ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສ​ຫລ ກາ​ນາ​ດາ ໃຫ້​ສັນ​ຍາວ່າ ຈະ​ດຳ​ເນີນ ​ຄະດີ ຫົວ​ໜ້າ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ ຂອງຈີນ ຢ່າງທ່ຽງ​ທຳ​


ລັດ​ຖະ​ມົນ​ຕີວ່າການ​ຕ່າງ​ປະ​ເທດ ຂອງກາ​ນາ​ດາ ທ່ານ​ນາງ​ຄ​ຣິ​ສ​ເຕຍ ຟ​ຣິແມນ ກ່າວ​ຢູ່​ກອງ​ປະ​ຊຸມຖະແຫລງ​ຂ່າວ ທີ່​ສະ​ຖານ​ທູດ​ກາ​ນາ​ດາ ໃນ​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ ວັນ​ທີ 31 ສິງ​ຫາ 2018.
ລັດ​ຖະ​ມົນ​ຕີວ່າການ​ຕ່າງ​ປະ​ເທດ ຂອງກາ​ນາ​ດາ ທ່ານ​ນາງ​ຄ​ຣິ​ສ​ເຕຍ ຟ​ຣິແມນ ກ່າວ​ຢູ່​ກອງ​ປະ​ຊຸມຖະແຫລງ​ຂ່າວ ທີ່​ສະ​ຖານ​ທູດ​ກາ​ນາ​ດາ ໃນ​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ ວັນ​ທີ 31 ສິງ​ຫາ 2018.

ສະ​ຫະ​ລັດ ແລະ​ກາ​ນາ​ດາ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ໃຫ້ມີການ​ດຳ​ເນີນ​ການຢ່າງຍຸ​ຕິ​ທຳແກ່
​ ຜູ້ບໍ​ລິ​ຫານ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີຂອງຈີນ ​ທີ່​ໄດ້​ຖື​ກ​ຈັບ​ກຸມ ໃນ​ຕົ້ນ​ເດືອນ​ນີ້​ຢູ່ໃນ​ກາ​ນາ​ດາ.

ໃນ​ການ​ສົນ​ທະ​ນາ​ກັນ ຢູ່ທີ່​ກະ​ຊວງການ​ຕ່າງ​ປະ​ເທດ​ ສະ​ຫະ​ລັດ ​ໃນ​ວັນ​ສຸກວານ​ນີ້ ບັນ
ດາ​ລັດ​ຖະ​ມົນ​ຕີວ່າການ ກະຊວງການ​ຕ່າງ​ປະ​ເທດ​ ແລະກະຊວງ​ປ້ອງ​ກັນ​ປະ​ເທດ ຂອງ
ສະ​ຫະ​ລັດ ແລະ​ກາ​ນາ​ດາ ໄດ້​ຈັດຕັ້ງແນວໂຮມທີ່ສາມັກຄີກັນ ຫຼັງຈາກໄດ້ມີ​ການ​ຂັດແຍ້ງ
ກັນທາງ​ດ້ານ​ການ​ທູດ ລະ​ຫວ່າງ​ ສະ​ຫະ​ລັດ ແລະ​ຈີນຢູ່ເລື້ອຍມາ ຊຶ່ງກາ​ນາ​ດາ ພົບ​ເຫັນ
ວ່າ ​ຕົນ​ຈະຕົກ​ຢູ່​ລະຫວ່າງກາງ.

ລັດ​ຖະ​ມົນ​ຕີວ່າການ​ຕ່າງ​ປະ​ເທດ ​ກາ​ນາ​ດາ ທ່ານ​ນາງ​ຄ​ຣິ​ສ​ເຕຍ ຟ​ຣີ​ແລນ ໄດ້​ປົກປ້ອງ​
ປະ​ເທດ​ຂອງ​ທ່ານ​ນາງ ທີ່​ໄດ້​ກັກ​ຂັງ​ ທ່ານນາງ ເມັງ ຫວານ​ຊູ (Meng Wanzhou) ປະ​
ທານ​ບໍ​ລິ​ຫານດ້ານການ​ເງິນ​ ຂອງ​ ຫົວ​ເຫວີຍ ທີ່ເປັນບໍ​ລິ​ສັດເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່ດ້ານ
ໂທລະຄົມ ໂດຍ​ກ່າວ​ວ່າ​ບໍ່​ແມ່ນ “ການ​ຕັດ​ສິນ​ໃຈ​ທາງ​ການ​ເມືອງ” ແຕ່​ວ່າ​ເປັນ​ເລື່ອງ
ການປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ.”

ລັດ​ຖະ​ມົນ​ຕີ​ວ່າການຕ່າງ​ປະ​ເທດ ​ສະ​ຫ​ະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ວ່າ ສະ​ຫະ​ລັດ
​ຍັງ​ໄດ້ “ໃຫ້​ການ​ນັບ​ຖື​ຕໍ່ຕົວບົດກົດໝາຍ ໃນການດຳເນີນການແຕ່ລະບາດ​ກ້າວ​” ໃນ​
ຂະ​ນະ​ທີ່ ຕົນສະແຫວງຫາ​ ​ທ່​ານ​ນາງ​ເມັງ.

ກາ​ນາ​ດາ​ໄດ້​ຈັບກຸມ ​ທ່ານ​ນາງ​ເມັງ ໂດຍການ​ຮ້ອງ​ຂໍ​ຂອງ​ສະ​ຫະ​ລັດ ທີ່​ກ່າວ​ວ່າ ບໍ​ລິ​ສັດ
ຫົວ​ເຫວີຍ ໄດ້ລະ​ເມີດ​ມາດຕະການ​ລົງ​ໂທດ​ຕໍ່​ອີ​ຣ່ານຂອງສະຫະລັດ. ທ່ານ​ນາງ​ໄດ້​ຖືກ
​ປ່ອຍ​ໂຕ​ຈາກ​ການ​ປະ​ກັນ​ໂຕ ແລະ​ກຳ​ລັງ​ລໍ​ຖ້າ​ ຄວາມ​ເປັນ​ໄປ​ໄດ້ ໃນການ​ສົ່ງ​ໂຕໄປ
ໃຫ້ສະ​ຫະ​ລັດ.

ທ່ານນາງ ເມັງ ຫວານຊູ (Meng Wanzhou) ປະທານບໍລິຫານ ດ້ານການເງິນ ຂອງຫົວເຫວີຍ ທີ່ເປັນບໍລິສັດ ເທັກໂນໂລຈີຍັກໃຫຍ່ ດ້ານໂທລະຄົມ, ວັນ​ທີ 6 ທັນ​ວາ 2018.
ທ່ານນາງ ເມັງ ຫວານຊູ (Meng Wanzhou) ປະທານບໍລິຫານ ດ້ານການເງິນ ຂອງຫົວເຫວີຍ ທີ່ເປັນບໍລິສັດ ເທັກໂນໂລຈີຍັກໃຫຍ່ ດ້ານໂທລະຄົມ, ວັນ​ທີ 6 ທັນ​ວາ 2018.

ທ່ານ​ນາງ​ຟ​ຣີ​ແລນ ​ໄດ້​ເຮັດ​ໃຫ້​ເກີດ
​ຄວາມ​ສັບ​ສົນຕ້ານ​ຄືນ ໃນຄຳ​ຖະ​
ແຫຼງ​ຫວ່າງ​ມໍ່ໆ​ມາ​ນີ້​ໂດຍປະ​ທາ​ນາ
​ທິບໍດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ
ຜູ້​ທີ່​ກ່າວ​ວ່າ ຄະ​ດີ​ອາດ​ໃຊ້ເປັນ​ພາກ
​ສ່ວນກວ້າງ​ຂວາງ​ໃນ​ການ​ຕໍ່​ລອງ​
ການຄ້າ​ກັບ​ປັກ​ກິ່ງ.

ລັດ​ຖະ​ມົນ​ຕີວ່າການ​ຕ່າງ​ປະ​ເທດ ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ວັນ​ທີ 12 ທັນ​ວາ 2018.
ລັດ​ຖະ​ມົນ​ຕີວ່າການ​ຕ່າງ​ປະ​ເທດ ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ວັນ​ທີ 12 ທັນ​ວາ 2018.

ທ່ານ​ນາງ​ກ່າວ​ວ່າ “ຍັງເປັນ​ທີ່​ສຳ​ຄັນແກ່​ກາ​ນາ​ດາ ທີ່​ຂໍ້​ຕົກ​ລົງສົ່ງ​ໂຕ​ຂ້າມ​ແດນ ຈະ​ບໍ່​
ໄດ້​ໃຊ້ໃນ​ຈຸດ​ປະ​ສົງ​ການ​ເມືອງ. ການ​າ​ດາ​ບໍ່​ເຮັດ​ຢ່າງ​ນັ້ນ ແລະ​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ບັນ
​ດາ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ທີ່​ແທ້​ຈິງ ເຊັ່ນ​ວ່າ​ເພື່ອນ​ຮ່ວມ​ງານ​ຂອງ ພວກ​ເຮົາຢູ່​ໃນ​ສະ
​ຫະ​ລັດ ປະ​ຕິ​ບັດ​ເຊັ່ນ​ດຽວ​ກັນ.

China Denies Arrest of Two Canadians Is Tied to Meng Case
please wait

No media source currently available

0:00 0:02:58 0:00

ທ່ານ​ນາງ​ຟ​ຣີ​ແລນ​ຍັງ​ໄດ້​ກ່າວ​ວ່າ ທ່ານ​ນາງ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ​ກ່ຽວ​ກັບ​ຊະ​ຕາ​
ກຳ​ຂອງ​ຊາວ​ກາ​ນາ​ດາ​ສອງ​ຄົນ ນັກ​ທຸ​ລະ​ກິດ​ໄມ​ເກີ​ລ ສ​ປາ​ວໍ​ຣ ແລະ​ອະ​ດີດ​ນັການ​
ທູດ ທ່ານ​ໄມ​ເກີ​ລ ໂກວຣິກ ຜູ​ທີ່​ໄດ້​ຖືກ​ກັກ​ຂັງ​ໃນ​ຈີນອາ​ທິດ​ນີ້ ໃນ​ອັນ​ທີ່​ເຫັນ​ຢ່າງກວ້າງ
​ຂວາງວ່າ​ເປັນ​ຄະ​ດີ​ຕອບ​ໂຕ້ ກາ​ນາ​ດາ​ທີ່​ກັກ​ຂັງ​ທ່ານ​ນາງ​ເມັງ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG