ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄອຍະການ ຕັ້ງຂໍ້ຫາ ຜູ້ລັກພາຕົວ ຜູ້ຍິງສາມຄົນ (ສະໄລດ໌)


ຮູບຂອງນາງ Amanda Berry (ຊ້າຍ) ແລະນາງ Georgina "Gina" Dejesus ທີ່ສະໜອງໃຫ້ໂດຍອົງການ FBI ໂດຍບໍ່ຮູ້ວ່າ ຖ່າຍຕອນໃດ.
ຮູບຂອງນາງ Amanda Berry (ຊ້າຍ) ແລະນາງ Georgina "Gina" Dejesus ທີ່ສະໜອງໃຫ້ໂດຍອົງການ FBI ໂດຍບໍ່ຮູ້ວ່າ ຖ່າຍຕອນໃດ.
ໄອຍະການສານ ໃນເມືອງ Cleveland ລັດ Ohio ໄດ້ຕັ້ງຂໍ້
ກ່າວຫາທ້າວ Ariel Castro ອະດີດຄົນຂັບລົດໂຮງຮຽນວ່າ
ໄດ້ລັກພາຕົວ ແລະຂົ່ມຂືນຊໍາເລົາຜູ້ຍິງ ສາມຄົນ ທີ່ຖືກກັກຂັງ
ໄວ້ເປັນເວລາສິບປີນັ້ນ.

ຜູ້ຍິງທັງສາມຄົນ ຄືນາງ Amanda Berry, ນາງ Gina Dejesus
ແລະນາງ Michele Knight ໄດ້ຖືກລັກພາຕົວໃນລະຫວ່າງປີ
2002 ຫາ 2004 ໃນຂະນະທີ່ພວກເຂົາເຈົ້າເປັນໄວລຸ້ນ ຫຼືບໍ່ກໍມີ
ອາຍຸປະມານພວມຍ່າງເຂົ້າຊາວປີ. ນາງ Berry ມີລູກຄົນນຶ່ງທີ່
ອາຍຸໄດ້ 6 ປີ ທີ່ເກີດຢູ່ໃນໄລຍະທີ່ຖືກກັກຂັງຢູ່ນັ້ນ.

ຕໍາຫລວດກໍາລັງດໍາເນີນ ການກວດເບິ່ງກໍາມະພັນ ເພື່ອຈະຮູ້ໄດ້ວ່າ ຜູ້ໃດເປັນພໍ່ຂອງເດັກ
ແທ້.

ເຈົ້າໜ້າທີ່ເວົ້າວ່າ ທ້າວ Castro ໄດ້ລ່າມຜູ້ຍິງສາມຄົນໄວ້ດ້ວຍເຊືອກ ແລະໂສ້ ແລະກໍ
ເອົາໄວ້ຄົນລະຫ້ອງ, ອະນຸຍາດໃຫ້ພວກເຂົາເຈົ້າອອກໄປນອກເຮືອນ ກໍຄືໄປທີ່ບ່ອນ
ຈອດລົດຂອງເຮືອນດັ່ງກ່າວ ພຽງແຕ່ສອງຄັ້ງເທົ່ານັ້ນ.

ລາຍງານຂ່າວເວົ້າວ່າ ຢ່າງໜ້ອຍຜູ້ຍິງຄົນນຶ່ງໃນຈໍານວນນັ້ນ ໄດ້ຖືພາຕັ້ງຫລາຍຄັ້ງ ແລະກໍ
ໄດ້ລຸລູກ.

ພວກຜູ້ຍິງດັ່ງກ່າວ ໄດ້ຫລົບໜີໄປໃນວັນຈັນຜ່ານມາ ລຸນຫລັງທີ່ສຽງຮ້ອງຂອງນາງ Berry ໄດ້ເຮັດໃຫ້ຄົນຂ້າງບ້ານຜູ້ນຶ່ງໄດ້ຍິນ ຊຶ່ງຜູ້ກ່ຽວໄດ້ພັງປະຕູໜ້າບ້ານຂອງເຮືອນ
ທ້າວ
Castor ເຂົ້າໄປ.

ຜູ້ຍິງສອງໃນຈໍານວນສາມຄົນນັ້ນ ໄດ້ກັບຄືນໄປຫາຄອບຄົວ ພ້ອມກັບຄວາມຕື້ນຕັນໃຈ
ໃນວັນພຸດວານນີ້ ພາຍຫລັງທີ່ໄດ້ໄປນອນໂຮງໝໍ ເປັນເວລາສັ້ນໆ. ນາງ Dejesus ໄດ້
ເອົາເສື້ອທີ່ມີໝວກໃຫຍ່ໆ ປົກໜ້າຂອງນາງ ໃນຂະນະທີ່ນ້ອງສາວ ຂອງນາງໄດ້ນໍາເອົາ
ນາງ ເຂົ້າໄປໃນເຮືອນຢ່າງຟ້າວຟັ່ງ.

ນາງ Nancy Ruiz, ທີ່ເປັນແມ່ຂອງນາງ Guina Dejesus ໄດ້ສະແດງຄວາມຂອບໃຈ
ຕໍ່ທຸກຄົນ ທີ່ໄດ້ໃຫ້ຄວາມຊ່ວຍເຫລືອ.

ນາງ Berry ແລະລູກສາວນ້ອຍຂອງນາງ ໄດ້ຫລີກລ້ຽງທີ່ຈະລົມກັບນັກຂ່າວ ໃນຂະນະ
ທີ່ນາງຍ່າງເຂົ້າໄປໃນເຮືອນຂອງນ້ອງສາວຂອງນາງ.

ຜູ້ເຄາະຮ້າຍຜູ້ທີສາມ ກໍຄືນາງ Michele Knight ຍັງນອນຢູ່ໃນໂຮງໝໍທ້ອງຖິ່ນ.

ນ້ອງຊາຍແລະອ້າຍຂອງທ້າວ Castro, ຄືທ້າວ Onil ແລະທ້າວ Pedro ທີ່ຖືກຈັບກຸມ
ນັ້ນ ຈະບໍ່ໄດ້ຖືກຕັ້ງຂໍ້ຫາ. ຕໍາຫລວດເວົ້າວ່າ ບໍ່ມີຫລັກຖານສະແດງໃຫ້ເຫັນວ່າ ພວກເຂົາ
ເຈົ້າໄດ້ມີສ່ວນກ່ຽວພັນກັບການລັກພາຕົວ ດັ່ງກ່າວ ຫລືບໍ່ຮູ້ ເລື້ອງໃດໆວ່າ ຍິງສາມຄົນ ໄດ້ຖືກກັກຂັງໄວ້ໃນເຮືອນອ້າຍແລະນ້ອງຂອງພວກເຂົາເຈົ້າ.

ເບິ່ງສະໄລດ໌ພາບກ່ຽວກັບເລື້ອງນີ້:

XS
SM
MD
LG