ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍ່ໄດ້ພົບລະເບີດ ແລະຜູ້ຊາຍຄົນດັ່ງກ່າວ ໄດ້ຍອມຈໍານົນ ຕໍ່ຕໍາຫຼວດ ປະຈຳຫໍລັດຖະສະພາ


ລົດກະບະຈອດຢູ່ເທິງທາງຍ່າງ ຢູ່ໜ້າຫໍສະໝຸດຂອງສະພາຄອນເກຣສ ໂທມາສ ເຈັຟເຟີສັນ, ເຊິ່ງແນມເຫັນຈາກປ່ອງຢ້ຽມຂອງຫໍລັດຖະສະພາສະຫະລັດ, ວັນທີ 19 ສິງຫາ, ປີ 2021, ໃນ ວໍຊິງຕັນ ດີຊີ.
ລົດກະບະຈອດຢູ່ເທິງທາງຍ່າງ ຢູ່ໜ້າຫໍສະໝຸດຂອງສະພາຄອນເກຣສ ໂທມາສ ເຈັຟເຟີສັນ, ເຊິ່ງແນມເຫັນຈາກປ່ອງຢ້ຽມຂອງຫໍລັດຖະສະພາສະຫະລັດ, ວັນທີ 19 ສິງຫາ, ປີ 2021, ໃນ ວໍຊິງຕັນ ດີຊີ.

ຕໍາຫລວດຄຸ້ມຄອງ ຫໍລັດຖະສະພາສະຫະລັດ ໄດ້ທໍາການຈັບກຸມ ຜູ້ຊາຍຈາກລັດຄາໂຣໄລນາເໜືອຄົນນຶ່ງ ໃນວັນພະຫັດວານນີ້ ຫລັງຈາກລາວຢືນຢັນວ່າ ມີລະເບີດ ບັນຈຸຢູ່ໃນລົດກະບະທີ່ຈອດຢູ່ຂອງລາວນັ້ນ.

ຜູ້ຊາຍຄົນນີ້ມີຊື່ວ່າ ຟຣອຍດ໌ ເຣ ໂຣສເບີຣີ (Floyd Ray Roseberry), ອາຍຸ 49 ປີ, ໄດ້ຍອມຈໍານົນ ແລະຖືກຄວບຄຸມໂຕໄປຢ່າງປອດໄພພາຍຫລັງຈາກການປະກາດ ແລະການຍົກຍ້າຍຜູ້ຄົນຫລາຍຊົ່ວໂມງຢູ່ບໍລິເວນອ້ອມຮອບ ຫໍລັດຖະສະພາສະຫະລັດ.

embed tweet: https://twitter.com/CapitolPolice/status/1428426595010846721?s=20

ອີງຕາມລາຍງານຂອງຜູ້ບັນຊາການຕໍາຫລວດຫໍລັດຖະສະພາ ທ່ານທັອມ ແມນເກີ (Tom Manger) ກ່າວວ່າ ເຈົ້າໜ້າທີ່ໄດ້ຮັບໂທລະສັບຫລັງຈາກທີ່ມີຜູ້ຊາຍຄົນນຶ່ງຂັບລົດກະບະຂຶ້ນໄປເທິງທາງຍ່າງຕໍ່ໜ້າຫໍສະໝຸດຂອງສະພາຄອນແກຣສເຊິ່ງຢູ່ເບື້ອງຕາເວັນອອກ ທັດຈາກຕຶກອາຄານຫໍລັດຖະສະພາ. ຄົນຂັບລົດບອກ
ກັບເຈົ້າໜ້າທີ່ວ່າ ລາວມີລະເບີດ ແລະເຈົ້າໜ້າທີ່ກໍເຫັນຊາຍຄົນນັ້ນ ປາກົດວ່າມີ
ເຄື່ອງບີບຄະນວນຢູ່ໃນມືຂອງລາວ.

ຫລັງຈາກທີ່ຄົນຂັບລົດດັ່ງກ່າວໄດ້ມອບໂຕແລ້ວ, ຕໍາຫລວດກ່າວວ່າ ພວກເຂົາ ເຈົ້າກວດຄົ້ນລົດກະບະຄັນນັ້ນ ແລະກໍ່ພົບວັດຖຸສໍາລັບຜະລິດລະເບີດ ແຕ່ບໍ່ພົບລະເບີດໃດໆ. ຕໍາຫລວດບໍ່ໄດ້ເປີດເຜີຍເຖິງສາເຫດຈູງໃຈ ຂອງຜູ້ຖືກຂໍ້ກ່າວຫາ ແລະບໍ່ມີການແຈ້ງຂໍ້ກ່າວຫາໃດໆຕໍ່ຜູ້ກ່ຽວ.

ໃນລະຫວ່າງທີ່ມີການປະເຊີນໜ້າກັນນັ້ນ, ຕໍາຫລວດໄດ້ມີການສົນທະນາກັບຜູ້ຖືກກ່າວຫາໃນຂະນະທີ່ລາວຂຽນບັນທຶກ ແລະເອົາໃຫ້ເຈົ້າໜ້າທີ່ເບິ່ງຈາກພາຍໃນລົດກະບະ ເຊິ່ງເຈົ້າໜ້າທີ່ໄດ້ໃຊ້ກະດານຂຽນຕອບ.

ລາຍງານຂ່າວຍັງໄດ້ລະບຸອີກວ່າ ຜູ້ຊາຍຄົນນີ້ໄດ້ດໍາເນີນການຖ່າຍທອດສົດເຖິງການປະເຊີນໜ້າກັນຢູ່ທາງເຟສບຸກແລະອອກຖະແຫລງຕໍ່ຕ້ານລັດຖະບານ. ຕໍາ ຫລວດຄຸ້ມຄອງຫໍລັດຖະສະພາຈະບໍ່ມີການຢືນຢັນເຖິງລາຍງານເຫລົ່ານັ້ນ.ສ່ວນ ທາງເຟສ໌ບຸກ ກໍໄດ້ລຶບວີດີໂອຂອງຜູ້ກ່ຽວອອກຮຽບຮ້ອຍແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG