ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ມີສິ່ງທີ່ຊີ້ບອກເຖິງ ການກໍ່ການຮ້າຍ ໃນອຸບັດເຫດ ຢູ່ທີ່ຂົວລະຫວ່າງ ສະຫະລັດ ແລະ ການາດາ


ໃນພາບນີ້ ທີ່ເອົາມາຈກວີດີໂອ ທີ່ສະໜອງໃຫ້ໂດຍ WKBW-TV, ຄັວນປິວຈາກດ່ານກວດກາຢູ່ຂົວ Rainbow Bridge ວັນທີ 22 ພະຈິກ 2023,​ໃນນໍ້າຕົກໄນແອກາຣາ (Niagara), ລັດນິວຢອກ. ລົດຄັນນຶ່ງໄດ້ລະເບີດຢູ່ດ່ານກວດກາ ຢູ່ຂົວຝັງສະຫະລັດ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ.
ໃນພາບນີ້ ທີ່ເອົາມາຈກວີດີໂອ ທີ່ສະໜອງໃຫ້ໂດຍ WKBW-TV, ຄັວນປິວຈາກດ່ານກວດກາຢູ່ຂົວ Rainbow Bridge ວັນທີ 22 ພະຈິກ 2023,​ໃນນໍ້າຕົກໄນແອກາຣາ (Niagara), ລັດນິວຢອກ. ລົດຄັນນຶ່ງໄດ້ລະເບີດຢູ່ດ່ານກວດກາ ຢູ່ຂົວຝັງສະຫະລັດ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ.

ເຈົ້າໜ້າທີ່ສະຫະລັດ ກ່າວວ່າ ບໍ່ມີສິ່ງທີ່ຊີ້ບອກເຖິງຄວາມເຊື່ອມໂຍງກັບການກໍ່ການຮ້າຍ ຈາກອຸບັດຕິເຫດທາງລົດ ໃນວັນພຸດວານນີ້ ທີ່ດ່ານກວດກາຢູ່ນ້ຳຕົກ ຕາດ ໄນແອກາຣາ (Niagara), ລັດນິວຢອກ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ໃນລົດ ແລະໄດ້ເຮັດໃຫ້ເຈົ້າໜ້າທີ່ ຕ້ອງປິດດ່ານກວດກາຫຼາຍແຫ່ງ ທ່າມ ກາງຄຳຖາມກ່ຽວກັບສິ່ງທີ່ເກີດຂຶ້ນ.

ສາເຫດທີ່ແທ້ຈິງ ທີ່ເຮັດໃຫ້​ລົດ​ຄັນ​ດັ່ງກ່າວ​ເຂົ້າ​ໃກ້​ດ່ານ​ກວດກາ ​ດ້ວຍ​ຄວາມ​ໄວ​ສູງ ​ກ່ອນທີ່​ຈະ​ບິນ​ຂຶ້ນໄປໃນ​ອາກາດ, ຕົກລົງຕໍາ​ພື້ນ​ດິນ ​ແລະ​ເກີດ​ໄຟ​ລຸກໄໝ້ ​ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ ໃນ​ວັນ​ພະຫັດ​ມື້​ນີ້.

“ການຊອກຄົ້ນສະຖານທີ່ເກີດເຫດ ບໍ່ພົບເຫັນວັດຖຸລະເບີດ, ແລະ ບໍ່ມີການລະບຸຄວາມເຊື່ອມໂຍງກັບການກໍ່ການຮ້າຍ,” ຫ້ອງການ FBI ຂອງ Buffalo ກ່າວໃນຖະແຫຼງການ.

ອຸບັດເຫດຄັ້ງນີ້ ເກີດຂຶ້ນໃນຂະນະທີ່ລົດຄັນດັ່ງກ່າວ ເດີນທາງຈາກຝັ່ງສະຫະລັດ ໄປຫາດ່ານກວດກາ ທີ່ ໄປຫາຂົວ Rainbow Bridge ທີ່ເຊື່ອມຕໍ່ລະຫວ່າງສະຫະລັດ ແລະການາດາ ແລະໄດ້ເກີດຂຶ້ນໃນມື້ທີ່ມີການເດີນທາງຄຶກຄື້ນທີ່ສຸດໃນສະຫະລັດ ກ່ອນວັນພັກ ບຸນຂອບຄຸນພະເຈົ້າ ຫຼື Thanksgiving Day ໃນວັນພະຫັດ.

ຫ້ອງການພາສີ ແລະປ້ອງກັນຊາຍແດນຂອງສະຫະລັດ ໄດ້ປິດຂົວ Rainbow Bridge ແຕ່ກ່າວໃນຕອນແລງວັນພຸດວານນີ້ວ່າ ຕົນໄດ້ເປີດຄືນ ທາງຂ້າມອີກ 3 ແຫ່ງຄື: ຂົວ Peace Bridge, ຂົວເວີລພູລ (Whirlpool Bridge) ແລະຂົວ ລູອິສຕັນ (Lewiston), ຫຼັງຈາກໄດ້ຢຸດການສັນຈອນ ຢູ່ສະຖານທີ່ເຫຼົ່ານັ້ນ ຊົ່ວຄາວ “ຍ້ອນຄວາມລະມັດລະວັງຢ່າງຍິ່ງ.”

ນອກ​ຈາກ​ຜູ້​ເສຍ​ຊີວິດ​ທັງ​ສອງ​ຄົນ​ແລ້ວ, ເຈົ້າໜ້າ​ທີ່​ບັງຄັບ​ໃຊ້​ກົດໝາຍ​ຄົນ​ນຶ່ງ​ທີ່ບໍ່​ຕ້ອງການເປີດເຜີຍຊື່ ໄດ້ກ່າວ​ຕໍ່ວີ​ໂອ​ເອວ່າ ພະນັກງານ​ຄົນ​ນຶ່ງ​ຈາກ​ຫ້ອງການ​ປະຕິບັດ​ການ​ພາກ​ສະໜາມ CBP ​ໄດ້​ຖືກ​ນຳ​ສົ່ງໄປ​ໂຮງ​ໝໍ​ດ້ວຍອາການ​ບາດ​ເຈັບ​ເລັກ​ນ້ອຍ ​ແລະ​ໄດ້ອອກໂຮງໝໍໃນ​ເວລາ​ຕໍ່​ມາ​.

ທຳນຽບຂາວກ່າວວ່າປະທານາທິບໍດີ ໂຈ ໄບເດັນ ໄດ້ຖືກແຈ້ງໃຫ້ຮູ້ ກ່ຽວກັບເຫດການດັ່ງກ່າວ, ໃນຂະນະທີ່ນາຍົກລັດຖະມົນຕີການາດາ ທ່ານ ຈັສຕິນ ທຣູໂດ (Justin Trudeau) ກ່າວຕໍ່ລັດຖະສະພາວ່າ "ເຫັນໄດ້ຢ່າງຈະແຈ້ງວ່າ ນີ້ແມ່ນສະຖານະການທີ່ຮ້າຍແຮງຫຼາຍ ທີ່ນໍ້າຕົກໄນແອກາຣາ (Niagara)."

ທ່ານທຣູໂດ ໄດ້ຂໍອະນຸຍາດອອກຈາກຊ່ວງຂອງການຕັ້ງຄໍາຖາມ ຢູ່ໃນສະພາ ເພື່ອຟັງການບັນຍາຍສະຫຼຸບໂດຍຫຍໍ້ເພີ້ມຕື່ມ, ໂດຍກ່າວວ່າ, "ພວກເຮົາກຳລັງດຳເນີນການເລື່ອງນີ້ຢ່າງຈິງຈັງເປັນພິເສດ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG