ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສຫລ ເຕືອນອີຈິບ ໃຫ້ຫຼີກລ່ຽງ ການຈັບກຸມ ທ່ານ Morsi (ວີດີໂອ)


ຜູ້ສະໜັບສະໜຸນຄົນນຶ່ງ ຖືຮູບ ປະທານາທິບໍດີທີ່ຖືກຂັບໄລ່ອອກຈາກຕຳແໜ່ງ ຂອງອີຈິບ ທ່ານ Mohammed Morsi
ຜູ້ສະໜັບສະໜຸນຄົນນຶ່ງ ຖືຮູບ ປະທານາທິບໍດີທີ່ຖືກຂັບໄລ່ອອກຈາກຕຳແໜ່ງ ຂອງອີຈິບ ທ່ານ Mohammed Morsi
ທໍານຽບຂາວ ​ໄດ້ເຕືອນເຈົ້າ​ໜ້າ​ທີ່​ອີ​ຈິບ ໃຫ້​ຫລີກ​ລ່ຽງການ​ຈັບ​
ກຸມ ​ໂດຍ​ພາລະການ ປະທານາທິບໍດີ Mohammed Morsi
​ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ອຳນາດແລະ​ພວກ​ສະໜັບສະໜຸນ​ທ່ານ.

ປະທາ​ນາ​ທິບໍດີ Barack Obama ​ໄດ້​ພົບ​ປະ​ກັບບັນດາ​ສະມາ
ຊິກ ​ໃນ​ຄະນະ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ທ່ານ ​ໃນ​ວັນ​ພະຫັດ​
ວານນີ້ ຊຶ່ງຈໍານວນ​ນຶ່ງ​ໄດ້ຕິດຕໍ່ທາງ​ໂທລະສັບ ​ໄປ​ຫາ​ເຈົ້າ​ໜ້າ​ທີ່​
ຂັ້ນ​ສູງໃນອີ​ຈິບ ​ແລະ​ບັນດາປະ​ເທດ​ຕາ​ເວັນ​ອອກ​ກາງ. ອິງ​ຕາມ
ທໍານຽບຂາວ​ແລ້ວເຈົ້າ​ໜ້າທີ່ສະຫະລັດໄດ້​ກ່າວ​ຢໍ້າຕໍ່​ບັນດາ
ເຈົ້າ​ໜ້າ​ທີ່​ອີ​ຈິບ ​ເຖິງ​ຄວາມ​ຮັບຜິດຊອບ​ຂອງ​ທຸກ​ໆກຸ່ມ ​ແລ​ະທຸກ
ພັກຝ່າຍ ​ໃນອີ​ຈິບ ​ເພື່ອ​ຫລີກ​ລ່ຽງບໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ ​ແລະ​
ຮຽກຮ້ອງ​ໃຫ້​ກັບ​ຄືນ​ໄປ​ສູ່​ການ ປົກຄອງ​ຂອງລັດຖະບານ​ພົນລະ
​ເຮືອນທີ່​ມາ​ຈາກ​ການ​ເລືອກ​ຕັ້ງ ​ໂດຍໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ນັກ​ການ​ທູດອີ​ຈິບ ທີ່ໄດ້​ຮັບ​ລາງວັນ​ໂນແບນ ທ່ານ Mohamed
ElBaradei ​ໄດ້​ກ່າວ​ຕໍ່​ໜັງສືພິມ The New York Times
ໃນ​ວັນ​ພະຫັດ​ວາ​ນນີ້​ວ່າ ການ​ເຂົ້າ​ຢຶດ​ອໍານາດ​ຂອງ​ພວກທະຫານ
ນັ້ນ “ເປັນ​ທາງ​ເລືອກ​ທີ່​ເຈັບ​ປວດໜ້ອຍ​ທີ່​ສຸດ” ​ສຳລັບ​ອີ​ຈິບ. ທ່ານ​ກ່າວ​ວ່າ ບໍ່​ມີ​ຂັ້ນ​ຕອນ
ໃນ​ການ​ຍົກ​ເລີກ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ຢູ່​ໃນ​ອີ​ຈິບ ​ແຕ່​ຫລາຍ​ລ້ານ​ຄົນ ​ໄດ້​ຮຽກ
ຮ້ອງ​ໃຫ້ ທ່ານ Morsi ລາ​ອອກ "​ໂດຍ​ທີ່​ເຂົາ​ເຈົາ​ໄດ້​ໄປ​ໂຮມ​ຊຸມນຸມ​ກັນ ​ຢູ່​ທີ່ຈະ​ຕຸ​ລັດ
Tahir." ທ່ານ ElBaradei ກ່າວ​ວ່າ ທ່າ​ນຄິດ​ວ່າອີ​ຈິບບໍ່​ສາມາດ​ທີ່​ຈະ​ລໍຖ້າ​ຕໍ່ໄປ​ອີກ
"​ແມ່ນແຕ່​ນຶ່ງ​ອາທິດ​.”

​ນອກນັ້ນ​ແລ້ວໃນ​ວັນ​ພະຫັດ​ວານ​ນີ້​ ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການເຈລະຈາ​ກັນ​ ໃນອີ​ຈິບ ທີ່​ຈະຮວມ​ທັງ “ທຸກ​ພັກ​ຝ່າຍ”
​ການ​ເມືອງ​ໃນ​ປະ​ເທດ​ດັ່ງກ່າວ. ບັນດາ​ຜູ້ນຳ​ຂອງ​ອົງການ NATO ​ແລະຢູ​ໂຣບ ກໍ​ໄດ້
​ຮຽກຮ້ອງ​ໃຫ້​ໃຊ້​ຄວາມ​ຢັບຢັ້ງ ​ໃນ​ຂະນະ​ທີ່ ສະຫະພາບອາຟຣິກາ ກ່າວ​ວ່າ ຕົນ​ຈະພິຈາ
ລະນາວ່າ ຈະໂຈະການ​ເປັນ​ຊະ​ມາ​ຊິກຂອງ​ອີ​ຈິບ ຫລືບໍ່?

ກ່ຽວຂ້ອງກັນ

XS
SM
MD
LG