ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້​ສະ​ໜັກ​ ຮັບ​ຕຳ​ແໜ່ງ ​ທຳ​ນຽບ​ຂາວ ທ່ານ ​ບຸກ​ເກີ ຮຽກ​ຮ້ອງ​ ການ​ຮ່ວມ​ມື​ ຢ່າງ​ພ້ອມ​ພຽງ​ກັນ


ທ່ານຄໍ​ຣີ ບຸກ​ເກີ ກຳ​ລັງ​ຖ່າຍ​ຮູບ​ຕົນ​ເອງກັບ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ແລະ​ເລີ້ມ​ຕົ້ນ​ໂຄ​ສະ​ນາ​ຫາ​ສຽງ ທີ່​ເມືອງ​ນິວ​ວາກ​ສ໌ ລັດ​ນິວ​ເຈີ​ຊີ ວັນ​ທີ 13/ ເມ​ສາ 2019.
ທ່ານຄໍ​ຣີ ບຸກ​ເກີ ກຳ​ລັງ​ຖ່າຍ​ຮູບ​ຕົນ​ເອງກັບ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ແລະ​ເລີ້ມ​ຕົ້ນ​ໂຄ​ສະ​ນາ​ຫາ​ສຽງ ທີ່​ເມືອງ​ນິວ​ວາກ​ສ໌ ລັດ​ນິວ​ເຈີ​ຊີ ວັນ​ທີ 13/ ເມ​ສາ 2019.

ສະ​ມາ​ຊິກ​ສະ​ພາ​ສູງ​ ສະ​ຫະ​ລັດ ແລະ ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ​
ຄໍ​ຣີ ບຸກ​ເກີ ໄດ້​ເລີ້ມ​ທຳ​ການ​ໂຄ​ສະ​ນາ​ຫາ​ສຽງໃນ​ວັນ​ເສົາ​ວານ​ນີ້ ຢູ່​ເມືອງ ​ນິ​ວ​ວາ​ຣກ໌ ລັດ
​ນິວ​ເຈີ​ຊີ ໄດ້​ທຳ​ການຮຽກ​ຮ້ອງສຳ​ລັບ​ການ​ສ້າງ​ສາ​ຊຸມ​ຊົນ, ປະ​ຕິ​ຮູບ​ກ​ານ​ລົງ​ໂທດ​ອ​ຊະ
​ຍາ​ກອນ, ຄວບ​ຄຸມ​ປືນ, ປະ​ກັນສຸ​ຂະ​ພາບສຳ​ລັບ​ທຸກ​ຄົນ ແລະ​ ການ​ໄດ້​ຮັບສັນ​ຊາດ​ຂອງ​
ຄົນ​ເຂົ້າ​ເມືອງທີ່​ຜິດ​ກົດ​ໝາຍ.

ທ່ານ ​ບຸກ​ເກີ​ ໄດ້​ບອກ​ຜູ້​ສະ​ໜັບ​ສະ​ໜູນ​ໃນ​ວັນ​ເສົາ​ວານ​ນີ້ວ່າ ການ​ຊຸມ​ນຸມ​ຂອງວັນ​ເສົາ
​ວານນີ້ ຈະ​ເປີດ​ການ​ເລີ່ມ​ຕົ້ນ​ຢ້ຽມ​ຢາມ ສະ​ຫະ​ລັດ ສອງ​ອາ​ທິດ ໃນ​ຂະ​ນະ​ທີ່​ທ່ານພະ​ຍາ​
ຍາມທີ່​ຈະເຮັດໃຫ້ຕົນ​ເອງເປັນ​ທີ່​ຮູ້​ຈັກຫຼາຍ​ຂຶ້ນ ​ຢູ່​ໃນ​ກຸ່ມ​ຂອງ​ບັນ​ດາ​ຜູ້​ແຂ່ງ​ຂັນ​ຫຼາຍສິບ
ຄົນ. ຜູ້​ໂຄ​ສະ​ນາ​ຫາ​ສຽງ​ທີ່ສ່ວນ​ໃຫຍ່​ແມ່ນຈາກ ​ພັກ​ເດ​ໂມ​ແຄ​ຣັດນັ້ນ ທຸກ​ຄົນ​ໄດ້​ແຂ່ງ​ທີ່​
ຈະ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ແທນ ​ປະ​ທ​າ​ນາ​ທິ​ບໍ​ດີຄົນ​ປັດ​ຈຸ​ບັນ ທ່ານ ​ດໍ​ໂນ​ລ ທ​ຣຳ ໃນ​ການ​
ເລືອກ​ຕັ້ງ​ປີ 2020.

ທ່ານ ​ບຸກ​ເກີ ​ກ່າວ​ຕໍ່​ຝູງ​ຊົນ​ທີ່​ເຕົ້າ​ໂຮມ​ກັນ​ຢູ່ສວນ​ສາ​ທາ​ລະ​ນະ ກອງ​ທັບ ຂອງ​ເມືອງ​ນິວ​
ວາຣ​ກ໌, ທີ່​ເປັນ​ສະ​ຖານ​ທີ່​ຂຽວ​ງາມວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີຢາກ​ແຂ່ງ​ຂັນໄປ​ຈົນ​ຮອດ​ທີ່​
ສຸດ ແລະ ຕໍ່​ສູ້​ກັບ​ພວກ​ເຮົາ​ຈົນ​ເຖິງ​ທີ່​ສຸດ. ແຕ່​ ທ່າ​ນ​ໄດ້​ກ່າວ​ຕໍ່​ວ່າ “ເພື່ອ​ທີ່​ຈະ​ໄດ້​ຊະ​ນະ
ພວກ​ເຮົາ​ຕ້ອງ​ຕໍ່​ສູ້​ຈາກ​ທີ່​ສູງ ເພື່ອ​ນຳ​ເອົາ​ປະ​ເທດນີ້​ໄປ​ຢູ່​ຈຸດ​ທີ່​ສູງກວ່າ.”

ຈາກລັດ​ນິວ​ເຈີ​ຊີ ທ່ານ ​ບຸກ​ເກີ ​ມີ​ແຜນ​ທີ່​ຈະ​ຢຸດ​ແວ່​ທຳ​ການ​ໂຄ​ສະ​ນາ​ຫາ​ສຽງຂອງ​ທ່ານ​ຢູ່​
ໃນ​ບັນ​ດາ​ລັດ​ທີ່ຈະ​ຈັດ​ກອງ​ປະ​ຊຸມຕ່າງໆ ແລະ​ການ​ແຂ່ງ​ຂັນຂັ້ນ​ຕົ້ນ​ໃນ​ການ ເລືອກ​ຕັ້ງ​
ປະ​ທານ​າ​ທິ​ບໍ​ດີ ຮວ​ມມີລັດ​ໄອ​ໂອ​ວາ, ຈໍ​ເຈັຍ ແລະ​ ເນ​ວາ​ດາ.

​ເມືອງ ​ນິວ​ວາກ ແມ່ນ​ບ່ອນ​ທ່ານ ​ບຸກ​ເກີ​ ໄດ້​ສ້າງ​ຊື່​ສຽງ​ດ້ານ​ການ​ເມືອງ, ປະ​ຕິ​ບັດ​ໜ້າ​ທີ່​
ເປັນ​ສະ​ມາ​ຊິກສະ​ພາ​ປະ​ຈຳ​ເຂດ​ເທດ​ສະ​ບານ ແລະ​ ຕໍ່​ມາໄດ້​ເປັນ​ເຈົ້າ​ເມືອງ ຈາກ​ປີ
2006 ຫາ 2013.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG