ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແພດ: ຢາທົດລອງຊະນິດໃໝ່ ມີຜົນດີຕໍ່ມະເຮັງຜິວໜັງ


ຕາກແດກຫລາຍເກີນໄປ ກໍພາໃຫ້ເປນມະເຮັງຜິວໜັງໄດ້
ຕາກແດກຫລາຍເກີນໄປ ກໍພາໃຫ້ເປນມະເຮັງຜິວໜັງໄດ້

ພວກນັກຄົ້ນຄວ້າສະຫລັດກ່າວວ່າ ຢາທີ່ເອົາມາທົດລອງໃໝ່ຊະນິດນຶ່ງ ໄດ້ເຮັດໃຫ້ອັດ ຕາການລອດຊີວິດດີຂຶ້ນຢ່າງຫລວງຫລາຍ ສຳລັບພວກຄົນເຈັບ ທີ່ເປັນພະຍາດຜິວໜັງ melanoma ຊຶ່ງເປັນ ມະເຮັງຜິວໜັງທີ່ອັນຕະລາຍເຖິງຕາຍໄດ້ນັ້ນ.

ພວກນັກວິທະຍາສາດທີ່ເຂົ້າຮ່ວມກອງປະຊຸມກ່ຽວກັບເນື້ອງອກ ທີ່ນະຄອນຊິຄາໂກ ໄດ້ ອອກການປະເມີນຜົນຂອງເຂົາເຈົ້າກ່ຽວກັບຢາ ipilimumab ທີ່ຜະລິດຂື້ນໂດຍບໍລິສັດ Bristol-Myers Squibb ຊຶ່ງພວກນັກວິທະຍາສາດເຫລ່ົານີ້ ໄດ້ອິງການຕີລາຄາຂອງ ເຂົາເຈົ້າໃສ່ຜົນການສຶກສາຄົ້ນຄວ້າກັບພວກຄົນທີ່ເປັນມະເຮັງຜິວໜັງດັ່ງກ່າວຂັ້ນຮຸນແຮງ ຈຳນວນ 676 ຄົນໃນທົ່ວໂລກ.

ພວກນັກຄົ້ນຄວ້າກ່າວວ່າ ເກືອບຮອດ 25 ເປີເຊັນ ຂອງພວກທີ່ໄດ້ໃຊ້ຢາຊະນິດໃໝ່ດັ່ງ ກ່າວນັ້ນ ຍັງມີຊີວິດຢູ່ຫລັງຈາກສອງປີ ແລະເຂົາເຈົ້າຍັງເວົ້າອີກວ່າ ລະຍະເວລາສະເລ່ຍ ຂອງການລອດຊີວິດຂອງພວກຄົນທີ່ໃຊ້ຢາ ipilimumab ນັ້ນ ແມ່ນສິບເດືອນ ສົມທຽບ ໃສ່ກັບລະຍະລອດຊີວິດ ພຽງຫົກເດືອນກວ່າໆ ສຳລັບພວກອື່ນໆທີ່ບໍ່ໄດ້ໃຊ້ຢານີ້.

ໃນອີກຂ່າວນຶ່ງນັ້ນ ພວກນັກຄົ້ນຄວ້າອື່ນໆຢູ່ໃນກອງປະຊຸມດຽວກັນນີ້ກ່າວວ່າ ການສຶກສາ ຄົ້ນຄວ້າຕົວຢາອີກຊະນິດນຶ່ງ ຊື່ crizotinib ສະແດງໃຫ້ເຫັນວ່າ ຢາຕົວນີ້ສາມາດທຳໃຫ້ ເນື້ອງອກຫົດຕົວລົງ ໃນພວກຄົນປ່ວຍເປັນມະເຮັງປອດຊະນິດນຶ່ງ ທີ່ບໍ່ຄ່ອຍປາກົດເຫັນ ທີ່ເກີດຈາກການປ່ຽນແປງສະເພາະຢ່າງນຶ່ງຂອງກຳມະພັນ.

ພວກນັກຄົນຄວ້າເຫລົ່ານີ້ກ່າວຕື່ມວ່າ ຫລາຍກວ່າເຄິ່ງນຶ່ງຂອງຄົນເຈັບ ຈຳນວນ 82 ຄົນ ທີ່ຖືກທົດລອງຢາທີ່ວ່ານີ້ ໄດ້ພົບເຫັນວ່າເນື້ອງອກໃນຕົວຂອງເຂົາເຈົ້າຫົດນ້ອຍລົງໃນເວລາ ປະມານສອງເດືອນຫລັງຈາກໃຊ້ຢາ crizotinib ແລ້ວ. ພວກນັກຄົ້ນຄວ້າເວົ້າອີກວ່າ ມີ ປະມານ 90 ເປີເຊັນຂອງພວກຄົນປ່ວຍເຫລົ່ານັ້ນ ທີ່ພົບວ່າພະຍາດຂອງເຂົາເຈົ້າບໍ່ໄດ້ກຳ ເລີບຂື້ນຕື່ມອີກ.

XS
SM
MD
LG