ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ສະເຫຼີມສະຫຼອງ ວັນປະທານາທິບໍດີ ປະຈຳປີ


ພູອະນຸສອນສະຖານແຫ່ງຊາດ Rushmore ໃນສາຍພູ Black Hills ລັດ South Dakota.
ພູອະນຸສອນສະຖານແຫ່ງຊາດ Rushmore ໃນສາຍພູ Black Hills ລັດ South Dakota.

ພວກພະນັກງານ ກຳມະກອນ ແລະ ເດັກນ້ອຍນັກຮຽນຫຼາຍລ້ານ ຄົນໃນ ສະຫະລັດ ໄດ້ມີມື້ພັກໃນວັນຈັນມື້ນີ້ ສຳລັບມື້ວັນພັກ ປະທາ ນາທິບໍດີ ປະຈຳປີ.

ມັນໄດ້ຖືກຮັບຮູ້ຢ່າງເປັນທາງການດັ່ງກັບວັນເກີດຂອງທ່ານ Washington, ເຊິ່ງໄດ້ກາຍເປັນວັນພັກທາງລັດຖະການໃນປີ 1879 ເພື່ອສະເຫຼີມສະຫຼອງວັນເກີດຂອງປະທານາທິບໍດີ ສະຫະ ລັດ ຄົນທຳອິດ ທ່ານ George Washington ໃນວັນທີ 12 ເດືອນ ກຸມພາ.

ແຕ່ວ່າ ໃນຫຼາຍປີຕໍ່ມາການສະເຫຼີມສະຫຼອງວັນເກີດຂອງປະທານາທິ ບໍດີທີ່ເກີດໃນມື້ດຽວກັນ ວັນທີ 12 ກຸມພາ ກໍໄດ້ປະກົດມີປະທານາທິ ບໍດີຄົນທີ 16 ທ່ານ Abraham Lincoln ດ້ວຍ. ແຕ່ທ່ານ Lincoln ບໍ່ເຄີຍຮັບກຽດໃຫ້ເປັນວັນພັກທາງລັດຖະການຈັກເທື່ອ, ເຖິງແມ່ນວ່າໃນ ຫຼາຍລັດ ຈະໄດ້ທຳການສະເຫຼີມສະຫຼອງກັນເພື່ອເປັນກຽດໃຫ້ແກ່ເພິ່ນກໍຕາມ.

ໃນປີ 1968, ລັດຖະສະພາໄດ້ຜ່ານກົດໝາຍ ຍົກເລີກວັນພັກທາງລັດຖະການຫຼາຍມື້ ໃຫ້ເປັນ ວັນຈັນທີ່ກຳນົດໄວ້ລ່ວງໜ້າ ເພື່ອເຮັດໃຫ້ປະຊາຊົນມີວັນພັກທ້າຍອາທິດ 3 ມື້ລຽນຕິດແທນທີ່ ຈະເປັນມື້ດຽວທີ່ເກີດຂຶ້ນໃນກາງສັບປະດາ.

ວັນເກີດຂອງທ່ານ Washington ໄດ້ກາຍເປັນວັນຈັນທີ 3 ຂອງທຸກໆເດືອນກຸມພາ, ແລະ ຕາມການປ່ຽນແປງຂອງປະຕິທິນ, ເຊິ່ງວັນຢຸດນັ້ນຈະບໍ່ຕົກຖືກວັນເກີດທີ່ແທ້ຈິງຂອງທ່ານ Washington ຈັກເທື່ອ.

XS
SM
MD
LG