ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ຂັ້ນສູງ ທາງທະຫານ ຂອງ ສຫລ ບໍ່ເຊື່ອວ່າ ລັດອິສລາມ ຍັງມີກໍາລັງ ເຂັ້ມແຂງ


ທະຫານອີຣັກຄົນນຶ່ງຍ່າງກາຍຫລັກເສົາທີ່ຕິດເຄື່ອງໝາຍຂອງ ກຸ່ມລັດອິສລາມ ອັນນຶ່ງ ຢູ່ໃນອຸບໂມງ ທີ່ມີລາຍງານວ່າ ໄດ້ຖືກໃຊ້ເປັນສູນຊ້ອມລົບ ໂດຍພວກຈີຮາດ ໃນຊານເມືອງທາງໃຕ້ຂອງນະຄອນໂມຊຸນ ໃນວັນທີ 1 ມີນາ 2017
ທະຫານອີຣັກຄົນນຶ່ງຍ່າງກາຍຫລັກເສົາທີ່ຕິດເຄື່ອງໝາຍຂອງ ກຸ່ມລັດອິສລາມ ອັນນຶ່ງ ຢູ່ໃນອຸບໂມງ ທີ່ມີລາຍງານວ່າ ໄດ້ຖືກໃຊ້ເປັນສູນຊ້ອມລົບ ໂດຍພວກຈີຮາດ ໃນຊານເມືອງທາງໃຕ້ຂອງນະຄອນໂມຊຸນ ໃນວັນທີ 1 ມີນາ 2017

ເຈົ້າໜ້າທີ່ຂັ້ນສູງທາງທະຫານຂອງສະຫະລັດຄົນນຶ່ງ ໄດ້ຄັດຄ້ານຕໍ່ຕົວເລກຄາດຄະເນ ຂອງທໍານຽບຫ້າແຈເອງ ທີ່ຄິດວ່າກຸ່ມກໍ່ການຮ້າຍລັດອິສລາມ ຍັງຮັກສາກໍາລັງຢ່າງ
ຫຼວງຫຼາຍ ໄວ້ຢູ່ໃນອີຣັກແລະຊີເຣຍ, ແລະກໍຢູ່ໃນ "ສະພາບທີ່ພ້ອມ" ທີ່ຈະກໍ່ສ້າງ ລັດ
ອິສລາມ ຂອງພວກເຂົາ ທີ່ເສຍໄປນັ້ນ ຄືນໃໝ່.

ທ່ານນາຍພົນທະຫານມາຣິນ ໂຈເຊັຟ ດັນຝອດ, ປະທານເສນາທິການຮ່ວມ ບໍ່ເຫັນ
ພ້ອມກັບການຄາດຄະເນທັງຂອງກະຊວງການຕ່າງປະເທດສະຫະລັດແລະ ຈາກບົດ
ລາຍງານຂອງອົງການສະຫະປະຊາຊາດ ທີ່ສະແດງໃຫ້ເຫັນວ່າ ກຸ່ມລັດ ອິສລາມ ຫລື
IS ຍັງມີນັກລົບ ຢູ່ໃນສອງປະເທດນັ້ນ ໃນຈໍານວນປະມານ 20,000 ຫາ 32,000 ຄົນ
ເຖິງແມ່ນວ່າ ສິ່ງທີ່ພວກເຂົາປະກາດເປັນ ລັດອິສລາມນັ້ນ ພັງທະລາຍໄປແລ້ວກໍຕາມ.

"ຂ້າພະເຈົ້າໄດ້ເຫັນລາຍງານເມື່ອມໍ່ໆ ມານີ້ວ່າ ຍັງມີນັກລົບ ຂອງພວກເຂົາຢູ່ຫລາຍກວ່າ
30,000 ຄົນ," ນັ້ນຄືຄໍາເວົ້າຂອງທ່ານດັນຝອດທີ່ກ່າວຕໍ່ພວກນັກຂ່າວຢູ່ໃນກອງປະຊຸມ
ທີ່ບໍ່ຄ່ອຍມີກັບທ່ານ ເຈມສ໌ ແມັດຕິດ, ລັດຖະມົນຕີກະ ຊວງປ້ອງກັນປະເທດໃນວັນອັງ
ຄານວານນີ້ ຢູ່ທີ່ທໍານຽບຫ້າແຈ. ທ່ານກ່າວອີກວ່າ "ຂ້າພະເຈົ້າບໍ່ມີຄວາມໝັ້ນໃຈຕໍ່ໂຕ
ເລກເຫຼົ່ານັ້ນເລີຍ."

ທ່ານດັນຝອດກ່າວເພີ້ມອີກໂດຍໃຊ້ຊື່ຫຍໍ້ຂອງກຸ່ມກໍ່ການຮ້າຍດັ່ງກ່າວວ່າ "ພວກເຮົາ
ເພັ່ງເລັງໃສ່ການແກ້ໄຂເລື້ອງທີ່ຍັງເປັນໄພຂົ່ມຂູ່ຢູ່ໃນເຂດອ່າງແມ່ນໍ້າຢູເຟຣຕິສ
(Euphrates). ພວກເຮົາຮູ້ວ່າ ຍັງມີການລີ້ຊ່ອນ ຂອງພວກ ISIS ທີ່ຍັງຫລົງເຫລືອ
ຢູ່ນັ້ນ ໃນອີຣັກ. ແຕ່ຂ້າພະເຈົ້າແນ່ນອນ ຈະບໍ່ເວົ້າວ່າ ພວກ ISIS ຍັງມີຄວາມແຂງ
ແກ່ນຄືກັນກັບຕອນທີ່ພວກເຂົາມີກໍາລັງແຮງສູງສຸດນັ້ນດອກ."

Gen. Joseph Dunford Responds to VOA's Carla Babb on IS Numbers
please wait

No media source currently available

0:00 0:01:38 0:00

ພວກເຈົ້າໜ້າທີ່ປ້ອງກັນປະເທດ ແລະສືບລັບ ໄດ້ມີຄວາມລະມັດລະວັງແຕ່ໃດໆມາ
ໃນການໃຊ້ພຽງແຕ່ຕົວເລກເທົ່ານັ້ນ ເພື່ອວັດແທກສະມັດຕະພາບ ໃນການປຸກລະດົມ
ເພື່ອທໍາລາຍພວກ IS ໂດຍເອີ້ນການດໍາເນີນຄວາມພະຍາຍາມໃດໆ ແບບນັ້ນວ່າ ຢ່າງ
ເກັ່ງທີ່ສຸດມັນກໍບໍ່ແມ່ນເລື້ອງວິທະຍາສາດທີ່ສົມບູນແບບ ແລະເຈົ້າໜ້າທີ່ຂັ້ນສູງບາງຄົນ ກໍໄດ້ກ່າວເຖິງຄວາມເປັນຫ່ວງເຊັ່ນກັນວ່າ ຕົວເລກຄາດຄະເນໃໝ່ສຸດອາດຈະໄລ່ເອົາ
ທັງສະມາຊິກຄອບຄົວ ຫລື ຄົນອື່ນໆ ທີ່ມີຄວາມສໍາພັນອັນແໜ້ນແກ່ນກັບກຸ່ມ IS ເຂົ້າ
ນໍາ ເຖິງແມ່ນວ່າ ຄົນພວກນັ້ນຈະບໍ່ໄດ້ທໍາການສູ້ລົບນໍາກໍຕາມ.

ທ່ານ ເຈມສ໌ ແມັດຕິດ, ລັດຖະມົນຕີກະຊວງປ້ອງກັນປະເທດ (ຊ້າຍ) ກັບທ່ານນາຍພົນທະຫານມາຣິນ ໂຈເຊັຟ ດັນຝອດ, ປະທານເສນາທິການຮ່ວມ ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວ ໃນທໍານຽບຫ້າ ແຈ, ວັນທີ 28 ສິງຫາ, 2018
ທ່ານ ເຈມສ໌ ແມັດຕິດ, ລັດຖະມົນຕີກະຊວງປ້ອງກັນປະເທດ (ຊ້າຍ) ກັບທ່ານນາຍພົນທະຫານມາຣິນ ໂຈເຊັຟ ດັນຝອດ, ປະທານເສນາທິການຮ່ວມ ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວ ໃນທໍານຽບຫ້າ ແຈ, ວັນທີ 28 ສິງຫາ, 2018

ເບິ່ງວີດິໂອກ່ຽວກັບສົງຄາມກາງເມືອງໃນຊີເຣຍ

Mattis Blasts Russia's Role in Syrian Civil War
please wait

No media source currently available

0:00 0:02:20 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG