ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດຫໍລັດຖະສະພາ ສຫລ ຖືກຄອບງຳ ໂດຍພວກກໍ່ຈະລາຈົນ ຫຼັງຈາກໄດ້ປະຕິເສດບໍ່ຮັບເອົາການຊ່ວຍເຫຼືອ


ພວກສະໜັບສະໜູນທ່ານ ທຣຳ ພະຍາຍາມບຸກຜ່ານຕຳຫຼວດທີ່ກີດກັ້ນຢູ່ ຫໍລັດຖະສະພາ, ນະຄອນຫຼວງ ວໍຊິງຕັນ, 6 ມັງກອນ, 2021.
ພວກສະໜັບສະໜູນທ່ານ ທຣຳ ພະຍາຍາມບຸກຜ່ານຕຳຫຼວດທີ່ກີດກັ້ນຢູ່ ຫໍລັດຖະສະພາ, ນະຄອນຫຼວງ ວໍຊິງຕັນ, 6 ມັງກອນ, 2021.

ບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍທີ່ຮັບຜິດຊອບ ກ່ຽວກັບ ການປົກປ້ອງຫໍລັດຖະສະພາ ແຄັບປິ ຕອລ ສະຫະລັດ ໄດ້ປະຕິເສດຂໍ້ສະເໜີການຊ່ວຍເຫຼືອເພີ່ມເຕີມຊໍ້າແລ້ວຊໍ້າອີກ ກ່ອນການປະ ທ້ວງທີ່ໄດ້ກາຍເປັນການກໍ່ຈະລາຈົນໃນວັນພຸດທີ່ຜ່ານມາ ທີ່ໄດ້ບັງຄັບໃຫ້ບັນດາສະມາຊິກສະພາ ຕ້ອງໄດ້ໄປຫຼົບລີ້, ເລື່ອນການຢັ້ງຢືນຜົນຂອງການເລືອກຕັ້ງປະທານາທິບໍດີຂອງປະເທດ.

ການກ່າວຫາ, ຈາກບັນດາເຈົ້າໜ້າທີ່ປ້ອງກັນປະເທດ ແລະ ກອງທັບ, ໄດ້ມີຂຶ້ນນຶ່ງວັນຫຼັງຈາກພວກຫົວຮຸນແຮງກຸ່ມໃຫຍ່ທີ່ສະໜັບສະໜູນ ປະທານາທິບໍດີ ດໍໂນລ ທຣຳ ໄດ້ບຸກຜ່ານສິ່ງກີດຂວາງ ແລະ ສະມາຊິກຕຳຫຼວດຂອງຫໍລັດຖະສະພາ ເພື່ອເຂົ້າໄປອາລະວາດໃນທົ່ວຕຶກນັ້ນ.

ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດທ່ານ ເຄັນ ຣາປົວໂນ (ken Rapuano) ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພະຫັດວານນີ້, ກ່ຽວກັບ ການປຶກສາຫາລື ລະຫວ່າງກອງກຳລັງຮັກສາດິນແດນແຫ່ງຊາດ ແລະ ຕຳຫຼວດຫໍລັດຖະສະພາໃນຫຼາຍອາທິດກ່ອນເກີດການຈະລາຈົນວ່າ “ພວກເຮົາໄດ້ພົວພັນກັນ ຊໍ້າແລ້ວຊໍ້າອີກ.”

ທ່ານໄດ້ກ່າວວ່າ “ພວກເຮົາໄດ້ຖາມຫຼາຍກວ່ານຶ່ງເທື່ອ. ຄຳຕອບສຸດທ້າຍທີ່ພວກເຮົາໄດ້ຮັບໃນວັນ ທີ 3 ທີ່ຜ່ານມາກໍແມ່ນວ່າເຂົາເຈົ້າຈະບໍ່ຂໍການຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດ.”

ວິດີໂອທີ່ຖືກເຜີຍແຜ່ໃນສື່ສັງຄົມ ແລະ ອົງການຂ່າວຕ່າງໆໃນວັນພຸດທີ່ຜ່ານມາໄດ້ສະແດງໃຫ້ເຫັນພວກຫົວຮຸນແຮງທີ່ສະໜັບສະໜູນທ່ານ ທຣຳ ຫຼາຍຮ້ອຍຄົນ ໄດ້ບຸກຜ່ານສິ່ງກີດຂວາງ ແລະ ດ່ານກວດກາຂອງຕຳຫຼວດ ໃນຂະນະທີ່ພວກເຂົາ ເຂົ້າໄປໃນຫໍລັດຖະສະພາ. ຄົນອື່ນໆໄດ້ຫຼົບຫຼີກຕຳຫຼວດດ້ວຍກັນທັງໝົດ, ໂດຍປີນຝາຂອງຕຶກ ແລະ ທັບແກ້ວປ່ອງຢ້ຽມເພື່ອເຂົ້າໄປທາງໃນ.

ເລຂາທິການກອງທັບບົກທ່ານ ຣາຍອັນ ແມັກຄາທີ (Ryan McCarthy) ຜູ້ທີ່ ໄດ້ຊ່ວຍເຫຼືອໃນການປະສານງານການເພື່ອຮັບມື ໂດຍສະມາຊິກກອງກຳລັງພິທັກດິນແດນແຫ່ງຊາດໄດ້ກ່າວວ່າ “ມັນເປັນຄວາມສັບສົນວຸ້ນວາຍຫຼາຍຈາກຫໍລັດຖະສະພາ.”

ທ່ານໄດ້ກ່າວຕື່ມວ່າ “ເຫັນໄດ້ຊັດວ່າຕຳຫຼວດຫໍລັດຖະສະພາ, ຄວາມສາມາດຂອງເຂົາເຈົ້າໄດ້ຖືກຢຽບຢ່ຳ. ມັນຍາກຫຼາຍທີ່ຈະອ່ານນິໄສໃຈຄໍທີ່ເໝາະສົມຂອງເຈົ້າໜ້າທີ່ເຂົາເຈົ້າ, ວິທີທີ່ພວກເຮົາສາມາດເຊື່ອມໂຍງກັບເຂົາເຈົ້າ.”

ທ່ານ ແມັກຄາເທີ ກ່າວວ່າ ດັ່ງຜົນທີ່ອອກມາ, ທ່ານ ແລະ ບັນດາເຈົ້າໜ້າທີ່ຂອງກອງກຳລັງຕຳຫຼວດ ນະຄອນຫຼວງວໍຊິງຕັນ ແລະ ຫ້ອງການສືບສວນລັດຖະບານກາງ ໄດ້ເດີນໜ້າຕໍ່ກັບສິ່ງທີ່ທ່ານອະ ທິບາຍວ່າ ເປັນ “ແຜນການຮີບດ່ວນ” ເພື່ອຍຶດຄືນ ແລະ ປ້ອງກັນຫໍລັດຖະສະພາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG