ້ ​ໃນ​ບົດ​ບັນທຶກ​ລັບ ທີ່​ໄດ້​ຂຽນ​ໄປ​ຫາລັດຖະມົນຕີ
ຂອງກະຊວງຮັກສາ​ຄວາມ​ປອດ​ໄພ​ພາຍໃນ ທ່ານ​ນາງ ຄຣິສຊັນ ນຽລຊັນ.

​ໃນ​ບົດ​ບັນທຶກ​ດັ່ງກ່າວ ທີ່​ໜັງສືພິມ Washington Post ໄດ້ຮັບມານັ້ນ ເຈົ້າ​ໜ້າ​ທີ່ໄດ້​
ກ່າວ​ວ່າ ການ​ຂົ່ມຂູ່​ຕໍ່ພວກ​ຜູ້​ໃຫຍ່ ດ້ວຍ​ການ​ຟ້ອງຮ້ອງທາງອາຍາ ​ແລະການ​ຖືກ​ຕິດ​
ຄຸກນັ້ນ ຈະ ແມ່ນ​ວິທີ​ທີ່​ມີ “​ປະສິດທິ​ຜົນທີ່​ສຸດ” ​ເພື່ອ​ຍຸຕິພວກຄົນເຂົ້າເມືອງ​ຜິດ​ກົດໝາຍ​.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

US Immigrations Sessions
please wait

No media source currently available

0:00 0:00:50 0:00

XS
SM
MD
LG