ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ໂຈະການຊ່ອຍເຫຼືອ ແກ່ບູຣຸນດີ ຍ້ອນການເລືອກຕັ້ງ ທີ່ມີບັນຫາ


Burundi Elections
please wait
Embed

No media source currently available

0:00 0:00:29 0:00

ສະຫະລັດກ່າວວ່າ ຕົນໄດ້ໂຈະການຊ່ອຍເຫລືອ ກ່ຽວກັບໂຄງ
ການຄວາມປອດໄພຈຳນວນນຶ່ງຕໍ່ບູຣຸນດີຍ້ອນການກະທຳຜິດ
ຂອງຕຳຫຼວດ ໃນລະຫວ່າງການປະທ້ວງທາງການເມືອງ ແລະ
ການຕັດສິນໃຈ ຂອງລັດຖະບານ ທີ່ຈະດຳເນີນການຕໍ່ໄປ ໃນ
|ອັນທີ່ສະຫະລັດກ່າວວ່າ ການເລືອກຕັ້ງສະພາແຫ່ງຊາດ ທີ່ບໍ່
ສົມບູນນັ້ນ.

ກະຊວງການຕ່າງປະເທດສະຫະລັດ ກ່າວຢູ່ໃນຖະແຫຼງການ
ສະບັບນຶ່ງ ໃນຕອນແລງວັນພະຫັດວານນີ້ວ່າ ການຕັດສິນໃຈ
ຂອງປະທານາທິບໍດີບູຣຸນດີ ທ່ານ Pierre Zkurunziza ເພື່ອ ລົງສະໝັກແຂ່ງຂັນເອົາຕຳແໜ່ງເປັນສະໄໝທີ 3 ໄດ້ພາໃຫ້ມີ
ຫລາຍສິບຄົນເສຍຊີວິດ ການອົບພະຍົບຫລົບໄພຂອງຊາວບູຣຸນດີ ຫຼາຍກວ່າ 144,000
ຄົນໄປຍັງບັນດາປະເທດເພື່ອນບ້ານ ແລະການຕົກຮວບລົງຂອງເສດຖະກິດບູນຣຸນດີ.

ຖະແຫຼງການກ່າວຕໍ່ໄປວ່າ ການຕັດສິນໃຈຂອງລັດຖະບານທີ່ໄດ້ຊຸກຍູ້ໃຫ້ດຳເນີນການຕໍ່ ໄປໃນການເລືອກຕັ້ງສະພາແຫ່ງຊາດ ເມື່ອວັນທີ 29 ມິຖຸນາຜ່ານມາ ທັງໆທີ່ເງື່ອນໄຂອັນ
ຈຳເປັນຕ່າງໆໄດ້ມີການ “ຂາດຢ່າງສິ້ນເຊີງ” ສຳລັບການເລືອກຕັ້ງທີ່ເສລີແລະຍຸຕິທຳເຮັດ ໃຫ້ສະຖານະການທີ່ຮ້າຍແຮງຢູ່ແລ້ວນັ້ນ ຊຸດໂຊມລົງຕື່ມ.

ກະຊວງການຕ່າງປະເທດສະຫະລັດຮຽກຮ້ອງໃຫ້ບູຣຸນດີເອົາໃຈໃສ່ຕໍ່ການຮຽກຮ້ອງຂອງ ປະຊາຄົມນາໆຊາດ ເພື່ອໃຫ້ເລື່ອນເວລາໃນການເລືອກຕັ້ງປະທານາທິບໍດີ ທີ່ກຳນົດໃສ່ ວັນທີ 15 ກໍລະກົດນີ້.

ສະຫະລັດຂໍຮຽກຮ້ອງໃຫ້ປະທານາທິບໍດີ Zkurunziza ຖືເອົາສະວັດດີພາບ ຂອງປະຊາ ຊົນບູຣຸນດີເໜືອກວ່າຄວາມໄຝ່ຝັນທາງດ້ານການເມືອງຂອງທ່ານເອງ ແລະເຂົ້າຮ່ວມໃນ
ການສົນທະນາຫາລືກັບພັກຝ່າຍຄ້ານ ເພື່ອຊອກຫາການແກ້ໄຂຢ່າງສັນຕິ ຕໍ່ວິກິດການ ທາງດ້ານການເມືອງຂອງປະເທດດັ່ງກ່າວ.

XS
SM
MD
LG