ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮັບຟັງຄໍາໃຫ້ການ ສະແດງໃຫ້ເຫັນວ່າ ມັນໃຊ້ເວລາ 3 ຊົ່ວໂມງ ຈຶ່ງສົ່ງທະຫານໄປ ປາບການຈາລະຈົນ ຢູ່ຫໍລັດຖະສະພາ ສຫລ ໄດ້


ນາຍພົນ ວິລລຽມ ວອກເກີ, ຜູ້ບັນຊາການ ກໍາລັງຮັກສາດິນແດນແຫ່ງຊາດ ໃນເຂດນະຄອນຫລວງວໍຊິງຕັນ ຕອບຄໍາຖາມ ຢູ່ໃນການໃຫ້ການໃນວັນທີ 3 ມີນາ, 2021 ກ່ຽວກັບການໂຈມຕີຫໍລັດຖະສະພາ ໃນວັນທີ 6 ມັງກອນ
ນາຍພົນ ວິລລຽມ ວອກເກີ, ຜູ້ບັນຊາການ ກໍາລັງຮັກສາດິນແດນແຫ່ງຊາດ ໃນເຂດນະຄອນຫລວງວໍຊິງຕັນ ຕອບຄໍາຖາມ ຢູ່ໃນການໃຫ້ການໃນວັນທີ 3 ມີນາ, 2021 ກ່ຽວກັບການໂຈມຕີຫໍລັດຖະສະພາ ໃນວັນທີ 6 ມັງກອນ

ຜູ້ບັນຊາການກອງກຳລັງຮັກສາດິນແດນແຫ່ງຊາດໃນນະຄອນຫຼວງວໍຊິງຕັນກ່າວ ຕໍ່ສະພາໃນວັນພຸດວານນີ້ວ່າ ຕ້ອງໄດ້ໃຊ້ເວລາ ຫຼາຍກວ່າສາມຊົ່ວໂມງ ເພື່ອໃຫ້ໄດ້ຮັບການອະນຸມັດ ໃນການນຳເອົາທະຫານ ໄປຍັງຫໍລັດຖະສະພາສະຫະລັດ ໃນວັນທີ 6 ມັງກອນຜ່ານມາ ເພື່ອປະເຊີນໜ້າກັບພວກກໍ່ຈາລະຈົນທີ່ກຳລັງບຸກເຂົ້າໄປທາງໃນຫໍດັ່ງກ່າວ ໃນການພະຍາຍາມທີ່ຈະສະກັດກັ້ນບັນດາສະມາຊິກລັດຖະສະພາ ບໍ່ໃຫ້ທໍາການຮັບຮອງເອົາທ່ານ ໂຈ ໄບເດັນ ທີ່ມາຈາກພັກເດໂມແຄຣັດ ໃຫ້ເປັນປະທານາທິບໍດີຄົນໃໝ່.

ນາຍພົນ ວິລລຽມ ວອກເກີ (William Walker), ຜູ້ບັນຊາການ ກໍາລັງຮັກສາດິນແດນແຫ່ງຊາດ ໃນເຂດນະຄອນຫລວງວໍຊິງຕັນໄດ້ກ່າວຕໍ່ 2 ຄະນະກຳມະການຂອງສະພາສູງ ທີ່ກຳລັງສືບສວນກ່ຽວກັບເຫດການໂກລະຫົນທີ່ຮ້າຍແຮງດັ່ງກ່າວວ່າ ທ່ານບໍ່ໄດ້ຮັບການອະນຸມັດຈາກກະຊວງປ້ອງກັນປະເທດໃຫ້ສົ່ງທະຫານຫຼາຍຮ້ອຍຄົນໄປທີ່ນັ້ນ ຈົນເທົ່າ 5 ໂມງແລງ - ຊຶ່ງຫຼາຍກ່ວາສາມຊົ່ວໂມງຫລັງຈາກຕຳຫຼວດຍາມຫໍລັດຖະສະພາໃນເວລານັ້ນ ກໍຄືທ່ານ ສຕີບເວັນ ຊັນດ໌ (Steven Sund) ໄດ້ບອກທ່ານ ແບບຕົກໃຈວ່າ ຝຸງຄົນໄດ້ບຸກເຂົ້າໄປໃນຕຶກແລ້ວ.

ທ່ານວອກເກີ (Walker) ກ່າວວ່າ ການຊັກຊ້າເບິ່ງຄືວ່າເປັນຜົນເນື່ອງມາຈາກຂັ້ນຕອນໃນການອະນຸມັດໃຫ້ໃຊ້ພົນທະຫານທີ່ມີຄວາມຫຍຸ້ງຍາກ ແລະອາດຈະເປັນຄວາມລັ່ງເລໃຈຂອງເຈົ້າໜ້າທີ່ບາງຄົນໃນການອະນຸມັດໃຫ້ສະແດງການໃຊ້ກໍາລັງໃນສາທາລະນະຊົນ ຢູ່ທີ່ບ່ອນເປັນສັນຍາລັກທາງປະຊາທິປະໄຕຂອງສະຫະລັດ. ໃນຂະນະດຽວກັນ, ພວກກໍ່ຈາລະຈົນ ກໍໄດ້ເຮັດໃຫ້ເຈົ້າໜ້າທີ່ຮັບມືບໍ່ໄຫວ ແລະບຸກທະລຸເຂົ້າໄປໃນບ່ອນນັ່ງ ຂອງຂະແໜງນິຕິບັນຍັດຂອງລັດຖະ ບານສະຫະລັດ, ເຂົ້າໄປກວດຄົ້ນໃນຫ້ອງການຂອງລັດຖະສະພາ ແລະຕໍ່ສູ້ກັນກັບຕຳຫຼວດ ຊຶ່ງເຮັດໃຫ້ 5 ຄົນເສຍຊີວິດ.

ທ່ານວອກເກີກ່າວວ່າ ໃນສະຖານະການຂອງເຫດການກໍ່ຄວາມບໍ່ສະຫງົບໃນສັງ ຄົມກ່ອນໜ້ານີ້ຢູ່ໄລຍະ 19 ປີ ທີ່ທ່ານໄດ້ບັນຊາກອງກຳລັງຮັກສາດິນແດນແຫ່ງຊາດໃນນະຄອນຫຼວງວໍຊິງຕັນມາ - ລວມທັງການປະທ້ວງເພື່ອຄວາມຍຸຕິທຳທາງດ້ານເຊື້ອຊາດໃນລະດູໃບໄມ້ປົ່ງເມື່ອປີກາຍນີ້ໃນນະຄອນຫລວງວໍຊິງຕັນ ແມ່ນມີການອະນຸຍາດ ໃຫ້ໃຊ້ທະຫານເພື່ອລະງັບຄວາມວຸ້ນວາຍ ທັນທີທັນໃດໂລດ.

ທ່ານກ່າວວ່າ ທ່ານສາມາດສົ່ງທະຫານໄປໄດ້ 155 ຄົນໃນເວລາ 2 ໂມງແລງ, ຊຶ່ງບໍ່ດົນຫລັງຈາກຜູ້ກໍ່ຈາລະຈົນຄົນທຳອິດໄດ້ບຸກເຂົ້າໄປໃນ ຫໍລັດຖະສະພາ, ບ່ອນທີ່ຜູ້ປະສົບເຄາະຮ້າຍລວມທັງເຈົ້າໜ້າທີ່ຕຳຫຼວດຍາມຫໍລັດຖະສະພາທີ່ບັນດາເຈົ້າໜ້າທີ່ເຊື່ອວ່າ ໄດ້ຖືກແກັສສີດໄລ່ໝີທີ່ເປັນອັນຕະລາຍເຖິງຂັ້ນເສຍຊີວິດ.

ເຈົ້າໜ້າທີ່ 155 ຄົນດັ່ງກ່າວ "ໜ້າຈະສາມາດເຮັດໃຫ້ເກີດຄວາມແຕກຕ່າງໄດ້," ນັ້ນຄືຄໍາເວົ້າຂອງທ່ານວອກເກີ ທີ່ກ່າວຕໍ່ການຮັບຟັງຄໍາໃຫ້ການ ທີ່ຈັດຂຶ້ນຮ່ວມກັນລະຫວ່າງຄະນະກໍາມະການດ້ານການຮັກສາຄວາມໝັ້ນຄົງຂອງຊາດ ແລະກໍາມະການດ້ານລະບຽບການ ໃນສະພາສູງ. ທ່ານກ່າວຕໍ່ໄປວ່າ "ພວກເຮົາໜ້າຈະສາມາດຊຸກດັນໃຫ້ຝູງຊົນໃຫ້ຖອຍຫລັງຄືນໄດ້."

ສະມາຊິກສະພາສູງຈາກພັກເດໂມແຄຣັດ, ທ່ານນາງເອມມີ ໂຄລບູຊາ (Amy Klobuchar) ໄດ້ຊີ້ແຈງວ່າ ປະຊາຊົນຫຼາຍລ້ານຄົນໃນທົ່ວປະເທດກຳລັງເຝົ້າເບິ່ງການກໍ່ຄວາມວຸ້ນວາຍຜ່ານທາງໂທລະພາບທີ່ອອກແບບສົດໆເລີຍ ເຖິງແມ່ນວ່າການປະຕິບັດໜ້າທີ່ຂອງກອງກຳລັງທະຫານ ຈະຫັບຫາຍໄປກໍຕາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG