ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປັ່ນ ບັນທຸກເຮືອບິນ ສຫລ ເດີນທາງ ໄປຮອດ ພາກກາງ ຟີລິບປີນ (ສະໄລດ໌/ວີດີໂອ)


US Carrier Group to Arrive in Philippines Wednesday
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ

ກຳປັ່ນບັນທຸກເຮືອບິນ USS George Washington ໄປຮອດພາກກາງ ຟີລິບປີນ

​ກຳ​ປັ່ນບັນທຸກ​ເຮືອບິນ USS George Washington ຂອງ​ສະຫະລັດ ​ແລ່ນ​ໄປ​ຮອດ​ພາກ​ກາງຂອງ​ຟີ​ລິບ​ປີນແລ້ວ ບ່ອນ​ທີ່​ຖືກ​ລົມ​ໄຕ້​ຝຸ່ນ​ປະ​ທະ​ຢ່າງ​ໜັກ​ ໃນ​ວັນ​ພຸດ​ມື້ນີ້ ເພື່ອ​ນຳ​ເຄື່ອງ​ຊ່ອຍ​ເຫຼືອ​ບັນ​ເທົາ​ທຸກໄປ​ໃຫ້​ປະຊາຊົນ​ທີ່​ຍັງ​ຕ້ອງການ​ເຂົ້າປາ​ອາຫານ​ແລະ​ສິ່ງ​ຈຳ​ເປັນ​ຂັ້ນ​ພື້ນຖານ​ອື່ນໆເປັນ​ທີ່​ສຸດ​ນັ້ນ.

ກຳ​ປັ່ນ​ບັນທຸກ​ເຮືອບິນ​ລຳ​ນີ້ ​ກຳລັງຈັດ​ສົ່ງເຄື່ອງ​ບັນ​ເທົາ​ທຸກສຸກ​ເສີນ​ຢ່າງ​ຮີບ​ດ່ວນ ​ໄປ​ຍັງ ເມືອງ Tacloban ທີ່​ຖືກ​ລຳ​ລາຍ​ໄປ​ເກືອບ​ໝົດ​ໃນ​ວັນ​ສຸກ​ຜ່ານ​ມາ​ຈາກ​ລົມພາຍຸ​ໄຕ້​ຝຸ່ນ​ທີ່​ຮ້າຍ​ແຮງ​ທີ່​ສຸດເທົ່າ​ທີ່ເຄີ​ຍບັນ ທຶກ​ໄວ້​ມາ​ກ່ອນ.

ກຳ​ປັ່ນ​ລຳ​ນີ້​ເປັນ​ພາກສ່ວນ​ນຶ່ງ​ໃນ​ບັນດາ​ກຳ​ປັ່ນ​ສະຫະລັດທີ່​ຈະ​ສາມາດ​ຜະລິດ​ນ້ຳ​ດື່ມ​ນ້ຳ​ໃຊ້​ທີ່​ສະອາດ​ໄດ້​ຫຼາຍ​ລ້ານ​ລິດ​ໃນ​ແຕ່​ລະ​ມື້​ນັ້ນ. ນອກ​ນັ້ນກຳ​ປັ່ນ​ເຫຼົ່າ​ນີ້​ຍັງ​ບັນທຸກ​ພວກ​ເຮືອບິນເຮ​ລີ​ຄອບ​ເຕີແລະ​ເຮືອບິນ​ພິ​ເສດ​ອື່ນໆ​ ທີ່​ຈຳ​ເປັນ​ສຳລັບ​ການ​ສົ່ງ​ສະບຽງ​ທີ່​ມີ​ຄວາມ​ຈຳ​ເປັນ​ທີ່ສຸດ​ໃນ​ເວລາ​ນີ້ໄປ​ຍັງ​ບັນດາຂົງເຂດ​ທີ່ຢູ່ຫ່າງ​ໄກນັ້ນ.

ນາຍ Steve Herman ນັກ​ຂ່າວ​ວີ​ໂອ​ເອ ທີ່​ລາຍ​ງານ​ຈາກ​ກຸງ​ມາ​ນີລາ ​ເວົ້າ​ວ່າ​ສະຖານະ ການ​ຍັງ​ຢູ່​ໃນ​ສະພາບ​ທີ່​ຮ້າຍ​ກາດ​ແລະ​ເຄັ່ງຂຶມ​ຫຼາຍ​ຢູ່​ໃນ​ເມືອງ Tacloban ​ແຕ່​ການ​ຊ່ອຍ​ເຫຼືອ​ບັນ​ເທົາ​ທຸກ​ຈະ​ເລີ້ມ​ດຳ​ເນີນ​ໄປ​ໄວ​ຂຶ້ນ​ໃນ​ໄວໆ​ນີ້ ຊຶ່ງ​ນາຍ Steve Herman ກ່າວ​ວ່າ:

“​ເດີ່ນ​ເຮືອບິນ​ເມືອງ Tacloban ຊຶ່ງ​ເປັນ​ເດີ່ນ​ເຮືອບິນ​ພົນລະ​ເຮືອນ ​ຊຶ່ງເວລາ​ນີ້​ ເປີດ​ໃຫ້ແຕ່​ເຮືອບິນ​ກອງທັບ​ໃຊ້ ຈະ​ເປີດ​ບໍລິການ 24 ຊົ່ວ​ໂມງ​ຄືນ ຊຶ່ງ​ຈະ​ເປັນ​ການເພີ່ມ​ຈຳນວນ​ເຮືອບິນແລະສະບຽງ​ບັນ​ເທົາທຸກຂຶ້ນ​ເປັນ​ສາມ​ເທົ່າ ​ເຂົ້າ​ໄປ​ໃນ​ເມືອງ Tacloban. "

ການ​ຊ່ອຍ​ເຫຼືອ​ທີ່​ວ່າ​ນີ້ ບໍ່​ສາມາດ​ມີ​ຂຶ້ນ​ໄວ​ພໍ ​ສຳລັບ​ພວກ​ທີ່​ລອດ​ຊີວິດ​ມາ​ໄດ້​ຫຼາຍ​ຄົນ ປະ ຊາ​ຊົນ​ຫຼາຍ​ແສນ​ຄົນ​ຍັງ​ຂາດ​ທີ່​ເພິ່ງພາ​ອາ​ໄສ​ຢູ່ 5 ມື້​ຫຼັງຈາກ​ພາຍຸ​ໄຕ້​ຝຸ່ນ​ຫົວ​ນີ້​ປະ​ທະ. ປະ ຊາຊົນ​ຫຼາຍ​ຄົນ​ມີ​ເຂົ້າປາ​ອາຫານ​ພຽງ​ເລັກ​ນ້ອຍ ຫຼື​ບໍ່​ມີ​ທາງ​ຫາ​ເຂົ້າປາ​ອາຫານແລະ​ນ້ຳດື່ມ​ ສະອາດ​ໄດ້ ​ແລະ​ບາງ​ຄົນ​ຈຳ​ເປັນ​ຕ້ອງ​ຫາ​ລັກຂະ​ໂມ​ຍ​ເຂົ້າປາ​ອາຫານ​ມາ​ກິນ ​ເພື່ອໃຫ້​ມີຊີວິດ​ລອດ.

​ໃນ​ຮ່ອງຮອຍ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝົດ​ຫວັງ ປະຊາຊົນ 8 ຄົນ​ເສຍ​ຊີວິດ​ເວລາ​ສາງ​ເກັບ​ເຄື່ອງທີ່​ເກັ​ບມ້ຽນ​ເຂົ້າ​ບ່ອນ​ນຶ່ງ​ຂອງ​ລັດຖະບານພັງ​ລົງ ຫຼັງ​ຈາກ​ຖືກ​ພວກຜູ້​ຄົນ​ທີ່ລອດ​ຊີວິດ​ມາ​ໄດ້ຈຸ​ນຶ່ງບຸກ​ເຂົ້າ​ໄປ​ເອົາ​ເຂົ້າ​ນັ້ນ.

XS
SM
MD
LG