ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດີນາລ ຖືກ​ປົດ ຍ້ອນການກ່າວຫາ ​ລ່ວງ​ລະ​ເມີດ ​ທາງ​ເພດ​ຕໍ່​​ເດັກນ້ອຍ ​


ພະ​ສັນ​ຕະປາປາ ຟຣານຊິ​ສ ​ໄດ້ສັ່ງໃຫ້​ປົດ​ຄາ​ດີນາລ ​ເທ​ດໍຣ໌ ​ແມັກ​ຄາຣິກ (Cardinal Theodore McCarrick) ​ ໃຫ້ສຳພາດກັບວິທະຍາໄວອາເທຣິກາເໜືອ ໃນວາຕິກັນ, 14 ກຸມພາ 2013.
ພະ​ສັນ​ຕະປາປາ ຟຣານຊິ​ສ ​ໄດ້ສັ່ງໃຫ້​ປົດ​ຄາ​ດີນາລ ​ເທ​ດໍຣ໌ ​ແມັກ​ຄາຣິກ (Cardinal Theodore McCarrick) ​ ໃຫ້ສຳພາດກັບວິທະຍາໄວອາເທຣິກາເໜືອ ໃນວາຕິກັນ, 14 ກຸມພາ 2013.

ອະດີດພະສັງຄະລາດແຫ່ງ​ວໍ​ຊິງ​ຕັນ​ໄດ້​ຖືກ​ປົດອອກ​ຈາກ​ວຽກງານດ້ານສາສະໜາ
​ໂດຍ​ວາ​ຕິກັນຍ້ອນມີການກ່າວຫາກ່ຽວກັບການ​ລ່ວງ​ລະ​ເມີດ​ທາງ​ເພດ​ຕໍ່​ພວກ​ເດັກ
ນ້ອຍ ​ເມື່ອ ເກືອບ 50 ປີ ກ່ອນ ເວລາ​ທີ່​ທ່ານ​ຍັງເປັນພະສົງຢູ່ນະຄອນ​ນິວຢອກ.

ພະ​ສັນ​ຕະປາປາ ຟຣານຊິ​ສ ​ໄດ້ສັ່ງໃຫ້​ປົດ​ຄາ​ດີນາລ ​ເທ​ດໍຣ໌ ​ແມັກ​ຄາຣິກ (Cardinal
Theodore McCarrick) ​ໃນວັນ​ພຸດ​ວານ​ນີ້ ຂະນະທີ່ມີການລໍຖາການ​ເອົາ​ບາດກ້າວ​
ອື່ນໆ ທີ່​ອາດຮວມທັງການປົດ​ທ່ານ​ອອກ​ຈາກ​ຊີວິດການ​ເປັນ​ນັກບວດ ຫຼັງ​ຈາກ​ທີ່​ຖືກ
ພົບ​ເຫັນ​ວ່າ “ການ​ກ່າວ​ຫານັ້ນມີ​ຫຼັກ​ຖານ​ແລະ​ເຊື່ອ​ຖື​ໄດ້.”

“​ໃນ​ຂະນະ​ທີ່​ ຂ້າພະ​ເຈົ້າ​ບໍ່​ມີ​ຄວາມ​ສາມາດ​ທີ່​ຈົດ​ຈຳ​ເຫດການ​ຕ່າງໆ​ຂອງ​ການ​
ລ່ວງ​ລະ​ເມີດ​ທີ່ມີການລາຍງານ​ດັ່ງກ່າວ​ນີ້, ​ແລະ​ເຊື່ອ​ໃນຄວາມບໍລິສຸດຂອງຂ້າ
ພະເຈົ້າ, ຂ້າພະ​ເຈົ້າ​ຮູ້ສຶກເສຍໃຈ ໃນ​ຄວາມ​ເຈັບ​ປວດຂອງບຸກ​ຄົນ​ທີ່​ຍົກເອົາການ
ກ່າວຫາຂຶ້ນມາ ຕ້ອງໄດ້​ຜ່ານຜ່າ. ດັ່ງດຽວ​ກັນ​ກັບ​ເລື້ອງ​ຂ່າວ​ນອງ​ນັນໃນການກ່າວ
ຫາ ທີ່ມີຕໍ່ຜູ້ຄົນຂອງ​ພວກ​ເຮົາ,”
ນັ້ນຄືຄຳເວົ້າຂອງກາດີນາລແມັກ​ຄາຣິກ ​ໄດ້​ກ່າວ​
ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ.

ຄາດີນາລແມັກ​ຄາຣິກ ​ແມ່ນ​ນຶ່ງ​ໃນ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງສຸດ ຂອງສາສະ​ໜາ​ກາໂຕ ລິກໃນສະຫະລັດ ທີ່​ໄດ້​ຖືກ​ກ່າວ​ຫາ ​ໃນ​ເລື້ອງ​ລ່ວງລະ​ເມີດ​ທາງ​ເພດ​ ທີ່​ໄດ້​ມີຜົນກະທົບ
​ຕໍ່​ພວກ​ພະສົງ​ຫຼາຍ​ພັນ​ຄົນ.

ຄາດີນາລແມັກ​ຄາຣິກ ​ແມ່ນ​ຮູ້​ກັນ​ດີ ​ໃນ​ຄວາມ​ສາມາດ​ທີ່​ປາກ​ເວົ້າຢ່າງລ່ຽນໄຫລ​ໄດ້
7 ພາສາ ​ແລະ​ເປັນ​ພະສັງຄະລາດ ​ຢູ່​ວໍ​ຊີງ​ຕັນ ແຕ່​ປີ 2000 ຫາ 2006. ທ່ານ​ໄດ້​ຖືກ
​ເລື່ອນ​ຂຶ້ນ​ເປັນ ຄາ​ດີ​ນາລ ​ໃນ​ປີ 2001.

ທ່ານ​ໄດ້​ເຂົ້າ​ຮ່ວມ ​ໃນ​ການ​ປະຊຸມ​ລັບ ປີ 2005 ເພື່ອເລືອກພະ​ສັນຕະປາປາ ​ເບເ​ນ
ດິກ (Pope Benedict XVI) ເປັນຜູ້ຈັດພິທີ ທີ່ຂຸມ​ຝັງ​ສົບຂອງມື້ລາງສະມາຊິກ​ສະພາ
​ສູງ​ສະຫະລັດ ເອັດ​ເວີດ ​ເຄັນ​ເນ​ດີ ​ທີ່​ສຸສານ​ແຫ່ງ​ຊາດ​ອາ​ລິງ​ຕັນ​ໃນ​ປີ 2009 ​ແລະ
​ປະກອບ​ພິທີ​ທາງ​ສາສະ​ໜາ​ກັບ​ພະ​ສັນຕະປາປາ​ຟຣານຊິ​ສ ​ໃນ​ຕອນ​ທີ່​ພະອົງ​ສະເດັດ
​ມາຢ້ຽມຢາ​ມ ນະຄອນວໍ​ຊິງ​ຕັນ ປີ 2005 ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG