ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ການາດາ ຈັບໄດ້ຄົນ ລາວ ທີ່ຢູ່ໃນລາຍຊື່ ຕ້ອງການຕົວທີ່ສຸດ ຂອງ ສະຫະລັດ


ເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ ຢືນຢູ່ຮ່ອມຫຼັງບ້ານຂອງເຮືອນຫຼັງນຶ່ງ
ໃນນະຄອນ ມອນທຣີອໍ, ປະເທດ ການາດາ. 21 ກໍລະກົດ, 2017.
ເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ ຢືນຢູ່ຮ່ອມຫຼັງບ້ານຂອງເຮືອນຫຼັງນຶ່ງ ໃນນະຄອນ ມອນທຣີອໍ, ປະເທດ ການາດາ. 21 ກໍລະກົດ, 2017.

ບັນດາເຈົ້າໜ້າທີ່ຕຳຫຼວດ ການາດາ ທີ່ທຳການລາດຕະເວນດ້ວຍລົດຖີບ ໄດ້ຈັບກຸມນຶ່ງ
ໃນອາຊະຍາກອນທີ່ຕ້ອງການຕົວທີ່ສຸດຂອງ ອາເມຣິກາ, ເຊິ່ງແມ່ນຄົນ ລາວ ໂດຍກຳ
ເນີດ ທີ່ຖືກກ່າວຫາວ່າລັກລອບຂົນສົ່ງຢາເສບຕິດ, ຜູ້ທີ່ໄດ້ຫຼົບໜີການຈັບກຸມເປັນເວລາ
ດົນກວ່າສິບປີ.

ຕຳຫຼວດນະຄອນ Montreal ກ່າວວ່າ ທ້າວ ກະຕ່າຍ ຂາວພອນ ສີຈັນທາ ອາຍຸ 35 ປີ
ໄດ້ກຽມ ທີ່ຈະເສບຢາເສບຕິດໃນສວນສາທາລະນະແຫ່ງນຶ່ງ ໃນເວລາທີ່ຕຳຫຼວດສອງ
ຄົນໄດ້ເຂົ້າໄປຫາ ແລະ ສອບຖາມລາວ.

ທ້າວ ກະຕ່າຍ ໄດ້ພະຍາຍາມທີ່ຈະແລ່ນໜີໄປຕາມທາງລົດຖີບ, ແຕ່ເຈົ້າໜ້າທີ່ກໍສາມາດ
ນຳທັນ ແລະ ຈັບກຸມລາວ ຍ້ອນຂໍ້ສົງໄສວ່າມີຢາເສບຕິດໃນຄອບຄອງ. ການກວດລາຍ
ນິ້ວມື ໄດ້ເປີດເຜີຍຖານະຂອງລາວ.

ລາວໄດ້ຖືກຈັດຢູ່ໃນລາຍຊື່ອາຊະຍາກອນ ທີ່ຕ້ອງການຕົວທີ່ສຸດ 10 ຄົນ ຂອງອົງການ
ກວດກາຄົນເຂົ້າເມືອງ ແລະ ພາສີ ສະຫະລັດ ຫຼື ICE ນັບຕັ້ງແຕ່ລາວໄດ້ຖືກຟ້ອງຮ້ອງ
ດຳເນີນຄະດີໃນປີ 2005 ເປັນຕົ້ນມາ.

ອີງຕາມອົງການ ICE ນັ້ນ, ລາວໄດ້ຫຼົບໜີຈາກການຈັບກຸມ ກ່ຽວກັບ ຢາເສບຕິດໃນ
ສະຫະລັດ ທັງໄດ້ສືບຕໍ່ຄວບຄຸມອົງການລັກລອບຂົນສົ່ງຢາເສບຕິດທີ່ຕັ້ງຢູ່ໃກ້ໆ
ກັບເມືອງ Windsor ແຂວງ Ontario.

ທ້າວ ກະຕ່າຍ ມີ “ປະຫວັດ ກ່ຽວກັບ ຄວາມຮຸນແຮງ” ແລະ ຖືກກ່າວຫາວ່າ ໄດ້ທຳການ
ຂົ່ມຂູ່ ເຈົ້າໜ້າທີ່ສືບສວນສອບສວນພິເສດ ຂອງກະຊວງຮັກສາຄວາມປອດໄພແຫ່ງ
ຊາດ ສະຫະລັດ ແລະ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຄົນອື່ນໆ, ອີງຕາມການກ່າວຂອງ
ເຈົ້າໜ້າທີ່ອົງການ ICE.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG