ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ​ທຣູ​ໂດ ປະຕິຍານວ່າ ຈະ​ພະຍາຍາມ​ ໃຫ້​ບັນລຸ​ຜົນ ຂໍ້​ຕົກລົງ ການ​ຄ້າ ກັບ ສຫລ


US Mexico Trade Deal
please wait
Embed

No media source currently available

0:00 0:01:12 0:00

ນາຍົກລັດຖະມົນຕີການາດາ ທ່ານຈັສຕິນ ທຣູໂດ ກ່າວວ່າ ປະເທດຂອງທ່ານ
ຈະເຈລະຈາຂໍ້ຕົກລົງການຄ້າ ກັບສະຫະລັດ, ແຕ່ວ່າ ຈະຍອມຮັບເອົາ ແຕ່ຂໍ້ຕົກລົງ ທີ່ຈະສ້າງຜົນປະໂຫຍດໃຫ້ແກ່ຊາວການາດາ ເທົ່ານັ້ນ. ທ່ານໄດ້ໃຫ້ຄຳຖະແຫຼງ ດັ່ງກ່າວ
ຫຼັງຈາກທີ່ສະຫະລັດ ໄດ້ບັນລຸຂໍ້ຕົກລົງຊົ່ວຄາວກັບປະເທດເມັກຊິໂກ ທີ່ຈະມາສັບປ່ຽນ​
ກັບຂໍ້​ຕົກລົງການ​ຄ້າ​ເສລີ​ໃນ​ອາ​ເມີຣິກາ​ເໜືອ ຫຼື NAFTA ນັ້ນ, ທ່ານທຣູໂດ ກ່າວວ່າ ຄະນະເຈລະຈາ ກຳລັງທຳຄວາມຄືບໜ້າຢູ່ ກ່ຽວກັບເລື້ອງນີ້. ປະທານາທິບໍດີທ່ານ​ດໍ​ໂນ​ລ
ທຣຳ ໄດ້ຂົ່ມຂູ່ວ່າ ຈະຂຶ້ນພາສີໃສ່ການນຳເຂົ້າລົດຍົນ ຈາກການາດາ ຖ້າຫາກວ່າ ຂໍ້ຕົກລົງບໍ່ບັນລຸຜົນ ຊຶ່ງວັນນະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ ຈາກລາຍງານ
ຂອງນັກຂ່າວວີໂອເອ ຊລາຕິກາ ໂຮກ ໃນອັນດັບຕໍ່ໄປ.

​ໃນການກ່າວຢູ່ໃນງານຄັ້ງນຶ່ງທີ່ຂົງເຂດມອນທຣີອອລ ໃນວັນອັງຄານວານນີ້ ທ່ານທຣູໂດ
ເວົ້າວ່າ ຄະນະເຈລະຈາຂອງການາດາ ໄດ້ພັກດັນຢ່າງແຮງ ເພື່ອໃຫ້ລົງເອີຍ ດ້ວຍຂໍ້
ຕົກລົງ ກັບພວກປະເທດເພື່ອນບ້ານ ທາງພາກໃຕ້ຂອງຕົນ ໃຫ້ໄດ້ຮັບໝາກຜົນໝົດ.

ນາຍົກລັດຖະມົນຕີການາດາ ທ່ານຈັສຕິນ ທຣູໂດ ກ່າວວ່າ “ໃນຂະນະນີ້ ຄະນະຂອງ
ພວກເຮົາ ກຳລັງຢູ່ໃນນະຄອນຫຼວງວໍຊິງຕັນ ເພື່ອພະຍາຍາມຂຸດຄົ້ນຫາຄວາມກ້າວ
ໜ້າ ແລະບາດກ້າວຕ່າງໆຕໍ່ໄປ ແລະພວກເຮົາຈະເຂົ້າໄປພົວພັນ ໃນທາງບວກ
ແລະສ້າງສັນ ເຊັ່ນດຽວກັນກັບສິ່ງທີ່ພວກເຮົາເຄີຍໄດ້ປະຕິບັດຜ່ານມາ ທັງຈະສືບຕໍ່
ປະຕິບັດເພື່ອໃຫ້ບັນລຸຂໍ້ຕົກລົງອັນສຸດທ້າຍທີ່ໄດ້ລົງນາມກັນ, ຕາບໃດທີ່ມັນຈະເປັນ
ຜົນດີ ແກ່ການາດາ ແລະດີຕໍ່ພວກຊົນຊັ້ນກາງ ຂອງຊາວການາດາທັງມວນ.”

ນາຍົກລັດຖະມົນຕີການາດາ ໄດ້ສະແດງອອກ ຊຶ່ງຄວາມເຫັນຂອງທ່ານ ນຶ່ງມື້ ຫຼັງຈາກ ທີ່ສະຫະລັດ ກັບເມັກຊິໂກ ໄດ້ປະກາດວ່າ ພວກເພິ່ນ ໄດ້ບັນລຸຂໍ້ຕົກລົງ ແລະວ່າ
ຈະສັບປ່ຽນຂໍ້​ຕົກລົງການ​ຄ້າ​ເສລີ​ໃນ​ອາ​ເມຣິກາ​ເໜືອ ຫຼື NAFTA ແລ້ວ.

ທ່ານທຣຳ ມັກຈະໝາຍກາເລື້ອຍມາ ໃສ່ຂໍ້​ຕົກລົງ NAFTA ທີ່​ມີ​ມາ ໄດ້ 24 ປີ ແລ້ວນັ້ນ
ວ່າ “ຂີ້ຮ້າຍທີ່ສຸດ” ສຳລັບພວກຄົນງານອາເມຣິກາ ເພາະວ່າ ມັນສົ່ງເສີມໃຫ້ບັນດາຜູ້
ຜະລິດອາເມຣິກັນຍ້າຍກິດຈະການໄປປະກອບຢູ່ປະເທດຊາຍແດນທາງພາກໃຕ້
ຍ້ອນຄ່າແຮງງານຂອງຊາວເມັກຊິໂກຖືກ. ທ່ານກ່າວວ່າ ຖ້າຂໍ້ຕົກລົງກັບການາດາ
ບໍ່ບັນລຸຜົນໄດ້, ທ່ານຈະຂຶ້ນພາສີໃສ່ພວກລົດຍົນ ແລະຊິ້ນສ່ວນປະກອບຂອງລົດຍົນ ທັງຫຼາຍຂອງການາດາ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ນັ່ງ​ຮັບ​ຟັງ ການ​ສົນທະນາ​ທາງ​ໂທລະສັບ ກັບ ປະທານາທິບໍດີເມັກຊິໂກ ທ່ານອັງຣິກເກ ເປຍາ ນີເອໂຕ ກ່ຽວກັບຂໍ້ຕົກລົງການ​ຄ້າ ທີ່ຫ້ອງໂອໂວລ ອອຟຟິສ ໃນທຳນຽບຂາວ, 27 ສິງຫາ 2018, ​ໃນ​ວໍ​ຊີງ​ຕັນ.
ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ນັ່ງ​ຮັບ​ຟັງ ການ​ສົນທະນາ​ທາງ​ໂທລະສັບ ກັບ ປະທານາທິບໍດີເມັກຊິໂກ ທ່ານອັງຣິກເກ ເປຍາ ນີເອໂຕ ກ່ຽວກັບຂໍ້ຕົກລົງການ​ຄ້າ ທີ່ຫ້ອງໂອໂວລ ອອຟຟິສ ໃນທຳນຽບຂາວ, 27 ສິງຫາ 2018, ​ໃນ​ວໍ​ຊີງ​ຕັນ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ກ່າວວ່າ “ແຕ່ວ່າ ຂ້າພະເຈົ້າຄິດວ່າ
ພວກເຮົາຈະໃຫ້ໂອກາດແກ່ພວກເຂົາເຈົ້າ ບາງທີ ອາດຈະເປັນຂໍ້ຕົກລົງອັນນຶ່ງອີກ
ຕ່າງຫາກ.ພວກເຮົາ ສາມາດທີ່ຈະມີຂໍ້ຕົກລົງທີ່ແຍກອອກໄປຕ່າງຫາກໄດ້ ຫຼືບໍ່ ກໍຈະຈັດມັນເຂົ້າໃສ່ໃນຂໍ້ຕົກລົງດຽວກັນນີ້.”

ຕອນທີ່ຖືກຖາມວ່າ ທ່ານທຣຳ ຈະສາມາດຍົກເລີກຂໍ້ຕົກລົງ NAFTA ໂດຍປາດສະ
ຈາກການຮັບຜ່ານຂອງລັດຖະສະພາສະຫະລັດຈະໄດ້ບໍ່ ທ່ານລັດຖະມົນຕີການເງິນ
ສະຫະລັດ ສຕິເວິນ ມນູຈິນ ຕອບວ່າ ໄດ້.

ທ່ານ ສຕິເວິນ ມນູຈິນ ລັດຖະມົນຕີການເງິນສະຫະລັດ ກ່າວວ່າ “ນັ້ນແມ່ນເລື້ອງໃຫຍ່
ເວົ້າຕາມຕົງແລ້ວ, ທີ່ໄດ້ພະຍາຍາມນຳເອົາເມັກຊິໂກ ກັບການາດາ ເຂົ້າມາສູ່ໂຕະ
ເຈລະຈາ. ຂ້າພະເຈົ້າຄິດວ່າ ພວກເຂົ້າເຈົ້າພໍໃຈກັບ ແບບທີ່ເຄີຍເປັນມາ ເພາະວ່າ ມັນເປັນຜົນປະໂຫຽດສຳລັບພວກເຂົາເຈົ້າ. ແລະທ່ານປະທານາທິບໍດີ ກໍແມ່ນໄດ້
ກະທຳໄປໃນສິ່ງທີ່ທ່ານໄດ້ເວົ້າວ່າ ຈະເຮັດ. ທ່ານໄດ້ເຮັດຂໍ້ຕົກລົງທີ່ດີກວ່າເກົ່າ
ສຳລັບພວກຄົນງານຊາວອາເມຣິກັນ ແລະບັນດາບໍລິສັດອາເມຣິກັນທັງຫຼາຍ.
ສະນັ້ນ ມັນຈະແມ່ນຂໍ້ຕົກລົງການຄ້າອັນທຳອິດໃນຫຼາຍໆອັນ ທີ່ພວກທ່ານຈະໄດ້
ເຫັນ.”

ທ່ານ​ນາງ ຄຣິດ​ເຕຍ ຟຣີ​ແລນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ກາ​ນາ​ດາ ກ່າວ​ສະຫຼຸບ​ຜົນ​ຂອງ​ການ​ເຈລະຈາ ຄັ້ງ​ທີ 4 ຂອງ​ຂໍ້​ຕົກລົງ NAFTA ​ໃນ​ວໍ​ຊີງ​ຕັນ, 17 ຕຸລາ 2017.
ທ່ານ​ນາງ ຄຣິດ​ເຕຍ ຟຣີ​ແລນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ກາ​ນາ​ດາ ກ່າວ​ສະຫຼຸບ​ຜົນ​ຂອງ​ການ​ເຈລະຈາ ຄັ້ງ​ທີ 4 ຂອງ​ຂໍ້​ຕົກລົງ NAFTA ​ໃນ​ວໍ​ຊີງ​ຕັນ, 17 ຕຸລາ 2017.

ໃນຂະນະທີ່ ລັດຖະບານຂອງທ່ານທຣຳ ໄດ້ໂຮຮ້ອງຍິນດີກັບຂໍ້ຕົກລົງສະບັບໃຫມ່ກັບ
ເມັກຊິໂກ ພັກເດໂມແຄຮັດ ໃນລັດຖະສະພາ ແມ່ນພາກັນລະມັດລະວັງ.

ທ່ານຊັກຄ໌ ຊູເມີຣ໌ ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ກ່າວວ່າ “ຂ້າພະເຈົ້າ ແມ່ນເປັນ
ຫ່ວງເປັນໃຍໜ້ອຍນຶ່ງວ່າ ເລື້ອງນີ້ ກໍຄືກັນກັບເລື້ອງເກົາຫຼີເໜືອ ນັ້ນລະ. ພວກທ່ານ
ກໍຮູ້ວ່າ ພວກເພິ່ນພາກັນປະກາດໄປເປັນຢ່າງດີ, ແຕ່ວ່າຕໍ່ມາ ພວກເຮົາ ກໍບໍ່ໄດ້ເຫັນ
ລາຍລະອຽດເລີຍ, ໃຜຈະຮູ້ລະ ວ່າ ແມ່ນຫຍັງພວກເຮົາຈະໄດ້ເຫັນ ຫຼັງຈາກນັ້ນ.”

ສະຫະລັດ ແລະການາດາ ໄດ້ມີການບໍ່ລົງຮອຍກັນມາເປັນເວລາຍາວນານກ່ຽວກັບ
ເລື້ອງພາສີພວກລົດຍົນແລະສິນຄ້າບໍລິໂພກລາຍວັນ ລາຄາຢາປົວພະຍາດແລະການ
ປົກປ້ອງຊັບສິນທາງປັນຍາ ທີ່ຖືກຄຸກຄາມ ໃນການເຈລະຈາໃຫ້ແລ້ວໄວເລື້ອງຂໍ້ຕົກລົງ
ການຄ້າ NAFTA ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

Trudeau Promises Effort to Reach Trade Agreement With US
please wait

No media source currently available

0:00 0:02:11 0:00

XS
SM
MD
LG