ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ສະເຫລີມສະຫລອງ ວັນປະກາດເອກະລາດ ຄົບຮອບ 245 ປີ


ການຈູດດອກໄມ້ໄຟທີ່ສະຫວ່າງສະໄຫວເໜືອໝູ່ບ້ານແຫ່ງນຶ່ງໃນເຂດເມືອງ ເມດຟອດ (Medford)
ການຈູດດອກໄມ້ໄຟທີ່ສະຫວ່າງສະໄຫວເໜືອໝູ່ບ້ານແຫ່ງນຶ່ງໃນເຂດເມືອງ ເມດຟອດ (Medford)

ປະເທດສະຫະລັດອາເມຣິກາ ສະເຫລີມສະຫລອງວັນປະກາດເອກະລາດໃນວັນອາທິດວານນີ້ ເຊິ່ງເປັນວັນຄົບຮອບ 245 ປີຂອງການກໍ່ຕັ້ງປະເທດ ແລະໃນປີນີ້ກໍ່ເປັນຂີດໝາຍ ຂອງການເລີ້ມຕົ້ນໃໝ່ ສໍາລັບການສະເຫລີມສະຫຼອງ ຂອງຫຼາຍໆຄອບຄົວ ແລະສາທາລະນະ ເຊິ່ງຖືກງົດມາເປັນເວລາຫລາຍກວ່ານຶ່ງປີອັນເນືື່ອງມາຈາກຈຳກັດຮັດແຄບເພື່ອຢັບຢັ້ງການລະບາດຂອງພະຍາດໄວຣັສໂຄໂຣນາ.

ປະທານາທິບໍດີສະຫະລັດທ່ານ ໂຈ ໄບເດັນ ແລະສະຕຣີໝາຍເລກນຶ່ງທ່ານນາງຈິລ ໄບເດັນ ໄດ້ເຊີນບັນດາຄະນະຮັບມືຂັ້ນຕົ້ນກັບເຫດການສຸກເສີນແລະເຈົ້າໜ້າທີ່ທະຫານ 1,000 ຄົນໄປທີ່ທໍານຽບຂາວ ເພື່ອປິກນິກບາເບຄິວ ແລະຊົມການສະແດງດອກໄມ້ໄຟປະຈໍາປີ ຢູ່ທີ່ບໍລິເວນສະໜາມຫຼວງ ທີ່ຢູ່ໃກ້ຄຽງ.

ຢູ່ທີ່ນິວຢອກ ບັນດາດອກໄມ້ໄຟຈໍານວນ 65,000 ລູກ ໄດ້ຖືກບັນຈຸລົງເຮືອບັນທຸກ 5 ລໍາ ເພື່ອຍິງສະແດງໃນຕອນກາງຄືນ.

ບັນດາຊຸມຊົນຂະໜາດໃຫຍ່ ແລະນ້ອຍທົ່ວປະເທດ ໄດ້ຈັດການສວນສະໜາມ ແລະງານສະເຫລີມສະຫລອງສໍາລັບພວກເຂົາເຈົ້າເອງ, ໂດຍການຈູດດອກໄມ້ໄຟທີ່ສະຫວ່າງສະໄຫວງົດງາມໃນວັນນັ້ນ. ຫລາຍໆຄອບຄົວໄດ້ກັບມາຮວມໂຕກັນອີກຄັ້ງເພື່ອປິກນິກທີ່ສວນຫລັງບ້ານ ແລະພົບປະກັບໝູ່ຄູ່ ແລະພີ່ນ້ອງທີ່ບໍ່ໄດ້ພົບພໍ້ກັນຫລາຍເດືອນ ຫລືດົນນານກວ່ານັ້ນ, ບາງຄອບຄົວກໍ່ບໍ່ໄດ້ພົບກັນຕັ້ງແຕ່ຕອນທີ່ພະຍາດໄວຣັສໂຄໂຣນາເກີດຂຶ້ນໃນສະຫະລັດອາເມຣິກາເມື່ອເດືອນມີນາ ປີ 2020 ທີ່ຜ່ານມາ.

ສະໜາມບິນຫລາຍໆແຫ່ງແມ່ນໜາແໜ້ນໄປດ້ວຍນັກທ່ອງທ່ຽວ. ສະມາຄົມລົດອາເມຣິກັນ ຫຼື American Automobile Association ກ່າວວ່າ ການເດີນ ທາງເທິງຖະໜົນຫົນທາງ ໃນວັນທີ 4 ກໍລະກົດ ແມ່ນຄາດວ່າຈະມີຫຼາຍທີ່ສຸດ, ໂດຍປະມານວ່າຈະມີປະຊາກອນຊາວອາເມຣິກັນ 43.6 ລ້ານຄົນຂັບລົດໄປກັບຄອບຄົວ ແລະຍາດພີ່ນ້ອງ.

ສະຫະລັດ ບໍ່ໄດ້ບັນລຸເປົ້າໝານຂອງທ່ານ ໄບເດັນ ທີ່ຕັ້ງໄວ້ວ່າ 70 ເປີເຊັນ ຂອງຈໍານວນຜູ້ໃຫຍ່ໃນປະເທດໃຫ້ໄດ້ຮັບການສັກຢາວັກຊີນປ້ອງກັນໄວຣັສໂຄ ໂຣນາຢ່າງໜ້ອຍນຶ່ງເຂັມໃນຊ່ວງເທດສະການວັນພັກນີ້, ແຕ່ກໍ່ມີຈຳນວນເກືອບໃກ້ຄຽງ ຄືມີ 67.1 ເປີເຊັນ.

ເຈົ້າໜ້າທີ່ສາທາລະນະສຸກຍັງຄົງຮຽກຮ້ອງໃຫ້ຊາວອາເມຣິກັນເຂົ້າຮັບການສັກຢາວັກຊີນ, ເຖິງແມ່ນວ່າ ບັນດາຄົນໜຸ່ມໂດຍສະເພາະ ແລະຜູ້ທີ່ອາໄສຢູ່ໃນລັດທີ່ລົງຄະແນນໃຫ້ຜູ້ທີ່ມາກ່ອນທ່ານ ໄບເດັນ, ອະດີດປະທານາທິບໍດີ ດາໂນລ ທຣໍາ ກໍ່ຕາມ, ໃນການເລືອກຕັ້ງເມື່ອເດືອນພະຈິກໃນປີທີ່ຜ່ານມາສະແດງໃຫ້ເຫັນວ່າ ບໍ່ພໍໃຈທີ່ຈະຮັບການສັກຢາວັກຊີນຫລາຍທີ່ສຸຸດ.

ໜ່ວຍງານຂອງກະຊວງຮັກສາຄວາມປອດໄພພາຍໃນຂອງລັດຖະບານໄດ້ເຕືອນທາງຕໍາຫລວດຂອງລັດ ແລະຂອງທ້ອງຖິ່ນ ເມື່ອອາທິດທີ່ຜ່ານມາ ເຖິງໄພຄຸກຄາມທີ່ອາດຈະເກີດຂຶ້ນຂອງກຸ່ມຫົວຮຸນແຮງໃນປະເທດໃນຊ່ວງວັນພັກຂອງທ້າຍອາທິດ, ແຕ່ວ່າ ວັນນັ້ນປາກົດວ່າ ໄດ້ຮັບຄວາມສະຫງົບແລະບໍ່ມີເຫດຮ້າຍໃດໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG