ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ ສ​ຫລ ກ່າວ​ວ່າ ສາຍ​ພັນ​ໃໝ່​ໂອ​ໄມ​ຄ​ຣອນ ປະ​ກອບ​ເປັນ​ແຕ່​ພຽງ 3 ເປີ​ເຊັນ ຂອງ​ກໍ​ລະ​ນີ​ໂຄວິດ-19 ​ທັງ​ໝົດ


ພວກ​ນັກ​ວິ​ທະ​ຍາ​ສາດ ຢູ່​ສະ​ຖາ​ບັນ​ສຸ​ຂະ​ພາບ​ຂອງ​ອາ​ຟ​ຣິ​ກາ​ໃຕ້ ທີ່​ເມືອງ​ເດີ​ແບນ ພວມ​ເຮັດ​ວຽກ​ ກ່ຽວ​ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາສາຍ​ພັນ​ໃໝ່​ໂອ​ໄມຄ​ຣອນ​ ໃນ​ວັນ​ທີ 15 ທັນ​ວາ 2021.
ພວກ​ນັກ​ວິ​ທະ​ຍາ​ສາດ ຢູ່​ສະ​ຖາ​ບັນ​ສຸ​ຂະ​ພາບ​ຂອງ​ອາ​ຟ​ຣິ​ກາ​ໃຕ້ ທີ່​ເມືອງ​ເດີ​ແບນ ພວມ​ເຮັດ​ວຽກ​ ກ່ຽວ​ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາສາຍ​ພັນ​ໃໝ່​ໂອ​ໄມຄ​ຣອນ​ ໃນ​ວັນ​ທີ 15 ທັນ​ວາ 2021.

ທີມງານຮັບມືກັບໂຄວິດ-19 ຂອງທຳນຽບຂາວ ໃນວັນພຸດວານີ້ ໄດ້ກ່າວວ່າ ຂໍ້ມູນໃນເບື້ອງຕົ້ນບົ່ງບອກວ່າ ໄວຣັສໂຄໂຣນາ ໂອໄມຄຣອນສາຍພັນໃໝ່ ກຳລັງແຜ່ລະບາດຢູ່ໃນສະຫະລັດ ແຕ່ຢາວັກຊີນເຂັມເພີ້ມ ຫຼື ບຸສເຕີ ນັ້ນ ປາກົດວ່າ ມີປະສິດທິຜົນ ໃນການປ້ອງກັນມັນໄດ້.

ຜູ້ອຳນວຍການສູນກາງຄວບຄຸມແລະປ້ອງກັນພະຍາດສະຫະລັດ ຫຼື CDC ທ່ານນາງໂຣແຊລ ວອລເລນສ໌ກີ ໄດ້ກ່າວວ່າ ໄວຣັສສາຍພັນໃໝ່ດັ່ງກ່າວ ແມ່ນມີຢູ່ໃນ 36 ລັດຂອງສະຫະລັດ ແລະກວມເອົາ 3 ເປີເຊັນ ຂອງກໍລະນີຕິດໄວ ຣັສໂຄວິດ-19 ທັງໝົດໃນສະຫະລັດ ແຕ່ວ່າມັນກໍສູງກວ່າຢູ່ໃນບາງພື້ນທີ່ ເຊັ່ນ ວ່າ ລັດນິວຢອກ ແລະນິວເຈີຊີ ບ່ອນທີ່ມັນອາດຈະກວມເອົາຫຼາຍເຖິງ 13 ເປີເຊັນຂອງກໍລະນີຕິດເຊື້ອ.

ທ່ານນາງວອລເລນສ໌ກີ ໄດ້ກ່າວໃນຂະນະທີ່ 96 ເປີເຊັນຂອງກໍລະນີຕິດເຊື້ອໄວຣັສສ່ວນໃຫຍ່ແມ່ນຍັງເກີດມາຈາກໄວຣັສສາຍພັນແດລຕ້າ ຢູ່, ແລະທ່ານນາງກ່າວວ່າ ຂໍມູນເບື້ອງຕົ້ນສະແດງໃຫ້ເຫັນວ່າ ໄວຣັສສາຍພັນໂອໄມຄຣອນ ແຜ່ລະບາດໄວກວ່າແດລຕ້າ, ໂດຍກໍລະນີຕິດເຊື້ອໄວຣັສທັງຫຼາຍສູງຂຶ້ນສອງເທົ່າໃນປະມານສອງມື້.

ທ່ານນາງວອລເລນສ໌ກີ ຮ່ວມກັບຫົວໜ້າທີ່ປຶກສາດ້ານການແພດຂອງທຳນຽບຂາວ ທ່ານແອນໂທນີ ຟາວຈີ ແລະຜູ້ປະສານງານຮັບມືກັບໄວຣັສໂຄວິດ-19 ທ່ານແຈັບຟ໌ ໄຊນ໌ສ (Jeff Zients) ໄດ້ກ່າວອ້າງເຖິງຂໍມູນທີ່ສະແດງໃຫ້ເຫັນວ່າ ການໄດ້ສັກຢາວັກຊີນຄົບຖ້ວນ ພ້ອມກັບເຂັມບຸສເຕີ ເປັນວິທີທາງຕໍ່ສູ້ຕ້ານທານໄວຣັສສາຍພັນໃໝ່ໄດ້ດີທີ່ສຸດ.

ທ່ານຟາວຈີ ໄດ້ເວົ້າວ່າ “ຊຸດຢາວັກຊີນເຂັມບຸສເຕີຂອງພວກເຮົາໄດ້ຜົນໃນການຕໍ່ຕ້ານໄວຣັສໂອໄມຄຣອນ, ໃນຈຸດນີ້ ແມ່ນບໍ່ຈຳເປັນຕ້ອງມີເຂັມບຸສເຕີສຳລັບໄວຣັສສາຍພັນໃໝ່ທີ່ສະເພາະເຈາະຈົງ.”

ທ່ານນາງວອລເລນສ໌ກີ ໄດ້ກ່າວອ້າງເຖິງຂໍ້ມູນຫຼ້າສຸດ ຈາກບ້ານພັກຄົນຊະລາທີ່ສະແດງໃຫ້ເຫັນວ່າ ພວກຄົນຜູ້ທີ່ບໍ່ໄດ້ສັກຢາວັກຊີນ ຫຼືໄດ້ສັກຢາວັກຊີນຄົບຖ້ວນແຕ່ບໍ່ໄດ້ສັກເຂັມບຸສເຕີນັ້ນ ແມ່ນເປັນໄປໄດ້ທີ່ຈະຕິດເຊື້ອໄວຣັສໂຄວິດ-19 ຫຼາຍກວ່າພວກຄົນຜູ້ທີ່ໄດ້ສັກຢາວັກຊີນຄົບຖ້ວນພ້ອມກັບເຂັມບຸສເຕີ ເຖິງສິບເທົ່າ. ທ່ານຟາວຈີ ໄດ້ກ່າວອ້າງເຖິງການສຶກສາໃນໂລກຂອງຄວາມເປັນຈິງທີ່ສະແດງໃຫ້ເຫັນວ່າ ການສັກເຂັມບຸສເຕີນັ້ນ ສາມາດເພີມພູມຕ້ານທານໃນຮ່າງກາຍເພື່ອປ້ອງກັນຕໍ່ໄວຣັສໂອໄມຄຣອນ ໄດ້ຫຼາຍເຖິງ 35 ເທົ່າ.

ສ່ວນທ່ານໄຊນ໌ສ ໄດ້ກ່າວອ້າງເຖິງສະຖິຕິຂອງ CDC ທີ່ສະແດງໃຫ້ເຫັນວ່າ ບຸກຄົນຜູ້ທີ່ບໍ່ໄດ້ສັກຢາວັກຊີນ ແມ່ນເປັນໄປໄດ້ສູງທີ່ຈະໄດ້ເຂົ້າໂຮງໝໍເຖິງ 8 ເທົ່າ ແລະເປັນໄປໄດ້ສູງວ່າ ຈະເສຍຊີວິດຍ້ອນໂຄວິດ-19 ຫຼາຍເຖິງ 14 ເທົ່າ ກວ່າບຸກຄົນຜູ້ທີ່ໄດ້ສັກຢາວັກຊີນ. ທ່ານໄດ້ກ່າວວ່າ ການສຶກສາໃໝ່ຈາກມະຫາວິທະຍາໄລ ເຢລ ໃນດ້ານສາທາລະນະສຸກ ສະແດງໃຫ້ເຫັນວ່າ ໂຄງການສັກຢາວັກຊີນຂອງສະຫະລັດ ສາມາດປ້ອງກັນການເຂົ້າຮັກສາໃນໂຮງໝໍ ໄດ້ເຖິງ 10 ລ້ານ 3 ແສນຄົນ ແລະຊ່ອຍຊີວິດໄດ້ 1 ລ້ານ 1 ແສນຄົນ.

ຜູ້ປະສານງານຮັບມືກັບໂຄວິດ-19 ໄດ້ກ່າວວ່າ 14 ລ້ານຄົນ ແມ່ນໄດ້ຮັບເຂັມບຸສເຕີ ໃນສອງອາທິດທຳອິດຂອງເດືອນທັນວາ ພ້ອມກັນກັບ ການສັກໃສ່ແຂນທັງໝົດ 26 ລ້ານເຂັມ ໃນລະຫວ່າງໄລຍະດຽວກັນນັ້ນ. ໃນຈຳນວນທັງໝົດດັ່ງ ກ່າວ ທີມງານລາຍງານວ່າ ພົນລະເມືອງສະຫະລັດ ຫຼາຍກວ່າ 200 ລ້ານຄົນ ດຽວນີ້ ແມ່ນໄດ້ສັກຢາວັກຊີນຄົບຖ້ວນແລ້ວ ແລະຫຼາຍກວ່າ 55 ລ້ານຄົນ ກໍໄດ້ຮັບເຂັມບຸສເຕີໄປແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG