ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣິກັນ ສະເຫຼີມສະຫຼອງ ແລະ ໃຫ້ກຽດແກ່ບິດາ ໃນວັນພໍ່ແຫ່ງຊາດ


ບັນດາແຟນກິລາ ຊົມການແຂ່ງຂັນ ເບສບອລ ເກມທີ ເຈັດ ລະຫວ່າງ Chicago White Sox ແລະ the Texas Rangers ໃນວັນພໍ່ແຫ່ງຊາດ ທີ່ນະຄອນ Chicago ລັດ Illinois, ວັນທີ 20 ມິຖຸນາ 2015.
ບັນດາແຟນກິລາ ຊົມການແຂ່ງຂັນ ເບສບອລ ເກມທີ ເຈັດ ລະຫວ່າງ Chicago White Sox ແລະ the Texas Rangers ໃນວັນພໍ່ແຫ່ງຊາດ ທີ່ນະຄອນ Chicago ລັດ Illinois, ວັນທີ 20 ມິຖຸນາ 2015.

ວັນ​ອາທິດ​ມື້​ນີ້ ​ແມ່ນວັນ​ພໍ່​ໃນ​ສະຫະລັດ, ​ເຊິ່ງ​ເປັນ​ໂອກາດລະ​ນຶກ ເຖິງ ​ແລະ ສະ​ເຫຼີ​ມສະຫຼອງ​ການ​ປະ​ກອບ​ສ່ວນ​ຂອງບັນດາ​ພໍ່ທັງ ຫລາຍ. ວັນ​ພັກ​ທີ່​ບໍ່​ເປັນ​ທາງ​ການນີ້ ​ໄດ້ມີ​ການສະ​ເຫຼີ​ມສະຫຼອງກັນ​ທຸກໆ​ປີ​ໃນ​ວັນ​ອາທິດ​ທີສາມ ຂອງເດືອນ​ມິ​ຖຸນາ, ​ເຊິ່ງປີ​ນີ້​ແມ່ນຕົກ​ໃນມື້ທຳ​ອິດ​ຂອງ​ລະດູ​ຮ້ອນພໍດີ ​ຢູ່ໃນ​ຊີກ​ໂລກຕອນ​ເໜືອ.

ປົກກະຕິ​ແລ້ວ ​ຄອບຄົວ​ທັງຫຼາຍ​ ຈະ​ສະ​ເຫຼີ​ມສະຫຼອງ​ວັນ​ພໍ່ດ້ວຍ ການພາ​ພໍ່​ຂອງ​ພວກ​ເຂົາ​ອອກ​ໄປ​ກິນເຂົ້າຄ່ຳ ​ແລະ ມອບຂອງ​ຂວັນ ໃຫ້​ເຊິ່ງຂອງຂວັນ​ທີ່​ບັນດາ​ພໍ່​ໄດ້​ຮັບ​ຫຼາຍທີ່​ສຸດ​ນັ້ນ ກໍ​ແມ່ນກະຣາວັດ ຫຼື​ເນັກ​ໄທ ຈົນ​ພາ​ໃຫ້​ຄຳເວົ້າ​ຕະຫຼົກ​ວ່າ ພໍ່​ໄດ້​ກະຣາວັດ​ຫລາຍ​ເກີນ​ໄປ​ແລ້ວ. ນັກ​ເສດຖະສາດ​ກ່າວ​ວ່າ ຊາວອາ​ເມຣິກັນ ​ໃຊ້​ຈ່າຍ​ເງິນ​ຫຼາຍ​ກວ່າ 1 ຕື້​ໂດ​ລາ ໃນ​ກາ​ນຊື້​ຂອງ​ຂວັນວັນ​ພໍ່​ແຕ່ລະ​ປີ.

ຕົ້ນຕໍ​ຂອງ​ວັນ​ພໍ່​ແມ່ນ​ເລີ່​ມຂຶ້ນໃນ​ວັນ​ທີ 5 ​ເດືອນກໍລະກົດ 1908 ​ເມື່ອ​ໂບດ​ແຫ່ງ​ໜຶ່ງ ຢູ່​ລັດ West Virginia ໄດ້ຈັດພິທີລະນຶກ ເຖິງຜູ້ຊາຍ 362​ ຄົນທີ່ໄດ້ເສຍຊີວິດຈາກເຫດການລະເບີດໃນເໝືອງ ຖ່ານຫີນ ​ເມື່ອ​ໜຶ່ງປີກ່ອນ.​

XS
SM
MD
LG