ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະຫະລັດ ສະຫຼອງ ວັນພັກ Presidents' Day


ທ້າວ Lewis Bliss, ອາຍຸ 10 ປີ ຈາກເມືອງ Burke ລັດ Virginia ໃສ່ເຄື່ອງແບບນັກດົນຕີ ໃນປາງສົງຄາມປະຕິວັດ
ສະຫະລັດ ພົບປະກັບທ່ານ Dean Malissa ທີ່ແຕ່ງໂຕເປັນ ປະທານາທິບໍດີ George Washington ຢູ່ບ້ານພັກ​ ຢູ່ Mount Vernon ຂອງ​ທ່ານວໍຊິງຕັນ ໃນລັດ Virginia.
ທ້າວ Lewis Bliss, ອາຍຸ 10 ປີ ຈາກເມືອງ Burke ລັດ Virginia ໃສ່ເຄື່ອງແບບນັກດົນຕີ ໃນປາງສົງຄາມປະຕິວັດ ສະຫະລັດ ພົບປະກັບທ່ານ Dean Malissa ທີ່ແຕ່ງໂຕເປັນ ປະທານາທິບໍດີ George Washington ຢູ່ບ້ານພັກ​ ຢູ່ Mount Vernon ຂອງ​ທ່ານວໍຊິງຕັນ ໃນລັດ Virginia.
ພວກ​ພະນັກງານ ​ແລະ​ເດັກນ້ອຍນັກຮຽນ ຈຳນວນ​ຫຼາຍ​
ລ້າ​ນຄົນ​ໃນ​ສະຫະລັດ ​ໄດ້​ຢຸດ​ພັກຢູ່​ບ້ານ​ ​ເປັນ​ເວລາ​ນຶ່ງ​ມື້​
ໃນ​ວັນ​ຈັນ​ມື້​ນີ້ ເນື່ອງ​ໃນ​ວັນ​ພັກ​ປະຈຳ​ປີ​ທີ່​ເອີ້ນ​ວ່າ Presi
dents’ Day ເພື່ອ​ສະຫຼອງວັນ​ເກີດ​ຂອງ​ປະທານາທິບໍດີ
ສະຫະລັດ.

ວັນ Presidents’ Day ​ໄດ້​ກາຍ​ມາ​ເປັນ​ວັນ​ພັກ​ຂອງ​ລັດ
ຖະບານ​ກາງ ​ໃນ​ປີ 1879 ​ເພື່ອ​ສະຫຼອງວັນ​ເກີດວັນ​ທີ 22
ກຸມພາ​ ຂອງ​ທ່ານ George Washington ປະທານາທິບໍ
ດີ​ສະຫະລັດ​ຄົນ​ທຳ​ອິດ.

ພາບຂອງ ມື້ລາງ ປະທານາທິບໍດີ George Washington.
ພາບຂອງ ມື້ລາງ ປະທານາທິບໍດີ George Washington.

ເປັນ​ເວລາ​ເກືອບ​ນຶ່ງ​ສັດຕະວັດ​ຕໍ່ມາ ​ໃນ​ປີ 1968 ລັດຖະສະພາ
ສະຫະລັດ​ໄດ້​ຮັບ​ຜ່ານ​ຮ່າງ​ກົດໝາຍ​ສະບັບ​ນຶ່ງ ເພື່ອປ່ຽນການ
ສະ​ເຫຼີ​ມສະຫຼອງ​ວັນພັກ​ທາງ​ການ​ຫຼາຍ​ວັນ ຈາກມື້ສະເພາະ​ຂອງ​
ໂອ​ກາດ​ນັ້ນໆ ​ໄປ​ໃສ່ວັນ​ຈັນ​ທີ່ກຳນົດໄວ້​ກ່ອນ ​ເພື່ອ​ອຳນວຍ​ໃຫ້​
ພວກ​ພະນັກງານ​ ໄດ້ພັກ 3 ມື້​ລຽນຕິດ​ກັນ.

ພວກ​ຮ້ານ​ຄ້າ​ຮ້ານ​ຂາຍຍ່ອຍ ກໍ​ພາກັນ​ຖື​ໂອກາດ​ເອົາ​ວັນພັກ
Presidents’ Day ຊຶ່ງ​ມີ​ຂຶ້ນ​ໃນ​ວັນ​ຈັນອາທິ​ດ​ທີ 3 ຂອງ​ເດືອນ​
ກຸມພາ ​ເປັນ​ມື້​ຫາ​ທາງ​ເພີ້​ມຍອດຂາຍ​ແລະ​ລາຍ​ໄດ້ ໂດຍ​ການ​
ໂຄສະນາ​ລຸດ​ລາຄາ​ສິນຄ້າລົງ​ຢ່າງ​ໃຫຍ່.

​ເຖິງແມ່ນວັນພັກມື້​ນີ້ ​ເປັນ​ທີ່​ຮູ້ຈັກ​ກັນ​ຢ່າງ​ເປັນ​ທາງ​ການ​ວ່າ ວັນ​ເກີດ​ຂອງ​ມື້​ລາງປະທານາ
ທິບໍດີ​ວໍ​ຊິງ​ຕັນ​ ຫລື Washington’s Day ກໍ​ຈິງຢູ່ ແຕ່​ມັນ​ກໍ​ໄດ້​ປ່ຽນ​ມາ​ເປັນ​ວັນ​ເກີດລວ​ມ ​
ເອີ້ນ​ວ່າ Presidents’ Day ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ເກີດ​ທັງ​ຂອງ​ທ່ານວໍ​ຊິງ​ຕັນ ແລະ​
ທ່ານ Abraham Lincoln ປະທານາທິບໍດີ​ຄົນທີ 16 ຂອງ​ສະຫະລັດ ຊຶ່ງ​ວັນ​ເກີດແທ້ໆ ​
ຂອງ​ທ່ານ​ ​ແມ່ນ​ວັນ​ທີ 12 ກຸມພາ​. ວັນ​ເກີດ​ຂອງ​ທ່ານ Lincoln ບໍ່​ເຄີຍ​ເປັນ​ວັນພັກຂອງ
ລັດຖະບານ​ກາງ​ຢ່າງ​ເປັນ​ທາງ​ການ​ຈັກ​ເທື່ອ ​ແຕ່ກໍ​ມີ​ຫຼາຍໆ​ລັດ ທີ່ພາກັນສະຫຼອງ​ວັນ​ເກີດ
ຂອງ​ທ່ານ.

ບັດ​ນີ້ ວັນ Presidents’ Day ​ແມ່ນ​ຖື​ກັນຢ່າງ​ແຜ່​ຫຼາຍ ວ່າ​ເປັນ​ວັນພັກ​ເພື່ອ​ສະຫຼອງ ​ວັນ​
ເກີດ​ຂອງ​ປະທານາທິບໍດີ​ສະຫະລັດ​ໝົດ​ສູ່​ຄົນ​ ທັງໃນ​ອະດີດ ​ແລະ​ໃນ​ປັດຈຸບັນ.
XS
SM
MD
LG