ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລເປັນຫ່ວງ ນໍາການຂັບໄລ່ ຜູ້ແທນຝ່າຍຄ້ານ ອອກ ຈາກສະພາກໍາປູເຈຍ


ທ່ານ ແຊມ ເຣນຊີ ຫົວໜ້າ ພັກແຊມ ເຣນຊີ ຊຶ່ງເປັນພັກຝ່າຍຄ້ານ ພັກນຶ່ງຂອງກໍາຢູເຈຍ (2012 file photo).
ທ່ານ ແຊມ ເຣນຊີ ຫົວໜ້າ ພັກແຊມ ເຣນຊີ ຊຶ່ງເປັນພັກຝ່າຍຄ້ານ ພັກນຶ່ງຂອງກໍາຢູເຈຍ (2012 file photo).
ກະຊວງການຕ່າງປະເທດສະຫະລັດເວົ້າວ່າ ຕົນມີຄວາມ
ເປັນຫ່ວງຢ່າງເລິກເຊິ່ງຕໍ່ການຕັດສິນໃຈຂອງກໍາປູເຈຍ ທີ່
ຂັບໄລ່ຜູ້ແທນຝ່າຍຄ້ານ ອອກຈາກສະພາແຫ່ງຊາດ ກ່ອນ
ການເລືອກຕັ້ງ ທີ່ຈະມີຂຶ້ນໃນເດືອນໜ້ານີ້.

ໃນວັນພະຫັດຜ່ານມາ ທ່ານ Cheam Yeap ຜູ້ແທນຈາກພັກ
ປະຊາຊົນກໍາປູເຈຍຂອງ​ລັດຖະບານ ເວົ້າວ່າ ຜູ້ແທນ 25 ທ່ານ ຈາກພັກແຊມ ເຣນຊີ
ແລະອີກສາມທ່ານ ຈາກພັກສິດທິມະນຸດ ແມ່ນໝົດສິດທີ່ຈະມີບ່ອນນັ່ງໃນສະພາ ເພາະວ່າ
ພວກທ່ານເຫລົ່ານັ້ນ ໄດ້ພາກັນລາອອກຈາກພັກຂອງຕົນ ໄປເຂົ້າຮ່ວມພັກໃໝ່ ຄື ພັກກູ້ຊາດກໍາປູເຈຍ.

ໃນຖະແຫລງການທີ່ເຜີຍແຜ່ອອກມາໃນວັນເສົາວານນີ້ ກະຊວງການຕ່າງປະເທດສະຫະ ລັດ ເວົ້າວ່າການຕັດສິນໃຈເຊັ່ນນັ້ນ ເປັນການຂັດຕໍ່ນໍ້າໃຈຂອງຂັ້ນ​ຕອນປະຊາທິປະໄຕ ທີ່ເຂັ້ມແຂງ.

ກະຊວງດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ຜູ້ນໍາສະພາແຫ່ງຊາດກໍາປູເຈຍອະນຸຍາດໃຫ້ບັນດາ
ຜູ້ແທນທີ່ໄດ້ຮັບການເລືອກຕັ້ງທັງ​ໝົດ ເຮັດຫລ້ອນໜ້າທີ່ ທີ່ພວກ​ເຂົາ​ເຈົ້າ​ໄດ້​ໃຫ້​ຄໍ​າ ໝັ້ນ
ໝາຍໄວ້ ໃນການຮັບໃຊ້ປະຊາຊົນກໍາປູເຈຍນັ້ນ.
XS
SM
MD
LG