ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແລະ ການາດາ ມີຄວາມເຫັນ ແຕກຕ່າງ ກ່ຽວກັບ ການແກ້ໄຂ ການຄ້າເສລີ ຢູ່ ອາເມຣິກາເໜືອ


ຫົວໜ້າເຈລະຈາ ກ່ຽວກັບເລືອງເຂດການຄ້າເສລີ NAFTA ຂອງການາດາ ທ່ານ ສຕີບ ເວີເຮີລ ກຳລັງຈະອອກໄປ ຫຼັງເຂົ້າຮ່ວມກອງປະຊຸມໂຕະມົນ ກັບບັນດາ ຜູ້ນຳພັກກຳມະກອນ ໃນເມືອງ ໂອຕາວາ, ລັດ ອອນຕາຣີໂອ ປະເທດການາດາ, ວັນທີ 28 ມີນາ 2018.
ຫົວໜ້າເຈລະຈາ ກ່ຽວກັບເລືອງເຂດການຄ້າເສລີ NAFTA ຂອງການາດາ ທ່ານ ສຕີບ ເວີເຮີລ ກຳລັງຈະອອກໄປ ຫຼັງເຂົ້າຮ່ວມກອງປະຊຸມໂຕະມົນ ກັບບັນດາ ຜູ້ນຳພັກກຳມະກອນ ໃນເມືອງ ໂອຕາວາ, ລັດ ອອນຕາຣີໂອ ປະເທດການາດາ, ວັນທີ 28 ມີນາ 2018.

ລັດຖະບານຂອງປະທານາທິບໍດີດໍໂນລ ທຣຳ ຫວັງວ່າ ຕົນຈະສາມາດບັນລຸຂໍ້ຕົກລົງ
ວ່າດ້ວຍເຂດການຄ້າເສລີໃນທະວີບອາເມຣິກາເໜືອຫຼື NAFTA ສະບັບໃໝ່ ກ່ອນ
ການເລືອກຕັ້ງປະທານາທິບໍດີໃນເມັກຊິໂກໃນວັນທີ 1 ກໍລະກົດ ແລະ ການເລືອກຕັ້ງ
ລັດຖະສະພາກາງສະໄໝ ໃນເດືອນພະຈິກ ທ້າຍປີນີ້.

ທ່ານຣໍເບີດ ໄລໄທເຊີ (Robert Lighthizer) ຜູ້ຕາງໜ້າທາງດ້ານການຄ້າຂອງ
ສະຫະລັດ ກ່າວຕໍ່ລາຍການໂທລະພາບ CNBC ໃນວັນພຸດວານນີ້ວ່າ
“ຂ້າພະເຈົ້າຂໍເວົ້າວ່າ ຂ້າພະເຈົ້າມີຄວາມຫວັງ ຂ້າພະເຈົ້າຄິດວ່າພວກເຮົາກຳ
ລັງສ້າງຄວາມກ້າວໜ້າ. ຂ້າພະເຈົ້າຄິດວ່າ ທັງສາມຝ່າຍຕ້ອງການທີ່ຈະດຳເນີນ
ການໄປໜ້າ ພວກເຮົາມີຊ່ວງເວລາພຽງສັ້ນໆ ຍ້ອນການເລືອກຕັ້ງແລະສິ່ງອື່ນໆ
ທີ່ບໍ່ຢູ່ໃນການຄວບຄຸມຂອງພວກເຮົາ.”

ແຕ່ຫົວໜ້າຄະນະເຈລະຈາຂອງຝ່າຍການາດາ ແມ່ນມີຄວາມເຫັນໄປໃນແງ່ດີ ໜ້ອຍ
ກວ່າທ່ານໄລໄທເຊີ.

ທ່ານສຕີບ ເວີເຮີລ (Steve Verheul) ກ່າວຕໍ່ພວກນັກຂ່າວທີ່ນະຄອນອັອຕຕາວາ
ໃນວັນພຸດວານນີ້ວ່າ “ພວກເຮົາຍັງບໍ່ທັນເຫັນຢ່າງຄັກແນ່ເທື່ອວ່າສະຫະລັດ ໝາຍ
ຄວາມວ່າແນວໃດ ກ່ຽວກັບການຕົກລົງກັນໃນທາງຫລັກການ.”
ທ່ານກ່າວຕື່ມ ວ່າ
“ມັນຍັງມີຊ່ອງຫວ່າງທີ່ສຳຄັນຢູ່. ພວກເຮົາສາມາດບັນລຸຜົນສຳເລັດໄດ້ເປັນຢ່າງດີ
ແຕ່ດຽວນີ້ຫາເວລານັ້ນ ແລະພວກເຮົາໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ຕໍ່ສະຫະລັດ
ແລ້ວວ່າ ພວກເຮົາພ້ອມແລ້ວທີ່ຈະເຈລະຈາໄດ້ທຸກໆເວລາຢູ່ບ່ອນໃດກໍໄດ້ ຕາບໃດ
ທີ່ພວກເຂົາເຈົ້າພ້ອມແລ້ວທີ່ຈະເຈລະຈາ ແຕ່ມາຮອດປັດຈຸບັນ ຂ້າພະເຈົ້າຍັງບໍ່ເຫັນ
ວ່າ ຂັ້ນຕອນດັ່ງກ່າວໄດ້ເລີ້ມຂຶ້ນແລ້ວ.”

ເຈົ້າໜ້າທີ່ຂອງສະຫະລັດ ການາດາ ແລະເມັກຊິໂກ ຄວນທີ່ຈະພົບປະກັນຢູ່ສະຫະລັດ
ໃນເດືອນໜ້າ ເພື່ອເຂົ້າຮ່ວມການເຈລະຈາຮອບທີ 8 ທັງໆທີ່ວໍຊິງຕັນຍັງບໍ່ທັນປະກາດ
ກ່ຽວກັບວັນເວລາເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG