ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າໜ້າທີ່ຕຳຫຼວດ ປະຈຳລັດຖະສະພາ ເສຍຊີວິດ ຍ້ອນສາເຫດຕາມທຳມະຊາດ ຫຼັງຈາກຖືກທຳຮ້າຍ ອີງຕາມ ແພດສັນນະສູດສົບ


ສະຖານທີ່ໄວ້ອາໄລໃຫ້ແກ່ ເຈົ້າໜ້າທີ່ຕຳຫຼວດປະຈຳລັດຖະສະພາ ສະຫະລັດ ໄບຣແອນ ຊິກນິກ ແມ່ນເຫັນໄດ້ຢູ່ໃກ້ໆ ຕຶກ Capitol ຢູ່ເຂດ Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນພະຫັດ ທີ 14 ມັງກອນ 2021. (AP Photo)
ສະຖານທີ່ໄວ້ອາໄລໃຫ້ແກ່ ເຈົ້າໜ້າທີ່ຕຳຫຼວດປະຈຳລັດຖະສະພາ ສະຫະລັດ ໄບຣແອນ ຊິກນິກ ແມ່ນເຫັນໄດ້ຢູ່ໃກ້ໆ ຕຶກ Capitol ຢູ່ເຂດ Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນພະຫັດ ທີ 14 ມັງກອນ 2021. (AP Photo)

ຫົວໜ້າແພດສັນນະສູດສົບຂອງນະຄອນວໍຊິຕັນ ດີຊີ ໄດ້ລົງຄວາມເຫັນວ່າ ເຈົ້າໜ້າທີ່ຕຳຫຼວດ ປະຈຳລັດຖະສະພາ ໄບຣແອນ ຊິກນິກ ມີອາການເປັນອຳມະ ພາດ ເພາະສະໝອງຂາດອັອກຊີເຈັນສອງເທື່ອ ແລະໄດ້ເສຍຊີວິດຕາມທຳມະຊາດ ຫຼັງຈາກທີ່ລາວໄດ້ຕໍ່ສູ້ເພື່ອສະກັດກັ້ນກຸ່ມພວກສະໜັບສະໜຸນ ອະດີດປະ ທານາທິບໍດີ ດໍໂນລ ທຣຳ ຢູ່ທີ່ລັດຖະສະພາສະຫະລັດ ຫຼື Capitol ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້ ໃນວັນຈັນວານນີ້.

ສຳນັກງານຂອງແພດສັນນະສູດສົບ ໄດ້ກ່າວໃນວັນຈັນວານນີ້ ວ່າ ສາເຫດການເສຍຊີວິດຂອງເຈົ້າໜ້າທີ່ຕຳຫຼວດ ໄວ 42 ປີຄົນດັ່ງກ່າວນັ້ນ ເປັນສາເຫດຕາມທຳມະຊາດ ຫຼັງຈາກທີ່ໄດ້ລົ້ມປ່ວຍເປັນອຳມະພາດ. ລາວໄດ້ເສຍຊີວິດໃນວັນຕໍ່ມາ ພາຍຫຼັງຈາກເກີດຄວາມຮຸນແຮງເມື່ອວັນທີ 6 ມັງກອນ.

ການພົບເຫັນດັ່ງກ່າວ ໝາຍຄວາມວ່າ ມັນຈະເປັນການຍາກ ທີ່ບັນດາໄອຍະການຈະກ່າວຟ້ອງເອົາຜິດໃນຂໍ້ຫາຄາດຕະກຳທີ່ພົວພັນກັບການຕາຍຂອງທ່ານຊິກນິກນັ້ນ.

ພວກຊາຍສອງຄົນຄື ທ້າວຈອຣຈ໌ ທານີໂອສ ແລະທ້າວຈູລຽນ ເຄເຕີ ກຳລັງປະເຊີນກັບຂໍ້ຫາວ່າ ພວກເຂົາທຳຮ້າຍເຈົ້າໜ້າທີ່ຕຳຫຼວດ ສາມຄົນ ທີ່ລວມມີ ທ່ານຊິກນິກ ດ້ວຍການສີດສະເປສານເຄມີເຮັດໃຫ້ມີອາການແສບແລະຄັນ ໃສ່ພວກເຈົ້າໜ້າທີ່ຕຳຫຼວດ ໃນວັນທີ 6 ມັງກອນ.

ໜັງສືພິມວໍຊິງຕັນໂພສ ໄດ້ເປັນລາຍງານກ່ອນໝູ່ ກ່ຽວກັບຜົນການລົງຄວາມເຫັນຂອງແພດສັນນະສູດສົບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG