ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໑ ພຶດສະພາ ໒໐໒໕

ສະຫະລັດ ພວມສະເຫຼີມສະຫຼອງ ເອກະລາດ ຈາກອັງກິດ ຄົບຮອບ 240 ປີ


ພາບແຕ້ມ ການປະກາດ ເອກະລາດ ດ້ວຍສີນໍ້າມັນ ໃສ່ຜ້າ
ຂະໜາດ 3 ຄູນ 5 ແມັດ ຂອງທ່ານ John Trumbull ທີ່
ແຂວນຢູ່ໃນ ຕຶກລັດຖະສະພາ ສະຫະລັດ ຮູບຊົງກົມ ຫຼື US Capitol Rotunda ທີ່ພັນລະນາ ພິທີມອບ ຮ່າງຄຳປະກາດ ເອກະລາດ ຕໍ່ລັດຖະສະພາ.
ພາບແຕ້ມ ການປະກາດ ເອກະລາດ ດ້ວຍສີນໍ້າມັນ ໃສ່ຜ້າ ຂະໜາດ 3 ຄູນ 5 ແມັດ ຂອງທ່ານ John Trumbull ທີ່ ແຂວນຢູ່ໃນ ຕຶກລັດຖະສະພາ ສະຫະລັດ ຮູບຊົງກົມ ຫຼື US Capitol Rotunda ທີ່ພັນລະນາ ພິທີມອບ ຮ່າງຄຳປະກາດ ເອກະລາດ ຕໍ່ລັດຖະສະພາ.

ສະຫະລັດ ອາເມຣິກາ ພວມພາກັນສະເຫຼີມສະຫຼອງ ການໄດ້ຮັບເອກະລາດ ຈາກອັງກິດ ຄົບຮອບ 240 ປີ ໃນວັນຈັນມື້ນີ້ ອັນເປັນວັນພັກແຫ່ງຊາດ ພາໃຫ້ ບັນຍາກາດເຕັມໄປດ້ວຍການກິນເຂົ້າປ່າ ຫຼື picnic ການເດີນສວນສະໜາມ ແລະ ການຈູດບັ້ງໄຟດອກ ທົ່ວປະເທດ.

ປະທານາທິບໍດີ ບາຣັກ ໂອບາມາ ເປັນເຈົ້າພາບ ຈັດງານປິ້ງ ຫຼື barbecue ແລະ ການສະແດງຄອນເສີດ ໂດຍນັກຮ້ອງ Kendrick Lamar ແລະ Janelle Monae ໃຫ້ແກ່ບັນດາຄອບຄົວຂອງທະຫານ ຢູ່ທີ່ທຳນຽບຂາວ. ຖ້າຝົນທີ່ໄດ້ພະຍາກອນໄວ້ວ່າ ໃນຕອນແລງຂອງວັນຈັນມື້ນີ້ ຢູ່ໃນນະຄອນ ຫຼວງວໍຊິງຕັນ ບໍ່ຕົກລົງມາ ບໍຣິເວນໃນແຖບນີ້ກໍຈະມີທິວທັດສວຍງາມ ດ້ວຍແສງສີຂອງບັ້ງໄຟດອກທີ່ໃຫຍ່ສຸດ ຢູ່ທີ່ສະໜາມຫຼວງໃນເມືອງເອກ ຂອງປະເທດ.

ແຕ່ຈຸດເດັ່ນຂອງວັນພັກມື້ນີ້ ແມ່ນຢູ່ບໍ່ໃກ ພຽງຂ້າມຖະໜົນຈາກທຳນຽບຂາວ ໄປທີ່ ອາຄານຫໍເກັບເອກະສານເກົ່າທີ່ສຳຄັນ ຊຶ່ງນັ້ນ ເປັນທີ່ຢູ່ຂອງ ເອກະສານ ປະກາດ ເອກະລາດ ຫຼື Declaration of Independence ທີ່ໄດ້ຖືກຮ່າງຂຶ້ນມາ ໂດຍ ທ່ານ Thomas Jefferson ແລະ ໄດ້ຖືກຮັບຮອງເອົາ ໂດຍລັດຖະສະພາ ເມື່ອວັນທີ 4 ກໍລະກົດ ປີ 1776.

“ພວກເຮົາຖືເອົາສັດຈະທຳເຫຼົານີ້ ເປັນຫຼັກຖານດ້ວຍຕົວມັນເອງ ທີ່ວ່າ ໝົດ ທຸກຄົນ ແມ່ນເກີດມາເທົ່າທຽມກັນ ທີ່ພວກເຂົາເຈົ້າມີຄຸນສົມບັດ ຈາກຜູ້ໃຫ້ ກຳເນີດຂອງພວກເຂົາເຈົ້າ ດ້ວຍສິດທິອັນທ່ຽງແທ້ ທີ່ແບ່ງແຍກອອກບໍ່ໄດ້ ທີ່ລວມຢູ່ໃນນີ້ ແມ່ນ ຊີວິດ ເສລີພາບ ແລະ ການສະແຫວງຫານຄວາມສຸກ” ເປັນຂໍ້ຄວາມສ່ວນໜຶ່ງ ທີ່ໄດ້ວາງ ໃນຫຼັກການຕ່າງໆໃນການກໍ່ຕັ້ງປະເທດຊາດ.

ຫຼາຍກວ່າສິ່ງໃດໆ ຄຳປະກາດ ແມ່ນເປັນການກ່າວປະນາມໂດຍກົງຕໍ່ ກະສັດ George ຂອງອັງກິດ ໂດຍຮ້ອງພະອົງວ່າ ເປັນຈອມຜະເດັດການ ແລະ ກ່າວ ວ່າ ພະອົງ ບໍ່ເອົາຫົວຊານຳ ຊ້ຳແລ້ວຊ້ຳອີກ ຕໍ່ການຂໍຮ້ອງໃຫ້ປະຕິບັດດີກວ່າ ເກົ່າ ຕໍ່ຊາວອາເມຣິກັນທີ່ເປັນອານານິຄົມຂອງອັງກິດ.

ລວມຢູ່ໃນຄວາມບໍ່ພໍໃຈ 27 ຂໍ້ ທີ່ມີລາຍລະອຽດ ຄື ໃຫ້ອັງກິດ ປະຈຳການ ກອງກຳລັງປະກອບອາວຸດ ຈຳນວນໃຫຍ່ ຢູ່ໃນອານານິຄົມຕ່າງໆ ຕັດການ ຄ້າຂາຍຂອງພວກເຂົາເຈົ້າ ຈາກໂລກທັງມວນ ວາງພາສີອາກອນ ໂດຍປາດ ສະຈາກຄວາມເຫັນດີເຫັນພ້ອມຈາກພວກເຂົາເຈົ້າ ແລະ ຍົກເລີກສະພາ ນິຕິບັນຍັດ ທ້ອງຖິ່ນທັງຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG