ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ອຳນວຍການ ສູນກາງ CDC ກ່າວວ່າ ການໃສ່ໜ້າກາກນັ້ນ ຂຶ້ນຢູ່ກັບການພິຈາລະນາຂອງທ້ອງຖິ່ນ


ດຣ.ໂຣແຊລ ວໍເລນສ໌ກີ ຜູ້ອຳນວຍການສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ໃຫ້ການໃນລະຫວ່າງ ການພິຈາລະນາຮັບຟັງ ຢູ່ລັດຖະສະພາ ເພື່ອກວດກາການຮັບມືກັບພະຍາດ ໂຄວິດ-19 ທີ່ຕຶກລັດຖະສະພາ ຫຼື Capitol Hill, ວັນທີ 18 ມີນາ 2021.
ດຣ.ໂຣແຊລ ວໍເລນສ໌ກີ ຜູ້ອຳນວຍການສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ໃຫ້ການໃນລະຫວ່າງ ການພິຈາລະນາຮັບຟັງ ຢູ່ລັດຖະສະພາ ເພື່ອກວດກາການຮັບມືກັບພະຍາດ ໂຄວິດ-19 ທີ່ຕຶກລັດຖະສະພາ ຫຼື Capitol Hill, ວັນທີ 18 ມີນາ 2021.

ທ່ານນາງໂຣແຊລ ວໍເລນສ໌ກີ ຜູ້ອຳນວຍການສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ໄດ້ກ່າວໃນວັນພຸດວານນີ້ວ່າ ອົງການຂອງທ່ານນາງ ແມ່ນຢືນຢັນຕາມການແນະນຳຂອງຕົນ ທີ່ວ່າ ພວກຄົນທີ່ສັກຢາວັກຊີນແລ້ວນັ້ນ ບໍ່ຕ້ອງໃສ່ໜ້າກາກ ເວລາຢູ່ພາຍໃນ ແມ່ນກະທັງຢູ່ໃນພື້ນທີ່ຂອງສະຫະລັດບາງສ່ວນ ແລະອົງການອະນາໄມໂລກ ຫຼື WHO ເມື່ອບໍ່ດົນມານີ້ ໄດ້ກ່າວ ໃນທາງກັບກັນ.

ໃນລະຫວ່າງການໃຫ້ສຳພາດຜ່ານທາງໂທລະພາບ ກັບເຄືອຂ່າຍໂທລະພາບຕ່າງໆຂອງສະຫະລັດນັ້ນ ທ່ານນາງ ວໍເລນສ໌ກີ ກໍໄດ້ຖືກຖາມກ່ຽວກັບບັນດາເຈົ້າໜ້າທີ່ໃນນະຄອນລອສແອນເຈີລິສ ແລະລັດອີລລີນອຍ ທີ່ໃຫ້ການແນະນຳວ່າ ແມ່ນແຕ່ພວກຄົນທີ່ໄດ້ສັກຢາວັກຊີນແລ້ວ ກໍໃຫ້ໃສ່ໜ້າກາກເພື່ອຊ່ອຍກັນການລະບາດຂອງໄວຣັສສາຍພັນ ແດລຕາ ທີ່ກໍ່ໃຫ້ເປັນພະຍາດໂຄວິດ-19. ສ່ວນອົງການ WHO ເມື່ອບໍ່ດົນມານີ້ ຍັງໄດ້ແນະນໍາໃຫ້ພວກຄົນທີ່ສັກຢາວັກຊີນແລ້ວ ໃສ່ໜ້າກາກ.

ກ່ຽວກັບອົງການ WHO ແລ້ວ ທ່ານນາງວໍເລນສ໌ກີ ໄດ້ກ່າວຕໍ່ບັນດາຜູ້ສໍາພາດວ່າ ອົງການນັ້ນ ຕ້ອງໄດ້ແກ້ໄຂນະໂຍບາຍຕ່າງໆຂອງຕົນແລະຄຳແນະນຳດ້ານຄວາມປອດໄພ ແກ່ໂລກທັງມວນ ບ່ອນທີ່ມີປະຊາກອນໜ້ອຍກວ່າ 15 ເປີເຊັນຂອງຈຳນວນປະຊາກອນທັງໝົດ ໄດ້ຮັບຢາວັກຊີນໂດສດຽວ ຫຼື ຫຼາຍກວ່ານັ້ນ. ທ່ານນາງ ໄດ້ກ່າວວ່າ ຢູ່ໃນສະຫະລັດ ສອງສ່ວນສາມຂອງປະຊາກອນທີ່ເປັນຜູ້ໃຫຍ່ ແມ່ນໄດ້ສັກຢາວັກຊີນຢ່າງຄົບຖ້ວນ ແລະສູນກາງ CDC ສືບຕໍ່ກ່າວວ່າ ພວກຄົນທີ່ໄດ້ສັກຢາວັກຊີນຄົບຖ້ວນແລ້ວ ບໍ່ຕ້ອງໃສ່ໜ້າກາກ.

ແຕ່ທ່ານນາງ ວໍເລນສ໌ກີ ກ່າວຕື່ມວ່າ ສູນກາງ CDC ໄດ້ກ່າວຢູ່ສະເໝີວ່າ ໃນພື້ນທີ່ບ່ອນທີ່ອັດຕາການສັກຢາວັກຊີນ ທີ່ຕ່ຳ ແລະກໍລິນີຕິດເຊື້ອໃໝ່ມີອັດຕາສູງຂຶ້ນຢ່າງຕໍ່ເນື່ອງນັ້ນ ໂດຍສະເພາະທີ່ກ່ຽວຂ້ອງກັບໄວຣັສສາຍພັນແດລຕາ ດັ່ງນັ້ນ ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນຄວນຕັດສິນໃຈອອກກົດລະບຽບກ່ຽວກັບການນຳໃຊ້ໜ້າກາກ ຫຼືການແຈ້ງເຕືອນອື່ນໆ ຂອງພວກເຂົາເຈົ້າເອງ.

ຢູ່ແຫ່ງອື່ນນັ້ນ ບັນດາເຈົ້າໜ້າທີ່ໃນປະເທດບັງກລາແດັສກຳລັງກຽມຈັດຕັ້ງປະຕິ ບັດມາດຕະການລັອກດາວທີ່ເຄັ່ງຄັດທີ່ສຸດ ນັບຕັ້ງແຕ່ໂຣກລະບາດໄດ້ເລີ້ມຂຶ້ນ ຫຼັງຈາກມີກໍລະນີຕິດພະຍາດໂຄວິດ-19 ໃໝ່ ທີ່ເພີ້ມສູງຂຶ້ນເມື່ອມໍ່ໆມານີ້.

ເລີ້ມຕົ້ນແຕ່ວັນພະຫັດນີ້ ພົນລະເມືອງໝົດທຸກຄົນ ຈະຕ້ອງຢູ່ພາຍໃນເຮືອນຊານຂອງພວກເຂົາເຈົ້າ ແລະອະນຸຍາດໃຫ້ອອກໄປໄດ້ສຳລັບເຫດສຸກເສີນເທົ່ານັ້ນ. ການປະກາດທັງຫຼາຍທີ່ວ່າ ການຂົນສົ່ງມວນຊົນທັງໝົດຈະຖືກປິດໄວ້ນັ້ນ ໄດ້ສົ່ງຜົນ ເຮັດປະຊາຊົນຫຼາຍພັນຄົນພາກັນໄປຂຶ້ນ ລົດໄຟ ລົດເມ ແລະເຮືອຂ້າມຟາກ ຢູ່ສະຖານີຕ່າງໆ ຢ່າງໜາແໜ້ນ ກ່ອນໜ້າວັນເສັ້ນຕາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG