ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ເຕືອນປັກກິ່ງ ກ່ຽວກັບການກົດດັນ ທີ່ມີຂຶ້ນຢ່າງບໍ່ລົດລະ ຕໍ່ໄຕ້ຫວັນ


ໂຄສົກຂອງທຳນຽບຫ້າແຈ ທ່ານຈອນ ເຄີບີ ກ່າວຕໍ່ພວກນັກຂ່າວ ເມື່ອວັນທີ 17 ກຸມພາ 2021.
ໂຄສົກຂອງທຳນຽບຫ້າແຈ ທ່ານຈອນ ເຄີບີ ກ່າວຕໍ່ພວກນັກຂ່າວ ເມື່ອວັນທີ 17 ກຸມພາ 2021.

ເຈົ້າໜ້າທີ່ຂອງກອງທັບສະຫະລັດ ໄດ້ເຕືອນໃນວັນອັງຄານວານນີ້ ກ່ຽວກັບການກົດດັນທີ່ມີຂຶ້ນຢ່າງບໍ່ລົດລະຂອງຈີນຕໍ່ໄຕ້ຫວັນຊຶ່ງມີພຽງແຕ່ຈະກໍ່ໃຫ້ເກີດໂອກາດແຫ່ງຄວາມຜິດພາດ ບາງທີ ອາດເປັນການສູ້ລົບທີ່ບໍ່ໄດ້ຕັ້ງໃຈ.

ທຳນຽບຫ້າແຈ ໄດ້ກ່າວຫາປັກກິ່ງວ່າ ກໍ່ໃຫ້ເກີດຄວາມເຄັ່ງຕຶງຂ້າມຊ່ອງແຄບໄຕ້ຫວັນເພີ້ມຂຶ້ນ ໂດຍເຕືອນວ່າ ກົນລະຍຸດໃນການ “ທ້າທາຍເກາະຜິດ” ອາດຈະພາໃຫ້ເກີດຜົນໃນທາງກົງກັນ ຂ້າມ ກັບທີ່ຄາດຄິດເອົາໄວ້.

ທ່ານຈອນ ເຄີບີ ໂຄສົກຂອງທຳນຽບຫ້າແຈ ກ່າວຕໍ່ພວກນັກຂ່າວວ່າ “ສປ ຈີນ (ສາທາ ລະນະລັດປະຊາຊົນຈີນ) ໄດ້ເພີ້ມການດໍາເນີນຄວາມພະຍາຍາມເພື່ອ ທໍາ ການຂົ່ມຂູ່ ກົດດັນຕໍ່ໄຕ້ຫວັນ ແລະພັນທະມິດ ແລະປະເທດພາຄີອື່ນໆ ຮວມທັງເພີ້ມການກິດຈະກຳທາງດ້ານທະຫານ ໃນບໍລິເວນທີ່ຢູ່ໃກ້ຄຽງ ກັບໄຕ້ຫວັນ ໃນທະເລຈີນຕາເວັນອອກ ແລະທະເລຈີນໃຕ້ ຊຶ່ງພວກເຮົາເຊື່ອວ່າ ເປັນການສ້າງຄວາມບໍ່ທຸ່ນທ່ຽງແລະມີແຕ່ຈະເພີ້ມຄວາມສ່ຽງຕໍ່ການຄຳນວນທີ່ຜິດພາດເຫຼົ່ານັ້ນ.”

ທ່ານເຄີບີ ກ່າວຕື່ມວ່າ ຄວາມໝັ້ນໝາຍ ຂອງສະຫະລັດ ຕໍ່ໄຕ້ຫວັນ ແມ່ນຍັງມີ “ຄວາມເຂັ້ມແຂງຄືເຫຼັກກ້າ.”

ທ່ານເຄີບີ ກ່າວວ່າ “ພວກເຮົາມີຜົນປະໂຫຍດ ມາເປັນເວລາຊ້ານານ ຕໍ່ການມີສັນຕິພາບແລະສະຖຽນລະພາບຂ້າມຊ່ອງແຄບໄຕ້ຫວັນ ແລະນັ້ນຄືວ່າເປັນຫຍັງພວກເຮົາຈຶ່ງສືບຕໍ່ ໃຫ້ການຊ່ວຍເຫຼືອແກ່ໄຕ້ຫວັນ ໃນການຮັກສາຄວາມສາມາດສຳລັບປ້ອງກັນໂຕ. ພວກເຮົາຂໍຮຽກຮ້ອງໃຫ້ປັກກິ່ງປະຕິບັດຕາມພັນທະຂອງຕົນໃນການແກ້ໄຂການມີຄວາມເຫັນທີ່ແຕກຕ່າງກັນຂ້າມຊ່ອງແຄບ ດ້ວຍສັນຕິວິທີ.”

ການເພີ້ມຄວາມກົດດັນ ຢ່າງເປັນການເປີດເຜີຍ ເພື່ອໃຫ້ມີການທ້ອນໂຮມຊາດລະຫວ່າງໄທເປ ແລະປັກກິ່ງ ໄດ້ກໍ່ໃຫ້ເກີດຄວາມຮ້ອນແຮງ ກັບໄປກັບມາ ກັບພວກຜູ້ນຳຂອງໄຕ້ຫວັນ ທີ່ຕ້ອງ ການຢາກໃຫ້ໄຕ້ຫວັນ ມີລັດຖະບານທີ່ປົກຄອງຕົນເອງ.

ປະທານາທິບໍດີໄຊ ອິ້ງ ເຫວິນ ກ່າວໃນວັນອາທິດຜ່ານມານີ້ ໃນຄຳປາໄສເນື່ອງໃນໂອ ກາດການສະຫຼອງວັນຊາດຂອງໄຕ້ຫວັນວ່າ “ພວກເຮົາຈະດຳເນີນການໃນລະດັບສູງ ເພື່ອຮັກສາສະຖາ ນະພາບທີ່ເປັນຢູ່ໃນປັດຈຸບັນ ບໍ່ໃຫ້ມີການປ່ຽນແປງໂດຍພຽງຝ່າຍດຽວຕາມລຳພັງ.”

ທ່ານນາງກ່າວຕື່ມວ່າ “ພວກເຮົາຈະສືບຕໍ່ ເສີມຄວາມເຂັ້ມແຂງ ໃຫ້ແກ່ການປ້ອງກັນປະເທດຂອງພວກເຮົາ ແລະສະແດງໃຫ້ເຫັນເຖິງການຕັດສິນໃຈອັນເດັດດ່ຽວ ທີ່ຈະປ້ອງກັນພວກເຮົາເອງ ເພື່ອໃຫ້ການຄ້ຳປະກັນວ່າ ບໍ່ມີໃຜສາມາດບັງຄັບໃຫ້ໄຕ້ຫວັນປະຕິບັດຕາມເສັ້ນທາງທີ່ຈີນໄດ້ວາງເອົາໄວ້ໃຫ້ແກ່ພວກເຮົາ.”

ການໃຫ້ຄວາເຫັນຂອງທ່ານນາງໄຊ ອິ້ງ ເຫວິນ ມີຂຶ້ນຫຼັງຈາກປະທານປະເທດຈີນ ທ່ານສີ ຈິ້ນຜິງ ປະກາດໃນວັນເສົາແລ້ວນີ້ວ່າ ການທ້ອນໂຮມຊາດກັບໄຕ້-ຫວັນ “ຕ້ອງບັນລຸໃຫ້ໄດ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG