ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ດຳເນີນການໂຈມຕີທາງອາກາດ ຕໍ່ລູກສອນໄຟຂອງກູ່ມຮູຕີ ຫຼັງຈາກການໂຈມຕີຄັ້ງຫຼ້າສຸດ ໃນທະເລແດງ


ແຟ້ມພາບ - ໂຄສົກອງທັບຂອງກຸ່ມຮູຕີ ຢາຢາ ຊາຣີອາ ທີ່ໄດ້ສະແດງໃຫ້ເຫັນໃນເຢເມນ, ເມື່ອວັນທີ 14 ເມສາ 2019, ຢູ່ໃນຮູບນີ້ທີ່ໄດ້ມາຈາກວີດີໂອ.
ແຟ້ມພາບ - ໂຄສົກອງທັບຂອງກຸ່ມຮູຕີ ຢາຢາ ຊາຣີອາ ທີ່ໄດ້ສະແດງໃຫ້ເຫັນໃນເຢເມນ, ເມື່ອວັນທີ 14 ເມສາ 2019, ຢູ່ໃນຮູບນີ້ທີ່ໄດ້ມາຈາກວີດີໂອ.

ກອງກຳລັງຂອງສະຫະລັດ ໃນວັນຈັນວານນີ້ ໄດ້ດຳເນີນການໂຈມຕີທາງອາ ກາດຕໍ່ເຮືອ​ດຳ​ນ້ຳ ແລະລູກສອນໄຟຕໍ່ຕ້ານກຳປັ່ນ 18 ລູກ ໃນ ການຕອບໂຕ້ ຕໍ່ປະຕິບັດການຄັ້ງຫຼ້າສຸດໂດຍກຸ່ມຫົວຮຸນແຮງຮູຕີ ທີ່ມີຖານຕັ້ງຢູ່ໃນເຢເມນ ອັນເປັນໄພຂົ່ມຂູ່ຕໍ່ເສັນທາງແລ່ນເຮືອໃນທະເລແດງນັ້ນ.

ສູນບັນຊາການຂອງສະຫະລັດຢູ່ເຂດຕາເວັນອອກກາງ ຫຼື CENTCOM ໄດ້ ລາຍງານວ່າ ການໂຈມຕີທາງອາກາດຫົກຄັ້ງ ມີຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກ ກຸ່ມຮູຕີທີ່ໜຸນຫຼັງໂດຍອີຣ່ານ ໄດ້ຍິງລູກສອນໄຟຂີປະນາວຸດຕໍ່ຕ້ານກຳປັ່ນໃສ່ກຳ ປັ່ນຂົນສົ່ງຕູ້ຄອນເທນເນີ້ຊື່ວ່າ ປີໂນຄີໂອ (Pinocchio) ທີ່ຕິດທຸງຊາດຂອງ ໄລບີເຣຍ ຂອງຊິງກະໂປ.

CENTCOM ໄດ້ກ່າວວ່າ ພວກລູກສອນໄຟດັ່ງກ່າວ ບໍ່ໄດ້ຕົກຖືກກຳປັ່ນ ແລະ ບໍ່ມີລາຍງານຂອງການບາດເຈັບໃດໆ.

ອົງການປະຕິບັດການດ້ານການຄ້າທາງທະເລຂອງສະຫະຣາຊະອະນາຈັກ ​ອັງ​ກິດ ໄດ້ກ່າວວ່າ ກຳປັ່ນນັ້ນຢູ່ໃນຕຳແໜ່ງປະມານ 130 ກິໂລແມັດທາງກ້ຳ ຕາເວັນຕົກສຽງໃຕ້ຈາກເມືອງຊາລີຟຂອງເຢເມນ ໃນເວລາທີ່ຖືກໂຈມຕີ.

ໂຄສົກຂອງກອງທັບກຸ່ມຮູຕີ ຢາຢາ ຊາຣີອາ ໄດ້ກ່າວອ້າງຄວາມຮັບຜິດຊອບ ສຳລັບການໂຈມຕີທັງຫຼາຍ ຊຶ່ງກຸ່ມຮູຕີ ໄດ້ກ່າວວ່າ ຕົນໄດ້ດຳເດີນການ​ເພື່ອ ຄວາມສາມັກຄີກັບຊາວປາແລັສໄຕນ໌ ໃນກາຊາ ທ່າມກາງສົງຄາມຕໍ່ຕ້ານ ກຸ່ມຮາມາສຂອງອິສຣາແອລ.

ທ້າວຊາຣີອາ ໄດ້ກ່າວໃນວັນຈັນວານນີ້ ວ່າການປະຕິບັດການຂອງກຸ່ມຮູຕີ ຈະທະວີຂຶ້ນໃນລະຫວ່າງວັນສັກສິດຣາມາດານຂອງຊາວມູສລິມ.

U.S. forces carried out airstrikes Monday against an underwater drone and 18 anti-ship missiles in the latest response to operations by the Yemen-based Houthi militant group that have threatened Red Sea shipping lanes.

The U.S. Central Command (CENTCOM) reported the six strikes came hours after the Iran-backed Houthis fired two anti-ship ballistic missiles at the Liberian-flagged, Singaporean-owned container ship Pinocchio.

CENTCOM said the missiles did not hit the ship, and that there were no reported injuries.

The United Kingdom Maritime Trade Operations said the ship was about 130 kilometers southwest of Saleef, Yemen, at the time of the attack.

Houthi military spokesman Yahya Sarea claimed responsibility for the attacks, which the Houthis have said are being carried out in solidarity with the Palestinians in Gaza amid Israel’s war against Hamas.

Sarea said Monday the Houthi campaign would escalate during the Muslim holy month of Ramadan.

Some information for this report came from The Associated Press, Agence France-Presse and Reuters

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG