ກຳປັ່ນລົບຂອງສະຫະລັດແລະການາດາ ແລ່ນຜ່ານຊ່ອງແຄບໄຕ້ຫວັນ ໃນວັນອັງຄານວານນີ້ ໃນການປະຕິບັດງານທາງທະຫານເພື່ອອິດສະຫຼະພາບໃນການເດີນເຮືອເທື່ອທຳອິດ ນັບແຕ່ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນກ່າວວ່າ ສະຫະລັດຈະປົກປ້ອງໄຕ້ຫວັນ ຖ້າຫາກຖືກໂຈມຕີຈາກຈີນ.
ກຳປັ່ນ USS Higgins ຊຶ່ງເປັນກຳປັ່ນພິຄາດຕິດລູກສອນໄຟນຳວິຖີຂອງກອງທັບເຮືອສະຫະລັດ ແລະກຳປັ່ນລົບ HMCS Vancouver ຂອງກອງທັບເຮືອການາດາ ໄດ້ປະຕິບັດງານ “ຕາມປົກກະຕິ ແລ່ນຜ່ານຊ່ອງແຄບໄຕ້ຫວັນ ເມື່ອວັນທີ 20 ກັນຍາ ບ່ອນທີ່ໄດ້ມີການນຳໃຊ້ອິດສະຫຼະພາບໃນການເດີນເຮືອແລະການບິນຜ່ານເຂດທະເລເລິກ ທີ່ສອດຄ່ອງກັບກົດໝາຍສາກົນ” ນັ້ນຄືຄຳເວົ້າຂອງໂຄສົກຂອງທຳນຽບຫ້າແຈ້ ນາຍພົນຈັດຕະວາ ແພັດ ຣາຍເດີ້ ໄດ້ກ່າວຕໍ່ພວກນັກຂ່າວ ໃນວັນອັງຄານວານນີ້.
ຈີນກ່າວອ້າງວ່າ ຊ່ອງແຄບໄຕ້ຫວັນບໍ່ແມ່ນນ່ານນ້ຳສາກົນ ແຕ່ “ເປັນເຂດນ່ານນ້ຳພາຍໃນປະເທດຂອງຈີນ” ແລະ “ດິນແດນທາງທະເລ.” ແຕ່ແນວໃດກໍຕາມ ພາຍໃຕ້ກົດໝາຍສາກົນນັ້ນ ຊ່ອງແຄບໄຕ້ຫວັນແມ່ນມີເສັ້ນທາງຂອງເຂດນ່ານນ້ຳສາກົນ ແລະເຂດນ່ານຟ້າ ທີ່ນອກເໜືອໄປຈາກດິນແດດນຂອງປະເທດໃດປະເທດນຶ່ງ ບ່ອນທີ່ກຳປັ່ນທັງຫຼາຍ ສາມາດແລ່ນຜ່ານໄປມາໄດ້ຢ່າງເສລີ.
ຖະແຫຼງການຂອງກອງທັບເຮືອທີ 7 ຂອງສະຫະລັດ ຊຶ່ງກວມເອົາເຂດປະຕິບັດງານທາງທະເລຂອງກອງທັບເຮືອ ໃນມະຫາສະໝຸດປາຊີຟິກຕາເວັນອອກ ແລະມະຫາສະໝຸດອິນເດຍກ່າວຕື່ມວ່າ “ການແລ່ນຜ່ານຊ່ອງແຄບໄຕຫວັນ ຂອງກຳປັ່ນລົບ Higgins ແລະ Vancouver ແມ່ນສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍຂອງສະຫະລັດ ແລະບັນດາປະເທດພັນທະມິດ ພ້ອມດ້ວຍພາຄີຂອງພວກເຮົາ ເພື່ອໃຫ້ເຂດອິນໂດປາຊີຟິກ ເປັນເຂດທີ່ເສລີແລະເປີດກວ້າງ.”
ຊ່ອງແຄບນີ້ ແມ່ນແຍກໄຕ້ຫວັນ ຊຶ່ງເປັນເກາະດອນທີ່ປົກຄອງແບບປະຊາທິປະໄຕ ອອກຈາກຈີນແຜ່ນດິນໃຫຍ່. ປັກກິ່ງໄດ້ກ່າວອ້າງເອົາກຳມະສິດເໜືອເກາະໄຕ້ຫວັນ ແລະເຂດນ່ານນ້ຳທີ່ຢູ່ອ້ອມແອ້ມ ທັງໆທີ່ພັກຄອມມູນິສຈີນ ບໍ່ເຄີຍເຂົ້າຄວບຄຸມເກາະດອນດັ່ງກ່າວນີ້ເລີຍ.
ການແລ່ນຜ່ານດັ່ງກ່າວ ມີຂຶ້ນບໍ່ດົນຫຼັງຈາກປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ໃຫ້ສຳພາດຕໍ່ລາຍການ “60 ນາທີ” ຂອງໂທລະພາບ CBS ທີ່ກ່າວວ່າ ທະຫານສະຫະລັດຈະປົກປ້ອງເກາະດັ່ງກ່າວຖ້າຫາກຖືກໂຈມຕີ. ປະທານາທິບໍດີສະຫະລັດ ເຄີຍໃຫ້ຄຳໝັ້ນສັນຍາ ທີ່ຈະປ້ອງກັນໄຕ້ຫວັນມາກ່ອນ ແຕ່ໃນການໃຫ້ສຳພາດຄັ້ງນີ້ ທ່ານກ່າວຕື່ມວ່າ “ພວກຜູ້ຊາຍແລະແມ່ຍິງສະຫະລັດ” ຈະເປັນສ່ວນນຶ່ງຂອງການປ້ອງກັນທີ່ວ່ານີ້.
ກ່ອນການໃຫ້ສຳພາດຂອງທ່ານນັ້ນ ນະໂຍບາຍຂອງສະຫະລັດແມ່ນຍັງສືບຕໍ່ຮັກສາໄວ້ຊຶ່ງຄວາມຄຸມເຄືອ ກ່ຽວກັບວ່າສະຫະລັດຈະປົກປ້ອງໄຕ້ຫວັນຫຼືບໍ່ ຖ້າປະເທດເກາະດອນທີ່ປົກຄອງຕົນເອງແບບປະຊາທິປະໄຕແຫ່ງນີ້ ຖືກໂຈມຕີຈາກຈີນ.