ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະຫານຊີວິດທີ່ລັດເວີຈີເນຍ


ການປະຫານຊີວິດ ດ້ວຍການສັກພິດ ໃສ່ເສັ້ນປະສາດ
ການປະຫານຊີວິດ ດ້ວຍການສັກພິດ ໃສ່ເສັ້ນປະສາດ

ແມ່ຍິງຄົນນຶ່ງ ທີ່ລັດເວີຈີເນຍໄດ້ ຖືກປະຫານຊີວິດ ດ້ວຍການສັກ ຢາພິດເຂົ້າໃສ່ເສັ້ນປະສາດຍ້ອນ ໄດ້ຄົບຄິດວາງແຜນສັງຫານສາມີ ແລະລູກລ້ຽງຂອງນາງ ໃນປີ 2002 ຜ່ານມາ. ນາງ Teresa Lewis ແມ່ນແມ່ຍິງຄົນທຳອິດທີ່ໄດ້ຖືກປະຫານຊີວິດຢູ່ທີ່ລັດເວີຈີເນຍ ໃນຮອບເກືອບ 100 ປີ.

ນາງຍັງເປັນແມ່ຍິງຄົນທຳ ອິດ ທີ່ໄດ້ຖືກປະຫານຊີວິດ ຢູ່ໃນສະຫະລັດ ນັບແຕ່ປີ 2005 ເປັນຕົ້ນມາ.

ທັງສານສູງສຸດຂອງສະຫະລັດ ແລະຜູ້ປົກຄອງລັດເວີຈີເນຍ ທ່ານ Bob McDonnell ຕ່າງກໍໄດ້ປະຕິເສດ ບໍ່ຍອມສັ່ງໃຫ້ຢຸດ ການປະຫານຊີວິດໃນຄັ້ງນີ້.

ນາງ Lewis ອາຍຸ 41 ປີ ຍອມຮັບຜິດວ່າ ໄດ້ຈ້າງຜູ້ຊາຍ 2 ຄົນ ໃຫ້ສັງຫານສາມີແລະ ລູກລ້ຽງຂອງນາງ ເພື່ອຈະໄດ້ເງິນປະກັນໄພຊີວິດ. ສ່ວນພວກຜູ້ຊາຍ 2 ຄົນ ທີ່ເປັນ ມືປືນ ໄດ້ຮັບໂທດ ຈຳຄຸກຕະຫຼອດຊີວິດ.

XS
SM
MD
LG