ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປຸກລະດົມໃຫ້ມີການສັກຢາວັກຊີນ ແກ່ພວກເດັກນ້ອຍ ປາກົດວ່າ ຊັກຊ້າ


ແຟ້ມຮູບ-ທ້າວອີຣິກ ອາວີລເລັສ (Eric Aviles), ອາຍຸ 6 ປີ, ຮັບການສັກຢາວັກຊີນໂຄວິດ-19 ຢູ່ທີ່ຄຣີນິກວັກຊີນສໍາລັບເດັກນ້ອຍ ອາຍຸ 5-11 ປີໃນຊານຕາ ອານາ, ລັດ ຄາລິຟໍເນຍ, ວັນທີ 9 ພະຈິກ 2021.
ແຟ້ມຮູບ-ທ້າວອີຣິກ ອາວີລເລັສ (Eric Aviles), ອາຍຸ 6 ປີ, ຮັບການສັກຢາວັກຊີນໂຄວິດ-19 ຢູ່ທີ່ຄຣີນິກວັກຊີນສໍາລັບເດັກນ້ອຍ ອາຍຸ 5-11 ປີໃນຊານຕາ ອານາ, ລັດ ຄາລິຟໍເນຍ, ວັນທີ 9 ພະຈິກ 2021.

ສະຫະລັດ ໄດ້ເລັ່ງນຳສົ່ງຢາວັກຊີນກັນໂຄວິດ-19 ສຳລັບເດັກນ້ອຍ ອາຍຸ 5 ຫາ 11 ປີ ຫຼາຍລ້ານໂດສໄປທົ່ວປະເທດ ແຕ່ຄວາມຮຽກຮ້ອງຕ້ອງການເພື່ອສັກຢາວັກຊີນນັ້ນແມ່ນຕ່ຳຢູ່ ດັ່ງທີ່ເຈົ້າໜ້າທີ່ສາທາລະນະສຸກແລະບັນດາທ່ານໝໍຂອງຫຼາຍກວ່າສິບລັດໄດ້ກ່າວ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ.

ພວກເດັກນ້ອຍຂອງສະຫະລັດຢູ່ໃນກຸ່ມອາຍຸທີ່ມີສິດສັກຢາວັກຊີນຈຳນວນ 28 ລ້ານຄົນ ມີຢູ່ປະມານ 5 ລ້ານຄົນໄດ້ຮັບຢ່າງໜ້ອຍນຶ່ງເຂັມ ອີງຕາມຂໍ້ມູນຂອງລັດຖະບານກາງ ຊຶ່ງອາດຈະຕອບສະໜອງຄວາມຕ້ອງການໃນເບື້ອງຕົ້ນຈາກພວກພໍ່ແມ່ທັງຫຼາຍຜູ້ທີ່ໄດ້ລໍຖ້າການສັກຢາວັກຊີນໃຫ້ແກ່ພວກລູກເຕົ້າຂອງເຂົາເຈົ້າ.

ໃນລະດັບຂອງການສັກຢາວັກຊີນໃນປັດຈຸບັນນີ້ ໜ້ອຍກວ່າເຄິ່ງນຶ່ງຂອງພວກເດັກນ້ອຍອາຍຸ 5 ຫາ 11 ປີ ຢູ່ໃນສະຫະລັດ ແມ່ນຄາດວ່າ ຈະໄດ້ຮັບການສັກຢາປ້ອງກັນຢ່າງຄົບຖ້ວນໃນບໍ່ເທົ່າໃດເດືອນຈະມາເຖິງນີ້ ຕາມທີ່ບັນດາເຈົ້າໜ້າທີ່ຂອງລັດໄດ້ກ່າວຕໍ່ຣອຍເຕີ. ບາງລັດ ລວມທັງລັດ ມິສສິດສ໌ສິບປີ ໄດ້ກ່າວວ່າ ຢາວັກຊີນຫຼາຍພັນໂດສແມ່ນຍັງບໍ່ທັນໄດ້ຖືກນຳໃຊ້ເທື່ອ.

ທ່ານນາງ ແຄຣິລ ແຣຕເຕ (Karyl Rattay) ຜູ້ອຳນວຍການພະແນກສາທາລະນະສຸກຂອງລັດເດລາແວຣ ໄດ້ກ່າວວ່າ “ພວກເຮົາເປັນຫ່ວງວ່າ ຄວາມຕ້ອງການນັ້ນ ແມ່ນຈະບໍ່ໄວແລະດີຄືກັນກັບພວກພົນລະເມືອງຜູ້ໃຫຍ່.”

ຢາວັກຊີນກັນໂຄວິດ-19 ຂະໜາດໂດສທີ່ໜ້ອຍກວ່າສຳລັບພວກເດັກນ້ອຍອາຍຸ 5 ຫາ 11 ປີ ທີ່ໄດ້ຮັບການອະນຸມັດ ເມື່ອເດືອນແລ້ວນີ້ ໂດຍເຂັມທຳອິດທັງຫຼາຍ ໄດ້ຖືກສັກໃສ່ແຂນຂອງພວກໜຸ່ມນ້ອຍແລ້ວ ໃນວັນທີ 3 ພະຈິກ.

ຄວາມລັງເລໃຈກ່ຽວກັບຢາວັກຊີນພາຍໃນບັນດາຜູ້ເບິ່ງແຍງຜູ້ໃຫຍ່ ໄດ້ສົ່ງຜົນກະທົບຕໍ່ອັດຕາການສັກຢາວັກຊີນໃຫ້ແກ່ກຸ່ມອາຍຸນີ້ ຫຼາຍກວ່າກຸ່ມອື່ນໆ ອີງຕາມການກ່າວຂອງບັນດາທ່ານໝໍຕໍ່ຣອຍເຕີ.

“ຂ້າພະເຈົ້າຄຶດວ່າ ພວກພໍ່ແມ່ທັງຫຼາຍແມ່ນກັງວົນຢູ່. ອາດຈະມີກຸ່ມຂອງພວກຜູ້ປົກຄອງຈຳນວນນຶ່ງ ຜູ້ທີ່ຮູ້ສຶກສະບາຍໃຈນຳການສັກຢາວັກຊີນດ້ວຍຕົນເອງ...ຫາກແຕ່ພວກເຂົາຊ້ຳຜັດລັງເລໃຈທີ່ຈະສັກຢາວັກຊີນໃຫ້ແກ່ລູກຂອງພວກເຂົາ” ນັ້ນແມ່ນຄຳເວົ້າຂອງທ່ານໝໍ ແມັດຕີວ ແຮຣຣິສ (Matthew Harris) ເປັນໝໍສຳລັບເດັກຊັ້ນນຳໃນການສັກຢາວັກຊີນກັນໂຄວິດ-19 ຢູ່ທີ່ໂຮງໝໍ Northwell Health ໃນລັດນິວຢອກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG