ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຈັບກຸມ ພວກກໍ່ຈະລາຈົນ ໄດ້ເພີ້ມຂຶ້ນ ໃນຂະນະທີ່ຈຳເລີຍຈຳນວນນຶ່ງ ໄດ້ຍອມຮັບຜິດ


ພາຍນີ້ ຖ່າຍໃນວັນທີ 6 ມັງກອນ 2021, ສະແດງໃຫ້ເຫັນ ຄວັນພັດເຂົ້າມາໃນຫໍລັດຖະສະພາ ຢູ່ດ້ານນອກຫໍສະພາສູງ ໃນຂະນະທີ່ພວກຄົນຮ້າຍກໍ່ຈະລາຈົນ ຜູ້ທີ່ຈົງຮັກພັກດີຕໍ່ປະທານາທິບໍດີ ດໍໂນລ ທຣຳ ກຳລັງປະເຊີນໜ້າກັບບັນດາເຈົ້າໜ້າທີ່ຕຳຫຼວດປະຈຳລັດຖະສະພາ ຢູ່ນັ້ນ, ທີ່ນະຄອນຫຼວງວໍຊິງຕັນ.
ພາຍນີ້ ຖ່າຍໃນວັນທີ 6 ມັງກອນ 2021, ສະແດງໃຫ້ເຫັນ ຄວັນພັດເຂົ້າມາໃນຫໍລັດຖະສະພາ ຢູ່ດ້ານນອກຫໍສະພາສູງ ໃນຂະນະທີ່ພວກຄົນຮ້າຍກໍ່ຈະລາຈົນ ຜູ້ທີ່ຈົງຮັກພັກດີຕໍ່ປະທານາທິບໍດີ ດໍໂນລ ທຣຳ ກຳລັງປະເຊີນໜ້າກັບບັນດາເຈົ້າໜ້າທີ່ຕຳຫຼວດປະຈຳລັດຖະສະພາ ຢູ່ນັ້ນ, ທີ່ນະຄອນຫຼວງວໍຊິງຕັນ.

ນາງແຊນດີ ເວເອີ ເປັນຜູ້ສະໜັບສະໜຸນທ່ານທຣຳ ຄົນຫຼ້າສຸດທີ່ໄດ້ຖືກຈັບກຸມ ໃນການມີສ່ວນກ່ຽວຂ້ອງ ກັບການບຸກໂຈມຕີຫໍລັດຖະສະພາ ຫຼື US Capitol ເມື່ອວັນທີ 6 ມັງກອນ ນັ້ນ.

ແມ່ຍິງຈາກລັດເພັນຊີລເວເນຍ ຜູ້ນີ້ຖືກກ່າວຫາວ່າ ໄດ້ລ່ວງລ້ຳເຂົ້າໄປໃນຫໍລັດຖະສະພາ ແລະທຳການບັນທຶກພາບວີດີໂອການທຳຮ້າຍນັກຖ່າຍຮູບຂອງໜັງສືພິມ ນິວຢອກໄທມ໌ສ (New York Times) ຢູ່ພາຍໃນຕຶກ ໃນຂະນະດຽວກັນ ຊຸກຍູ້ໃຫ້ພວກໂຈມຕີຄົນອື່ນໆສີດສານເຄມີ ເມສ (Mace) ໃສ່ນັກຂ່າວ.

“ເອົານາງອອກໄປ! ສີດເມສໃສ່ນາງ!” ນັ້ນແມ່ນສຽງຮ້ອງຂອງນາງເວເອີ ທີ່ສາມາດໄດ້ຍິນຢູ່ໃນພາບບັນທຶກວີດີໂອຂອງການທຳຮ້າຍດັ່ງກ່າວ ຊຶ່ງເປັນນຶ່ງໃນວີດີໂອທີ່ລາວໄດ້ນຳໄປລົງໃນເຟສບຸກ (Facebook) ອີງຕາມສໍານວນຄະດີຟ້ອງຮ້ອງທາງອາຍາຕໍ່ຜູ້ກ່ຽວຂອງເຈົ້າໜ້າທີ່ລັດຖະບານກາງ ທີ່ໄດ້ຍື່ນຂຶ້ນສານ ໃນວັນສຸກທີ່ຜ່ານມາ.

ນາງເວເອີ ໄດ້ຖືກຈັບກຸມ ເມື່ອຕອນເຊົ້າວັນຈັນຜ່ານມານີ້ ໃນບ້ານເກີດຂອງລາວ ທີ່ເມືອງເມັກຄານິກສເບີກ ລັດເພັນຊີລເວເນຍ ແລະໄດ້ຖືກຂໍ້ຫາໃນຄວາມຜິດທາງອາຍາສະຖານເບົາ 3 ກະທົງ ແລະ ຄວາມຜິດທາງອາຍາຮ້າຍແຮງ 1 ກະທົງ ໃນຖານຂັດຂວາງ ການຮັບຮອງຜົນການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກຂອງລັດຖະສະພາ. ນັກຖ່າຍຮູບຂອງໜັງສືພິມນິວຢອກໄທມ໌ສ ບໍ່ໄດ້ຖືກລະບຸໂຕໃນຄຳຟ້ອງຮ້ອງດັ່ງກ່າວ ແຕ່ລາຍລະອຽດຂອງເຫດການທີ່ເກີດຂຶ້ນນັ້ນ ແມ່ນກົງກັນກັບການເລົ່າເຫດການໂດຍນາງ ແອຣິນ ແຊັບຟ໌ (Erin Schaff) ນັກຖ່າຍຮູບຂອງໜັງສືພິມໄທມ໌ສນັ້ນ ທີ່ໄດ້ຖືກພິມອອກເຜີຍແຜ່ໃນວັນທີ 7 ມັງກອນ.

ການຈັບກຸມນຂອງນາງເວເອີນັ້ນ ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນຢ່າງເອົາຈິງເອົາຈັງ ຂອງອົງການສັນຕິບານກາງ FBI ໃນການຕິດຕາມຊອກຫາໝົດທຸກຄົນຜູ້ທີ່ໄດ້ເຂົ້າຮ່ວມໃນສິ່ງທີ່ບັນດາເຈົ້າໜ້າທີ່ໄດ້ກ່າວປະນາມວ່າ ເປັນການໂຈມຕີຕໍ່ລະບອບປະຊາທິປະໄຕຂອງອາເມຣິກາ ທີ່ບໍ່ເຄີຍມີມາກ່ອນ. ການໂຈມຕີນັ້ນໄດ້ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ທີ່ລວມມີເຈົ້າໜ້າທີ່ຕຳຫຼວດ ປະຈຳລັດຖະສະພາຄົນນຶ່ງ ແລະເຈົ້າໜ້າທີ່ຕຳຫຼວດອີກ 100 ຄົນ ໄດ້ຮັບບາດເຈັບ. ບັນດາໄອຍະການ ກ່າວວ່າ ໃນໄລຍະຫຼາຍໆຊົ່ວໂມງທີ່ຍາວນານຂອງການກໍ່ຄວາມວຸ້ນວາຍນັ້ນ ຍັງໄດ້ສ້າງຄວາມເສຍຫາຍຢ່າງໜ້ອຍ 1 ລ້ານ 5 ແສນໂດລາ ຕໍ່ຕຶກອາຄານທີ່ເປັນປະຫວັດສາດແຫ່ງນັ້ນ.

ໃນຫຼາຍມື້ບໍ່ດົນມານີ້ ອົງການ FBI ໄດ້ຈັບກຸມຢ່າງໜ້ອຍ 6 ຄົນໃນການມີສ່ວນກ່ຽວຂ້ອງກັບການໂຈມຕີດັ່ງກ່າວ. ລວມໃນຈຳນວນດັ່ງກ່າວນັ້ນ ກໍມີພະນັກງານຂອງກົມບໍລິການດ້ານສັງຄົມສົງເຄາະ ຂອງນະຄອນລອສ ແອນເຈີລິສ, ຜູ້ດຳເນີນລາຍການ ພອດແຄສ ກ່ຽວກັບທິດສະດີສົມຮູ້ຮ່ວມຄິດ ຜູ້ທີ່ອາໄສຢູ່ໃນລັດເພັນຊີລເວເນຍ ແລະຄູ່ສາມີພັນລະຍາ ຈາກລັດຟລໍຣິດາ ທີ່ໄດ້ເຂົ້າຮ່ວມເປັນນັກສະແດງຢູ່ໃນສາລັກຄະດີ ທີ່ກ່ຽວກັບ ກຸ່ມຄິວແອນອອນ (QAnon) ຂອງບໍລິສັດສ້າງຮູບເງົາ HBO ເມື່ອມໍ່ໆມານີ້.

ເມື່ອອາທິດແລ້ວນີ້ ລັດຖະມົນຕີກະຊວງຍຸຕິທຳ ທ່ານແມຣຣິກ ກາຣແລນ (Merrick Garland) ໄດ້ປະກາດວ່າ ການຈັບກຸມລວມທັງໝົດ ໄດ້ສູງຂຶ້ນເຖິງ 500 ຄົນ ຊຶ່ງເປັນຈຸດເດັ່ນຂອງການຈັບກຸມພວກຈໍາເລີຍໃນຂໍ້ຫາທໍາຮ້າຍຕໍ່ເຈົ້າໜ້າທີ່ປະຕິບັດກົດໝາຍຂອງລັດຖະບານກາງ ຄົບ 100 ຄົນ ແລະເປັນການຈັບກຸມຄົນທຳອິດ ໃນຂໍ້ຫາການໂຈມຕີທຳຮ້າຍນັກຂ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG