ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະນະກວດກາ ກ່ຽວກັບການກໍ່ຈະລາຈົນ ຢູ່ທີ່ຫໍລັດຖະສະພາສະຫະລັດ ປະເມີນຄວາມຜິດທາງກົດໝາຍຂອງທ່ານທຣໍາ


ແຟ້ມ-ພາບວີດີໂອຂອງ ທ່ານດໍໂນລ ທຣໍາ ປາກົດຢູ່ເທິງໜ້າຈໍ, ໃນຂະນະທີ່ບັນດາຄະນະຜູ້ດໍາເນີນການສືບສວນ ຂອງສະພາຕໍ່າ ກໍາລັງດໍາເນີນການສອບສວນກ່ຽວກັບເຫດການໂຈມຕີຫໍລັດຖະສະພາ ວັນທີ 6 ມັງກອນ ໄດ້ດໍາເນີນການພິຈາລະນາ ຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ກໍລະກົດ 2022.
ແຟ້ມ-ພາບວີດີໂອຂອງ ທ່ານດໍໂນລ ທຣໍາ ປາກົດຢູ່ເທິງໜ້າຈໍ, ໃນຂະນະທີ່ບັນດາຄະນະຜູ້ດໍາເນີນການສືບສວນ ຂອງສະພາຕໍ່າ ກໍາລັງດໍາເນີນການສອບສວນກ່ຽວກັບເຫດການໂຈມຕີຫໍລັດຖະສະພາ ວັນທີ 6 ມັງກອນ ໄດ້ດໍາເນີນການພິຈາລະນາ ຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ກໍລະກົດ 2022.

ຢູ່ໃນບົດຕອນນຶ່ງຂອງເລື້ອງ​ລາວ ກ່ຽວກັບການເລືອກຕັ້ງປະທານາທິບໍດີສະຫະ ລັດໃນຊ່ວງປີ 2020 ທີ່ບໍ່ເຄີຍຈົບ ໃກ້ຈະສິ້ນສຸດລົງແລ້ວໃນວັນຈັນມື້ນີ້, ດ້ວຍການດໍາເນີນການສືບສວນ ຂອງຄະນະກໍາມະການສະພາຕ່ຳ ກ່ຽວກັບ ການກໍ່ຄວາມວຸ້ນວາຍໃນວັນທີ 6 ມັງກອນໃນປີກາຍນີ້ຢູ່ທີ່ຫໍລັດຖະສະພາສະຫະລັດ, ໂດຍໄດ້ສະເໜີການປະເມີນຜົົນຂັ້ນສຸດທ້າຍ ຂອງພວກເຂົາເຈົ້າຕໍ່ສາທາລະນະກ່ຽວກັບອະດີດປະທານາທິບໍດີດໍໂນລ ທຣໍາ ໃນການດໍາເນີນຄວາມພະຍາຍາມ ເພື່ອອ້າງເອົາການດໍາລົງຕໍາແໜ່ງຢູ່ໃນທໍານຽບຂາວອີກສະໄໝນຶ່ງແນວໃດ ເຖິງແມ່ນທ່ານເອງຈະເສຍໄຊໃນການເລືອກຕັ້ງໃຫ້ແກ່ທ່ານໂຈ ໄບເດັນ ຈາກພັກເດໂມແຄຣັດ ກໍຕາມ.

ລຸນຫຼັງດໍາເນີນການສືບສວນເປັນເວລາ 16 ເດືອນຂອງຄະນະຜູ້ດໍາເນີນງານຢູ່ໃນສະພາຕໍ່າ, ໂດຍລວມມີການສໍາພາດຜູ້ເຫັນເຫດການຫຼາຍກວ່າ 1,000 ຄົນ, ການກວດກາເອກະສານອີກຫຼາຍພັນໜ້າ ໃນຊ່ວງຫຼາຍອາທິດສຸດທ້າຍທີ່ພົວພັນກັບການດໍາລົງຕໍາແໜ່ງປະທານາທິບໍດີ 4 ປີຂອງທ່ານ​ທ​ຣຳ, ແລະການໃຫ້​ການທີ່ໜ້າສົນໃຈຈາກສາທາລະນະອີກ 10 ຄັ້ງ, ປາກົດຄືວ່າຈະໄດ້ບົດສະຫຼຸບແລ້ວວ່າ ທ່ານທຣໍາ ແລະບັນດາຜູ້ກ່ຽວຂ້ອງທີ່ໃກ້ຊິດກັບທ່ານທັງຫຼາຍ ໄດ້ມີສ່ວນພົວ ພັນໃນການ “ກໍ່ລັດຖະປະຫານ.”

ໂດຍປະກອບມີຄະນະກໍາມະການ 7 ຄົນຈາກພັກເດໂມແຄຣັດແລະຜູ້ທີ່ສະແດງ ການຕໍ່ຕ້ານ ທ່ານທຣໍາ ຈາກພັກຣີພັບບຣີກັນສອງຄົນ. ມີການລົງຄະແນນສຽງວ່າ ຈະດໍາເນີນການສົ່ງເລື້ອງທາງອາຍາດັ່ງກ່າວໄປໃຫ້ກະຊວງຍຸຕິທໍາຫຼືບໍ່ ກ່ຽວກັບທ່ານທຣໍາ ແລະບັນດາຜູ້ໃຫ້ຄໍາແນະນໍາຄົນສໍາຄັນທັງຫຼາຍເຫຼົ່ານັ້ນວ່າຄວນຈະໄດ້ຮັບການດໍາເນີນຄະດີກ່ຽວກັບການປະຕິບັດຂອງພວກເຂົາເຈົ້າ ໃນຄວາມພະຍາຍາມຕ່າວປີ້ນຜົນການເລືອກຕັ້ງ ແລະຂັດຂວາງສະພາບໍ່ໃຫ້ຮັບຮອງເອົາການນັບຄະແນນສຽງແບບລັດຕໍ່ລັດທີ່ໄດ້ສະແດງໃຫ້ເຫັນວ່າ ທ່ານໄບເດັນ ໄດ້ຮັບໄຊຊະນະຕໍ່ທ່ານ.

ແຟ້ມ-ຝູງຊົນຜູ້ສະໜັບສະໜຸນປະທານາທິບໍດີສະຫະລັດໃນເວລານັ້ນ ທ່ານດໍໂນລ ທຣໍາ, ໄດ້ພາກັນບຸກເຂົ້າໄປໃນຫໍລັດຖະສະພາໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ມັງກອນ, 2021.
ແຟ້ມ-ຝູງຊົນຜູ້ສະໜັບສະໜຸນປະທານາທິບໍດີສະຫະລັດໃນເວລານັ້ນ ທ່ານດໍໂນລ ທຣໍາ, ໄດ້ພາກັນບຸກເຂົ້າໄປໃນຫໍລັດຖະສະພາໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ມັງກອນ, 2021.

ຄະນະຜູ້ດໍາເນີນການພິຈາລະນາຄະດີ ຍັງບໍ່ໄດ້ດໍາເນີນການລົງຄະແນນສຽງທົ່ວໄປກ່ຽວກັບການສົ່ງເລື້ອງທາງອາຍາດັ່ງກ່າວເທື່ອ ແລະການດໍາເນີນການນີ້ກໍຈະບໍ່ເປັນທາງການ.

ແຕ່ວ່າ ການປະເມີນຜົນດັ່ງກ່າວສາມາດເປັນແຮງຜັກດັນໄປສູ່ການດໍາເນີນການສືບສວນຄະດີທາງອາຍາຂອງ ທ່ານທຣໍາ ແລະຄົນອື່ນໆ ທີ່ໄດ້ມີການດໍາເນີນການໂດຍໄອ​ຍະ​ການພິເສດ ແຈັກ ສມິດທ໌ (Jack Smith), ພາຍໃຕ້ກາ​ນ​ກຳ ກັບໂດຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານເມີຣິກ ກາແລນ (Merrick Graland), ແລະໄອຍະການຢູ່ໃນລັດຈໍເຈຍ ເຊິ່ງຕັ້ງຢູ່ທາງພາກໃຕ້ຂອງສະຫະລັດ.

ໃນອາທິດທີ່ຜ່ານມາ, ໂຄສົກຂອງ ທ່ານທຣໍາ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່ຄວາມເປັນໄປໄດ້ໃນການ​ອ້າງ​ອີງທາງອາຍາ. ໂຄສົກ ສະຕີເວັນ ເຈີງ (Steven Cheung) ກ່າວຢູ່ໃນຖະແຫຼງການວ່າ “ຄະນະກໍາມະການທີ່ບໍ່ໄດ້ມາຈາກການເລືອກຕັ້ງກ່ຽວກັບເຫດການວັນທີ 6 ມັງກອນ ໄດ້ດໍາເນີນການສະແດງໃຫ້ເຫັນກ່ຽວກັບການພິຈາລະນາກຸ່ມຫົວຮຸນແຮງ ເນເວີ-ທຣໍາ ຜູ້ທີ່ສ້າງຄວາມເປິເປື້ອນຢູ່ໃນປະຫວັດສາດຂອງປະເທດນີ້. ສານເຕ້ຍດັ່ງກ່າວນີ້ ໄດ້ບໍ່ມີຫຍັງຫຼາຍໄປກວ່າໂຄງການສາລະຄະດີທີ່ມີຄວາມທະນົງໂຕຂອງຜູ້ບໍລິຫານລະດັບໂຮລີວູດ ທີ່ໄດ້ດູຖູກສະຕິປັນຍາຂອງປະຊາຊົນຊາວອາເມຣິກັນແລະເປັນການດູຖູກຕໍ່ປະຊາທິປະ ໄຕຂອງພວກເຮົາ.”

ກ່ອນການລົງມະຕິໃນວັນຈັນມື້ນີ້, ບັນດາສະມາຊິກຄະ​ນະ​ກຳ​ມະ​ການຫຼາຍໆຄົນ ໄດ້ພາກັນລະບຸຢ່າງແຈ່ມແຈ້ງວ່າ ພວກເຂົາເຈົ້າຄິດວ່າທ່ານທຣໍາສົມຄວນໄດ້ຮັບການດໍາເນີນຄະດີ ໂດຍມີສ່ວນພົວພັນກ່ຽວກັບການດໍາເນີນຄະດີທີ່ຜິດກົດໝາຍໃນວົງກວ້າງ ເພື່ອອ້າງສິດໃນການດໍາລົງຕໍາແໜ່ງອີກ 4 ປີຢູ່ໃນທໍານຽບຂາວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG