ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຕໍາຫຼວດຫໍລັດຖະສະພາ ຢາກໃຫ້ກຳລັງຮັກສາດິນແດນ ຕໍ່ເວລາປະຈໍາການ ຢູ່ທີ່ນັ້ນ ອອກໄປອີກ


ກໍາລັງຮັກສາດິນແດນແຫ່ງຊາດ ປະຈໍາຢູ່ເຂດຫໍລັດຖະສະພາສະຫະລັດ ໃນນະຄອນຫລວງວໍຊິງຕັນ, ວັນ 4 ມີນາ, 2021
ກໍາລັງຮັກສາດິນແດນແຫ່ງຊາດ ປະຈໍາຢູ່ເຂດຫໍລັດຖະສະພາສະຫະລັດ ໃນນະຄອນຫລວງວໍຊິງຕັນ, ວັນ 4 ມີນາ, 2021

ຕຳຫຼວດຫໍລັດຖະສະພາສະຫະລັດທີ່ມີຄວາມເປັນຫ່ວງກ່ຽວກັບໄພຂົ່ມຂູ່ວ່າຈະມີການໂຈມຕີເກີດຂຶ້ນອີກຄັ້ງນຶ່ງ ຕໍ່ຫໍລັດຖະສະພາກຳລັງຂໍຮ້ອງໃຫ້ກະຊວງປ້ອງກັນປະເທດເອົາທະຫານຂອງກໍາລັງຮັກສາດິນແດນແຫ່ງຊາດປະມານ 5,000 ຄົນ ໄວ້ຢູ່ຫໍລັດຖະສະພາຕໍ່ໄປອີກ 60 ວັນ ເພື່ອຮັກສາຄວາມປອດໄພໄປຈົນຮອດກາງເດືອນພຶດສະພາ.

ເຈົ້າໜ້າທີ່ປ້ອງກັນປະເທດກ່າວຕໍ່ວີໂອເອວ່າ ການຮ້ອງຂໍດັ່ງກ່າວແມ່ນກຳລັງໄດ້ຮັບການພິຈາລະນາຢູ່. ທະຫານພວກນີ້ ມີກໍານົດວ່າ ຈະຖອນອອກໄປຈາກພື້ນທີ່ຫໍລັດຖະສະພ າໃນວັນທີ 12 ມີນາຈະມາເຖິງນີ້.

ຄຳຮ້ອງໃຫ້ຮັກສາກຳລັງທະຫານຢູ່ທີ່ນັ້ນ ມີຂຶ້ນໃນຂະນະທີ່ເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າກຳລັງທໍາການສືບສວນຢ່າງຈິງຈັງກ່ຽວກັບແຜນການບຸກເຂົ້າໄປ ໃນຫໍລັດຖະສະພາໂດຍກຸ່ມທະຫານບ້ານ ທີ່ອາດຈະເກີດຂຶ້ນໃນວັນພະຫັດວານນີ້ ເຖິງແມ່ນວ່າທຸກສິ່ງທຸກຢ່າງມາຮອດທ່ຽງວານນີ້ຈະງຽບສະຫງົບຢູ່ກໍຕາມ.

ພວກທີ່ມີຄວາມເຊື່ອແບບຕາຍໃຈຕໍ່ທິດສະດີທີ່ເປັນການສົມຮູ້ຮ່ວມຄິດຈາກຝ່າຍຂວາຈໍານວນນຶ່ງ ໄດ້ສະແດງຄວາມເຊື່ອຂອງພວກຕົນອອກມາວ່າ ໃນແບບໃດແບບນຶ່ງ ອະດີດປະທານາທິບໍດີໂດໂນ ທຣຳ ຈະໄດ້ສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ ໃນວັນທີ 4 ມີນາ ເຊິ່ງເປັນວັນທີ່ມີການສາບານໂຕເຂົ້າຮັບຕຳແໜ່ງປະທານາທິບໍດີຂອງສະຫະລັດທີ່ໄດ້ຈັດຂຶ້ນມາຈົນຮອດປີ 1933 ເມື່ອພິທີທີ່ຈັດຂຶ້ນໃນແຕ່ລະສີ່ປີ ໄດ້ຖືກປ່ຽນມາເປັນວັນທີ 20 ມັງກອນ. ແຕ່ວ່າໃນ 6 ອາທິດກ່ອນໜ້ານີ້ ທ່ານທຣໍາໄດ້ໜີອອກຈາກນະຄອນຫລວງວໍຊິງຕັນໄປແລ້ວ ເມື່ອສະໄໝດຳລົງຕຳແໜ່ງໃນທຳນຽບຂາວຂອງທ່ານສິ້ນສຸດລົງ, ແລະທ່ານ ໂຈ ໄບເດັນ ຈາກພັກເດໂມແຄຣັດໄດ້ສາບານຕົວເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຄົນທີ 46 ຂອງປະເທດ.

ມີການຮັກສາຄວາມປອດໄພເຄັ່ງຄັດຂຶ້ນເປັນພິເສດ ຢູ່ເຂດອ້ອມແອ້ມຫໍລັດຖະສະພາ ນັບຕັ້ງແຕ່ວັນທີ 6 ມັງກອນເປັນຕົ້ນມາ ເມື່ອຜູ້ສະໜັບສະໜູນທ່ານທຣໍາຫຼາຍຮ້ອຍຄົນ ຊຶ່ງບາງຄົນໃນນັ້ນແມ່ນມີທັດສະນະຄະຕິແບບຂວາຈັດ ໄດ້ຜ່າວົງລ້ອມຮັກສາຄວາມປອດໄພຂອງເຈົ້າໜ້າທີ່, ເຂົ້າໄປກວດຄົ້ນໃນຫ້ອງການລັດຖະສະພາ ແລະຕໍ່ສູ້ກັນກັບຕຳຫຼວດ ໃນຂະນະທີ່ບັນດາສະມາຊິກລັດຖະສະພາກໍາລັງຢູ່ໃນຂັ້ນເລີ້ມຕົ້ນທໍາການຮັບຮອງເອົາທ່ານ ໂຈ ໄບເດັນ ທີ່ໄດ້ຊະນະ ທ່ານ ທຣໍາ ຢູ່ໃນການເລືກອຕັ້ງເດືອນພະຈິກຜ່ານມານັ້ນ. 5 ຄົນໄດ້ເສຍຊີວິດຢູ່ໃນເຫດການວຸ້ນວາຍນັ້ນ ລວມທັງຕໍາຫລວດຍາມຫໍລັດຖະສະພາຄົນນຶ່ງ.

ຕຳຫຼວດຫໍລັດຖະສະພາກ່າວໃນຖະແຫຼງການສະບັບນຶ່ງວ່າ “ພວກເຮົາໄດ້ມີການຍົກລະດັບດ້ານຄວາມປອດໄພຢ່າງຫລວງຫລາຍແລ້ວ ລວມທັງການສ້າງສິ່ງທີ່ເປັນໂຄງປະກອບ ແລະເພີ່ມກຳລັງພົນ ເພື່ອຮັບປະກັນການປ້ອງກັນແກ່ລັດຖະສະພາ, ປະຊາຊົນ ແລະເຈົ້າໜ້າທີ່ຕຳຫຼວດຂອງພວກເຮົາ.” "ຫ້ອງການຂອງພວກເຮົາກຳລັງເຮັດວຽກຮ່ວມກັບຄູ່ຮ່ວມງານໃນທ້ອງຖິ່ນ, ໃນຂັ້ນລັດ ແລະລັດຖະບານກາງຂອງພວກເຮົາ ເພື່ອເຮັດໃຫ້ໄພຂົ່ມຂູ່ໃດໆທີ່ມີຕໍ່ຫໍລັດຖະສະພາສິ້ນສຸດລົງ."

ຢູ່ໃນກອງປະຊຸມຖະແຫຼງຂ່າວປະຈຳອາທິດຂອງທ່ານນາງນັ້ນ, ປະທານສະພາຕໍ່າແນນຊີ ເພໂລຊີກ່າວວ່າ ກອງກຳລັງຮັກສາດິນແດນແຫ່ງຊາດຄວນຈະສືບຕໍ່ປະຈໍາຢູ່ທີ່ຫໍລັດຖະສະພາໄປອີກ "ຕາບໃດຫາກມີຄວາມຕ້ອງການພວກເຂົາເຈົ້າຢູ່," ແຕ່ກໍກ່າວວ່າ ທ່ານນາງຈະປ່ອຍໃຫ້ເຈົ້າທີ່ຮັກສາຄວາມປອດໄພຢູ່ຫໍລັດຖະສະພາເປັນຜູ້ທໍາການຕັດສິນໃຈກ່ຽວກັບການໃຊ້ກຳລັງທະຫານມາປະຈໍາທີ່ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG